ກະຊ້າ

ໂດຍ ຄໍາສັບລາວ

1. ນ. ພາຊະນະຊະນິດໜື່ງ ສານດ້ວຍໄມ້ໄຜ່ສຳລັບໃສ່ຂອງໄປຂາຍ ເອີ້ນ ກະຊ້າ ຢ່າງວ່າ “ຈວງຈັນຄູ້ ຂອງແພງທາງເທດສະເພົາພຸ້ນ ສັງເອົາໄປທ່ຽວຫ້ອຍຫູກະຊ້າຄວ່າຂາຍ” (ປັດເສນ).

2. ນ. ພາຊະນະຂະໜາດກາງ ສານດ້ວຍໄມ້ໄຜ່ຕາຫ່າງ ສຳລັບຜູ້ຍິງໃສ່ອາຫານຫາບໄປຈັງຫັນ ໄປເພນ ເພື່ອໄປຖວາຍພະສົງ ເອີ້ນ ກະຊ້າຈັງຫັນ.

3. ນ. ພາຊະນະຊະນິດນ້ອຍ ສານດວ້ຍໄມ້ໄຜ່ຕາຖີ່ ສຳລັບຜູ້ຍິງໃສ່ຫຼອດຝ້າຍ ຫຼື ຫຼອດໄໝ ໃນເວລາຕໍ່າຫູກ.

4. ນ. ພາຊະນະຊະນິດນ້ອຍໆ ສານດ້ວຍໄມ້ໄຜ່ຕາຖີ່ ໃຊ້ແທນແອບສຳລັບໃສ່ຂອງຄ້ຽວ ຂອງສູບ ຕ້ອນຮັບແຂກທີ່ມາຍາມກໍ່ໄດ້ ໃຊ້ສຳລັບຕົນເອງກໍ່ໄດ້ເອີ້ນ ກະຊ້າໝາກ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!