ແຍ້ງ ໂດຍ ຄໍາສັບລາວ 25/01/2023 ໂດຍ ຄໍາສັບລາວ 25/01/2023 ແຍ້ງ: ຂັດກັນ, ຕ້ານຢັນ 0 FacebookTwitterWhatsappLINEEmail
ໂຍບ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ວ. ລົດລົງ, ບົກລົງ, ຫຼຸດລົງທຳໃຫ້ຕ່ຳລົງ ເຊັ່ນ ນ້ຳລົດລົງ ເອີ້ນນ້ຳໂຍບລົງຢ່າງວ່າ “ລົມລວ່ງຂ້ຽວ ເຂີນນ້ຳໂຍບຫາຍ” (ສິນ). 0 FacebookTwitterWhatsappLINEEmail
ຍຸ້ມ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ອາການຫົວ ເຮັດປາກຈຸ້ມເຂົ້າ, ທຳໃຫ້ໂຮມເຂົ້າກັນ, ເຮັດບອ່ນຂາດຫຼື ປາກຖົງຈຸ້ມເຂົ້າຫາກັນ. 0 FacebookTwitterWhatsappLINEEmail
ຍ່າວ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ວ. ຊະອອກຈາກກັນເຊັ່ນ ແຕກຍ່າວ, ແຕກຊະເປັນຕົ້ນ. 0 FacebookTwitterWhatsappLINEEmail
ຍອບ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ຍຸບລົງ, ຫ່ຽວລົງ. 0 FacebookTwitterWhatsappLINEEmail
ແຍ້ມ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ອາການຫົວໜອ້ຍໆ ບໍ່ອອກສຽງດັ່ງດຽວກັບຍີ້ມ, ສະແດງອາການໃຫ້ເຫັນທ່າທາງ, ສະແດງໃຫ້ເຫັນອຸບາຍ ເຊັ່ນເວົ້າແຍ້ມອອກເປັນຕົ້ນ. 0 FacebookTwitterWhatsappLINEEmail
ຍ່າວໆ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ວ. ອາການທີ່ນ້ຳໄຫຼບໍ່ຂາດສາຍ ເອີ້ນໄຫຼຍ່າວໆ ຢ່າງວ່າ “ຍ່າວໆນ້ຳ ຕອ້ງຕາດ ຕີນຜາ” (ກອນ). 0 FacebookTwitterWhatsappLINEEmail
ເຍີບໆ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ກ. ອາການຍ່າງບາດເຍີ້ນໆ ແລະຖົກຂາຕ່ຳໆ ເອີ້ນຍ່າງເຍີບໆ ຫຼືອາການຍ່າງຊ້າໆ ຢ່າງວ່າ “ຍ່າງເຍີບໆ ໃສ່ເກືອບໜັງຄວາຍ” (ບູຮານ). 0 FacebookTwitterWhatsappLINEEmail
ຍົມ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 1 ນ. ຕົ້ນໄມ້ຈຳພວກໜຶ່ງ ມີສອງຊະນິດຄື ຍົມບ້ານ ເປັນໄມ້ມີໝາກນອ້ຍໆ ລົດສົ້ມໃຊ້ກິນສົ້ມໄດ້ດີ, ຍົມປ່າ ເປັນໄມ້ແກ່ນຂະໜາດໃຫຍ່ ໃຊ້ເປັນໄມ້ເຄື່ອງໄດ້, ຍົມຜາ ກໍ່ວ່າ. 2 ນ.… 0 FacebookTwitterWhatsappLINEEmail
ຍ້າວ ໂດຍ ຄໍາສັບລາວ 05/07/2021 ໂດຍ ຄໍາສັບລາວ 05/07/2021 ວ. ອາການທີ່ນ້ຳຄອ່ຍໆອອກ ຫຼືບົກລົງເປັນຕົ້ນ. 0 FacebookTwitterWhatsappLINEEmail