Home » 5 ນິດໄສ ຈ່າຍເງິນໃຫ້ເປັນປະໂຫຍດ

5 ນິດໄສ ຈ່າຍເງິນໃຫ້ເປັນປະໂຫຍດ

ໂດຍ ຄໍາສັບລາວ

ໃນ​ປະຈຸບັນ​ຖ້າຢາກປະສົບ​ຜົນສຳ​ເລັດ ​ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ ​ແຕ່​ມັນ​ກໍ​ບໍ່​ແມ່ນ ​ເລື່ອງ​ຍາກ​ທີ່​ສຸດ ​ໃນ​ຊີວິດ​ຄື​ກັນ ຄວາມ​ລໍ້າ​ລວຍ, ຄວາມ​ຮັ່ງມີ ​ເປັນ​ສິ່ງ​ທີ່​ຫຼາຍ​ຄົນ ​ປາ​ຖະ​ໜາ​ຢູ່​ຕະຫຼອດ​ ແລ້ວ​ເປັນ​ຫຍັງ ? ​ເຮົາຈຶ່ງ​ບໍ່​ເຄີຍ​ໄດ້​ສຳ​ພັດ ​ກັບ​ຊີວິດ​ແບບ​ນັ້ນ ກໍ​ຍ້ອນ​ວ່າ ​ເຮົາ​ບໍ່​ມີ​ຄວາມ​ດຸໝັ່ນພຽງພໍ ຫຼື ຂາດ​ຄວາມ​ຕັ້ງ​ໃຈ ປັດ​ໄຈ​ທີ່​ເຮັ​ດ​ໃຫ້​ ຄົນ​​ເຮົາຮັ່ງມີ​ໄດ້​ນັ້ນ​ ອາດ​ຈະ​ເກີດ​ຂຶ້ນ​ ຈາກຫຼາຍປັດ​ໄຈ​ ເຊັ່ນ: ຄົນ​ທີ່ມີວາດ​ສະໜາ ດີ, ມີ​ໂຊກ ​ແລະ ​​ອື່ນໆ ແຕ່​ສິ່ງ​ສຳຄັນ​ທີ່​ສຸດ ​ນັ້ນ​ກໍ​ຄື​ ນິດ​ໄສ ຄວາມ​ຄິດ ​ແລະ ການ​ໃຊ້​ຊີວິດຂອງ​ເຮົາ ​ທີ່​ຈະບົ່ງ​ບອກ​ອະນາຄົດ​ໄດ້​ ​ເຊິ່ງຄຳສັບລາວ ຈະ​ພາ​ທ່ານ​ຜູ້​ອ່ານໄປ ​ພິຈາລະນາ ຄວາມ​ຄິດ, ນິດ​ໄສ ​ລະຫວ່າງ​ ຄົນ​ຈະ​ຮັ່ງ​ກັບ​ຄົນ​ຈະ​ທຸກ​​ ຈາກການ​ຈ່າຍ​ເງິ​ນ​ ໃຫ້​ເປັນ​ປະ​ໂຫຍ​ດ ດັ່ງລຸ່ມນີ້:

  1. ຄົນ​ຈະ​ຮັ່ງ​ຊື້​ຄວາມ​ຮູ້ ຄົນ​ຈະ​ທຸກ​ຊື້​ຄວາມ​ສະບາຍ

ຄົນ​ຈະ​ຮັ່ງແມ່ນ ​ຄົນ​ທີ່​ມັກ​ສະ​ແຫວ​ງຫາ​ ຄວາມ​ຮູ້​ໃສ່​ຕົນ​ເອງ​ ຢູ່​ຕະຫຼອດ ໂດຍ​ຊອກ​ຮູ້​ຮໍ່າ​ຮຽນ ຕັ້ງ​ແຕ່​ໄວໜຸ່ມ-ສາວ ​ຫຼື ​​ເຮັດ​ວຽກ ກໍ​ຍັງ​ຊອກ​ໂອກາດ ​ໃຫ້​ຕົນ​ເອງ​ໄດ້ ​ພັດທະນາ​ທັກ​ສະ, ​ບຸກຄະ​ລິກ ​ແລະ ຄວາມ​ສາມາດ​ໄປ​ເລື້ອຍໆ ຕ່າງ​ຈາກ​ຄົນທຸກ ​ທີ່​ຄິດ​ໃຊ້​ຈ່າຍ​ເງິນ ​ໄປ​ແຕ່​ລະ​ມື້ ​ເພື່ອ​ຊອກ​ຫາ​ຄວາມ​ສຸກ, ຄວາມສະບາຍ​ ໃຫ້​ແກ່​ຕົນ​ເອງ ​ເຖິງ​ວ່າ​ມື້​ນີ້ ​ຈະ​ມີ​ເງິນ​ຫຼາຍ​ເທົ່າ​ໃດ​ກໍ​ຕາມ ​ແຕ່​ມັນ​ກໍ​ຈະໝົດ​ໄດ້​ ຖ້າ​ບໍ່​ຮູ້ຈັກ​ເອົາ​ເງິນ​ເຫຼົ່າ​ນັ້ນ​ ໄປ​ໃຊ້​ໃນ​ທາງ​ທີ່​ເປັນ ​ປະ​ໂຫຍ​ດ ​ແລະ ສ້າງສັນ.

  1. ຄົນ​ຈະ​ຮັ່ງ​ມັກ​ທ້ອນ ຄົນ​ຈະ​ທຸກ​ມັກ​ແຕ່​ຈ່າຍ

ຄົນ​ຈະ​ຮັ່ງ​ເຖິງ​ວ່າ​ມື້​ນີ້​ ຍັງ​ບໍ່​ມີ​ເງິນ ​ແລະ ລາຍ​ໄດ້​ຍັງ​ໜ້ອຍ​ຢູ່ ​ແຕ່ຖ້າ​ມີ​ຄວາມ​ ພະຍາຍາມ​ທ້ອນ ຈາກສິບ​ເປັນ​ຮ້ອຍ​, ຈາກ​ຮ້ອຍ​ເປັນ​ພັນ​, ຈາກ​ພັນ​ເປັນໝື່ນໄປ​ເລື້ອຍໆ ​ເຮັດ​ໃຫ້​ເປັນນິ​ດ​ໄສ​ ມັກ​ທ້ອນ​ເງິນ ​ກໍ​ຈະ​ເປັນ​ຄົນ​ ທີ່ຈ່າຍ​ເງິນ​ແບບ​ມີ​ເຫດຜົນ ​ຫຼາຍ​ຂຶ້ນ ສ່ວນ​ຄົນ​ທີ່​ຈະ​ທຸກ ມັກ​ຈະ​ບໍ່​ຄິດ ​ເຖິງ​ອະນາຄົດ ບໍ່​ມີ​ການວາງ​ແຜນ ​ເຖິງ​ວ່າ​ມື້​ນີ້ ​ຈະ​ມີ​ເງິນ​ຫຼາຍ ​ແຕ່​ຖ້າ​ມີ​ແຕ່​ຈ່າຍ​ກັບ​ຈ່າຍ ອີກ​ບໍ່​ດົນ​ ກໍ​ຈະ​ບໍ່​ມີ​ເງິນ​ເຫຼືອ​ໄວ້ ອາດ​ຈະ​ເ​ຮັດ​ໃຫ້​ເຮົາ​ ທຸກ​ໃນ​ອະນາຄົດ​ໄດ້.

  1. ຄົນ​ຈະ​ຮັ່ງ​ມັກ​ປະຢັດ ຄົນ​ຈະ​ທຸກ​ມັກ​ຟຸມ​​ເຟືອ​ຍ

ຄົນ​ຈະ​ທຸກ ຊື້​ເທົ່າ​ໃດ​ກໍ​ບໍ່​ເຄີຍພໍ ​ໃຊ້​ຈ່າຍ​ເງິນ​ແບບ​ບໍ່​ມີ​ສະຕິ​ ເຮັດ​ໃຫ້​ບາງ​ຄັ້ງ​ຂາດ​ເຂີນ​ເງິນ ​ຈົນບໍ່​ມີ​ຮອດ​ເງິນ​ຈະ​ຕິດ​ຕົວ ສ່ວນ​ຄົນ​ປະຢັດ ​ບໍ່​ໄດ້ໝາຍຄວາມ​ວ່າ ​ໃຫ້​ຂີ້​ຖີ່ ຂີ້​ໜຽວ ​ແຕ່​ກໍ​ຄວນ​ຮູ້​ວ່າ ​ສິ່ງ​ໃດ​ທີ່ຈຳ​ເປັນ, ​ສິ່ງ​ໃດ​ທີ່ບໍ່​ຈໍາ​ເປັນ ຕ້ອງມີ​ເຫດຜົນ​ ໃນ​ການ​ໃຊ້​ເງິນ ມີ​ຄວາມ​ປະຢັດ​ມັດ​ທະຢັດ ຮູ້​ທ້ອນ​ຮູ້​ຫາ.

  1. ຄົນ​ຈະ​ຮັ່ງ​ມັກ​ແບ່ງປັນ ຄົນ​ຈະ​ທຸກຫວງ​ແຕ່​ຜົນ​ປະ​ໂຫຍ​ດ​ໃສ່​ຕົນ​ເອງ.

ຄົນທີ່​ຈະຮັ່ງ​ມີ​ ແມ່ນ​ມັກ​ຄິດ​ຢູ່​ຕະຫລອດ​ວ່າ ຄວາມ​ມີ​ນໍ້າ​ໃຈ ​ຮູ້​ຊ່ວຍ​ເຫຼືອ​ເລັກໆນ້ອຍໆ ​ໃຫ້​ກັບ​ຜູ້​ອື່ນນັ້ນ ​ເປັນ​ສິ່ງ ​ທີ່​ຄວນ​ປະຕິບັດ ​​ມັນ​ບໍ່​ໄດ້​ເຮັດ​ໃຫ້​ທຸກ​ລົງ ​​​ເພາະ​ມັນມີ​ແຕ່​ໄດ້​ກັບ​ໄດ້ ກົງກັນຂ້າມ​ກັບ​ຄົນ​ທີ່​ຈະ​ທຸກ ທີ່​ມີ​ແຕ່​ຄວາມ​ຢາກ​ໄດ້ ີ​ແມ່ນ​ມັກງ​ແຕ່​ຜົນ​ປະ​ໂຫຍ​ດຂອງລອງ​ມາ​ອ່ານ 5 ນິດ​ໄສ​ໃນ​ການ​ຈ່າຍ​ເງິ​ນັດ່ງລົຸ່ມນີ້:ງ​ຄົນ​ທີ່​ຈະ​ຮັ່ງ​ມີ​ໃນ​ອະນາຄົດກັບ​ຄົນ​ທີ່​ຈະ​ຢາກ​ມີ ສິ່ງ​ໃດ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ຕົນ​ເອງ​ ​ແມ່ນ​ແຮ່ງ​ຮີບ​ຄວ້າ​ເອົາ​ໄວ້ ​ໂດຍ​ບໍ່​ຍອມ​ຊ່ວຍ​ເຫຼືອ​ ຫຼື​ ມີ​ນໍ້າ​ໃຈ​ກັບ​ຜູ້​ອື່ນ​ ແດ່​ຈັກ​ໜ້ອຍ ​ເພາະສະ​ນັ້ນ ​ມັນ​ບໍ່​ແປກ​ທີ່​ຄົນ​ແບບ​ນີ້ ​ຈະ​ຕ້ອງ​ໄດ້​ຢູ່ຕົວຄົນດຽວ, ​ໂດດດ່ຽວ ​ແລະ ລົ້ມ​ລະລາຍ.

  1. ຄົນ​ຈະ​ຮັ່ງ​ມັກ​ໃຊ້​ເງິນ​ຊື້​ເຄື່ອງ​ສະສົມ​ ທີ່​ເພີ່ມ​ມູນ​ຄ່າ ຄົນ​ຈະ​ທຸກ​ມັກ​ສະ​ສົມ​​ເຄື່ອງ​ ທີ່​ເສື່ອມ​ມູນ​ຄ່າ.

ຄົນ​ທີ່​ຈະ​ຮັ່ງມີ​ໃນ​ອະນາຄົດ ​ແມ່ນ​ຕ້ອງ​ມີ​ພຶດຕິ​ກຳ​ ການ​ທ້ອນ​ເງິນ​ແລ້ວ​ ນຳ​ເງິນ​ນັ້ນ​ ໄປ​ລົງທຶນ​ຕໍ່ ຫຼື ຊອກ​ຊື້​ອະສັງຫາລິມະ​ຊັບ​ຕ່າງໆ​ໄວ້​ ເພື່ອ​ລໍ​ໂອກາດ ​ສ້າງເອົາກຳ​ໄລ​ຂຶ້ນຫຼາຍໆ ຕ່າງກັບ​ຄົນຈະ​ທຸກ ທີ່​ມັກ​ສະ​ສົມ​ເຄື່ອງ​ໃຊ້ ​ເຫັນ​ຫຍັງ ​ຫຼຸ​ດລາ​ຄາ ​ກໍ​ຊື້​ມາໄວ້ ​ໂດຍ​ສະ​ເພາະ​ເຄື່ອງ​ໃຊ້ ​ຟຸມ​ເຟືອຍ ​ດ້ວຍ​ການ​ໃຊ້​ຈ່າຍ​ເງິນ ​ໄປ​ກັບ​ອະບາຍ​ຍະ​ມຸກ ​ແລະ ການ​ພະນັນ​ຕ່າງໆ.​​

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!