ຍ່ຽວ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ນ. ນ້ຳທີ່ຖ່າຍອອກມາຈາກຮ່າງກາຍ ໂດຍທາງອະໄວຍະວະສືບພັນ, ນ້ຳມູດ, ນ້ຳປັດສະວະ ກໍ່ວ່າ. ກ. ຖ່າຍນ້ຳມູກອອກ ຫຼື ຖ່າຍນ້ຳປັດສະວະອອກ 0 FacebookTwitterWhatsappLINEEmail
ຍາບ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 1 ນ. ຂອງທີ່ເປັນແຜ່ນບາງ ຫຼາຍແຜ່ນຢອ່ນລົງ. 2 ກ. ອາການເໜັງຕີງແຫ່ງຄົນ, ສັດຫຼືສິ່ງຂອງພອ້ມໆກັນ ດັ່ງໝູ່ປວກເໜັງເປັນຕົ້ນ. 3 ນ. ເຄື່ອງປະດັບຊ້າງມ້າ ຂອງພະເຈົ້າແຜ່ນດີນ ເຮັດເປັນເສັ້ນສາຍຫອ້ຍເປັນຍອຍລົງມາ … 0 FacebookTwitterWhatsappLINEEmail
ຍ້າມ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ວ. ອາການໄຫຼອອກຊ້າໆ ຄັ້ງແຮກແຫ່ງສິ່ງເປັນນ້ຳ ເຊັ່ນ ເລືອດໄຫຼຍ້າມເປັນຕົ້ນ, ອາການຫົວທີ່ສະແດງໜ້າຕາຊື່ນບານ ແຕ່ບໍ່ອອກສຽງ ເຊັ່ນ ຫົວຍ້າມເປັນຕົ້ນ. 0 FacebookTwitterWhatsappLINEEmail
ຍົມມະບານ,ຍົມພະບານ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ນ. (ສ. ປ.) ເຈົ້າພະນັກງານຜູ້ຮັກສາໝໍ້ນາຮົກ, ຜູ້ຮັກສາເມືອງນະຮົກ, ມີໜ້າທີ່ລົງໂທດ ທໍລະມານຄົນທີ່ຕົກນາຮົກຕາມຄຳສັ່ງຂອງພະຍາຍົມ. 0 FacebookTwitterWhatsappLINEEmail
ຍ່ຽວວອດ-ຍຽວວອດ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ນ. ນົກເອາະເຫຼາະເປັນນົກແນວໜຶ່ງ ກິນປາເປັນອາຫານ, ສົບ ແລະເລັບແຫຼມຄົມ ຕົວໃຫຍ່. 0 FacebookTwitterWhatsappLINEEmail
ຍາບສວ້ງ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ນ. ໜັງ ແລະ ຊີ້ນບອ່ນສວ້ງບາງເອີ້ນຍາບສວ້ງ, ຄວາມເວົ້າທີ່ຕື່ມແຖມໄປຈາກເດີມເອີ້ນມີຍາບສວ້ງ ດັ່ງວ່າ “ໂຕງໂຕຍເວົ້າ ໝົດຄືນຊອດຮຸ່ງ ເວົ້າບໍ່ມີຍາບສວ້ງເອັນນອ້ຍກໍ່ບໍ່ຊຸມ” (ບູຮານ). 0 FacebookTwitterWhatsappLINEEmail
ຍິ້ມ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ອາການເປັນສິ່ງເປັນນ້ຳໄຫຼອອກໜອ້ຍໆ ໃນຄັ້ງແຮກ ເຊັ່ນເລືອດຍີ້ມ, ອາການຫົວໜອ້ຍໆ ພໍເໜັງແຕ່ສົບ ເຊັ່ນ “ອ້າຍຫົວຍີ້ມ ນອ້ງຫົວແຍ້ມ ຮັກກັນໝັ້ນໝາຍ” (ເພງ). 0 FacebookTwitterWhatsappLINEEmail
ຍົມມະໂລກ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ນ. (ປ. ສ.) ໂລກຂອງພະຍາຍົມ, ໂລກຂອງຄົນຕາຍ. 0 FacebookTwitterWhatsappLINEEmail
ຍາບ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 1 ກ. ອາການເດີນ ຫຼືໄປພອ້ມກັນຫຼາຍໆ, ເຄື່ອນໄປຖັນແຖວ, ເດີນໄປເປັນຂະບວນ ເຊັ່ນ ຍ່າງຍາບໆ. 2 ວ. ເຫຼື້ອມຍິບຍັບ, ເຫຼື້ອມແວວວາວ ເຊັ່ນ ຟ້າເຫຼື້ອມຍາບໆເຫຼື້ອມ … 0 FacebookTwitterWhatsappLINEEmail
ຍີ້ມແກ້ເກີ້ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ອາການທີ່ຮູ້ສຶກເກີ້ ຫຼືລະອາຍແລ້ວບໍ່ຮູ້ຈະເຮັດແນວໃດ ກໍ່ເລີຍຝືນຍີ້ມອອກມາ. 0 FacebookTwitterWhatsappLINEEmail