Home » 5 ວິທີ ໃນການຮັບມືກັບ ໝູ່ເພື່ອນຮ່ວມງານ ທີ່ຄິດລົບ

5 ວິທີ ໃນການຮັບມືກັບ ໝູ່ເພື່ອນຮ່ວມງານ ທີ່ຄິດລົບ

ໂດຍ ຄໍາສັບລາວ

ພວກເຮົາ ຄົງຈະເຄີຍມີ ປະສົບການ ທີ່ຕ້ອງອົດທົນ ເຮັດວຽກກັບ ຄົນທີ່ຄິດລົບ  ຄົນພວກນີ້ ມັກເບິ່ງທຸກຢ່າງ ທີ່ຢູ່ອ້ອມຕົວ ເປັນສິ່ງທີ່ໂຫດຮ້າຍໄປໝົດ ພວກເຂົາ ບໍ່ມັກວຽກ-ບໍ່ມັກ ບໍລິສັດ ຂອງຕົນເອງ ເບິ່ງຫົວໜ້າ ເປັນຄົນນິດໄສບໍ່ດີ ເບິ່ງບໍລິສັດ ກຳລັງຖອຍຫຼັງ ແລະ ເຫັນລູກຄ້າ ເປັນສິ່ງທີ່ ບໍ່ມີຄ່າໃດໆ ຄົນແບບນີ້ ຈະມີໃຫ້ເຫັນ ໃນທຸກອົງກອນ  ອີກຢ່າງໜຶ່ງ ບາງຄົນທີ່ ເບິ່ງໂລກໃນ ດ້ານດີ ກໍອາດຈະກາຍເປັນ ຄົນທີ່ຄິດລົບໄດ້ເຊັ່ນກັນ ຖ້າບຸກຄົນ ເຫຼົ່ານີ້ ບໍ່ມີຄວາມໝັ້ນຄົງ, ຂາດຄວາມເຊື່ອໝັ້ນ-ໜັກແໜ້ນ ແຕ່ຄົນ ທີ່ຄິດບວກ ກໍຢ່າຟ້າວກັງວົນ ທີ່ຈະປະເຊີນໜ້າ ກັບຄົນປະເພດນີ້, ເພາະພວກເຮົາ ໄດ້ຊອກຫາວິທີ ຮັບມືກັບ ຄົນທີ່ຄິດລົບ ມາຝາກ ເຊິ່ງມີດັ່ງນີ້:

  • ແນວທາງໃນການຮັບມືກັບເພື່ອນຮ່ວມງານທີ່ຄິດລົບມີດັ່ງນີ້:

  1. ຫຼີກເວັ້ນການເສຍເວລາກັບ ເພື່ອນຮ່ວມງານ ທີ່ເບິ່ງໂລກໃນດ້ານລົບ ໂດຍປະຕິເສດ ການໂອ້ລົມ ກັບຄົນໆນັ້ນ;

  2. ຖ້າບຸກຄົນໃດ ມີຄວາມຈໍາເປັນ ທີ່ຕ້ອງໄດ້ ເຮັດວຽກຮ່ວມກັບ ຄົນແບບນັ້ນ ກໍໃຫ້ກໍານົດ ຂອບເຂດຂອງຕົນເອງ, ຢ່າໃຫ້ຕົນເອງ ຕ້ອງຕົກຢູ່ໃນ ການໂອ້ລົມເລື່ອງຕ່າງໆ ທີ່ເປັນດ້ານລົບ ຫຼື ຫາກຈຳເປັນ ຕ້ອງຮັບຟັງເລື່ອງລົບໆ ກໍ່ໃຫ້ສະແດງ ຈຸດຢືນຂອງເຮົາ ໄປເລີຍວ່າ ມີຄວາມສຸກ ທີ່ໄດ້ຄິດເຖິງ ວຽກງານຕົນເອງ ໃນແງ່ບວກຫຼາຍກວ່າ ແລ້ວກໍ່ຂໍຢຸດ ການສົນທະນາ ແລະ ໄປເຮັດວຽກຕໍ່;

  3. ແນະນໍາ ບັນດາຜູ້ທີ່ຄິດລົບທັງຫຼາຍ ໄປຂໍຄວາມຊ່ວຍເຫຼືອ ຈາກພະແນກ ຫຼື ຫົວໜ້າໜ່ວຍງານຂອງເຂົາເຈົ້າ;

  4. ຖ້າລອງເຮັດທຸກຢ່າງແລ້ວ ແຕ່ຍັງບໍ່ໄດ້ຜົນ ໃຫ້ໄປປຶກສາກັບ ຫົວໜ້າໜ່ວຍງານ ດ້ວຍຕົນເອງ ກ່ຽວກັບຄວາມວຸ້ນວາຍ ທີ່ເຮົາກໍາລັງພົບຢູ່ ເພາະມັນເປັນສິ່ງ ທີ່ສົ່ງຜົນກະທົບ ຕໍ່ວຽກ ຂອງເພື່ອນຮ່ວມງານຫຼາຍໆຄົນ ແລະ ຖືວ່າ ເປັນພຶດຕິກໍາ ທີ່ບໍ່ດີ ໃນການເຮັດວຽກ ອີກຢ່າງໜຶ່ງ ທີ່ບໍລິສັດ ຄວນຕໍານິຕິຕຽນ;

  5. ກໍລະນີ ທີ່ບໍລິສັດ ມີພະນັກງານ ທີ່ຄິດລົບຫຼາຍຄົນ ແລະ ເປັນສາເຫດ ທີ່ຈະເຮັດໃຫ້ເຮົາ ອາດຈະມີຄວາມຄິດເບິ່ງໂລກ ໃນດ້ານລົບໄດ້ນັ້ນ! ຢ່າໄປຫວັງວ່າ ເຮົາຈະປ່ຽນວັດທະນະທຳ ອົງກອນໃດໜຶ່ງໄດ້ ສະນັ້ນ, ມັນກໍອາດຮອດເວລາແລ້ວ ທີ່ຄວນຕັດສິນໃຈ ຍ້າຍບ່ອນເຮັດວຽກ ໄປຢູ່ບ່ອນເຮັດວຽກ ທີ່ສາມາດພັດທະນາຕົນເອງໄດ້ ໄປຢູ່ກັບຜູ້ຄົນທີ່ ເບິ່ງໂລກ ໃນດ້ານດີ ທີ່ເຮັດໃຫ້ພວກເຮົາ ມີຄວາມຄິດ ຫ້າວຫັນຫຼາຍຂຶ້ນ.

ມັນບໍ່ສຳຄັນວ່າ ຄົນເຫຼົ່ານັ້ນ ຈະເບິ່ງໂລກໃນດ້ານລົບ ດ້ວຍເຫດຜົນໃດ ພວກເຮົາເອງ ກໍບໍ່ຈຳເປັນ ຕ້ອງສົນໃຈ ຄົນປະເພດນັ້ນດອກ! ຢ່າເຮັດໃຫ້ພາບລັກ ດ້ານບວກ ຂອງຕົວເຮົາເອງ ຕ້ອງໝົ່ນໝອງ ຍ້ອນການຮັບຟັງ ເລື່ອງຕ່າງໆ ທີ່ບໍ່ດີ ຕໍ່ຕົວເອງ ຫຼື ເອົາຕົວເອງ ໄປຈົມປັກກັບ ສະພາບແວດລ້ອມ ຂອງຄົນຄິດລົບ ຢ່າໄປສົນໃຈ ຄໍາເວົ້າ ຂອງເຂົາເຈົ້າ ຈົ່ງກັບມາສົນໃຈ ວຽກຂອງເຮົາ ຕັ້ງໃຈກັບ ການເຮັດວຽກ ເພື່ອເຮັດໃຫ້ວຽກ ອອກມາດີທີ່ສຸດ, ສ້າງຄວາມໜ້າເຊື່ອຖື ໃຫ້ກັບ ຫົວໜ້າ ແລະ ບໍລິສັດ ໄດ້ເຫັນເຖິງ ຄວາມສາມາດ ຂອງເຮົາເອງ ແລ້ວເຮົາຈະມີຄວາມສຸກ ກັບການເຮັດວຽກ ໂດຍບໍ່ມີຄວາມຄິດ ດ້ານລົບ ມາກໍກວນຈິດໃຈ ຂອງເຮົາ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!