Home » 5 ທັດສະນະຄະຕິກ່ຽວກັບເງິນ ທີ່ເຮັດໃຫ້ຄົນທຸກບໍ່ມີມື້ຮັ່ງ

5 ທັດສະນະຄະຕິກ່ຽວກັບເງິນ ທີ່ເຮັດໃຫ້ຄົນທຸກບໍ່ມີມື້ຮັ່ງ

ໂດຍ ຄໍາສັບລາວ

ສໍາຫຼວດດ່ວນເດີ້ທຸກໆທ່ານ ວ່າທັດສະນະຄະຕິ ກ່ຽວກັບ ເງິນ ຂອງທ່ານ ຖືກຕ້ອງແລ້ວບໍ່ໍ່? ເພາະສິ່ງທີ່ ເຮັດໃຫ້ຄົນທຸກ ກັບ ຄົນຮັ່ງ ແຕກຕ່າງກັນນັ້ນ ບໍ່ແມ່ນເປັນຍ້ອນເງິນ ທີ່ພວກເຂົາ ມີຢູ່ໃນ ກະເປົາສະເໝີໄປ ແຕ່ເຫດຜົນທີ່ແຍກກັນລະຫວ່າງ ຄົນທຸກ ກັບຄົນທີ່ທຸກແລ້ວ ສາມາດ ສ້າງເນື້ອ ສ້າງຕົວ ຈົນມີຖານະທີ່ໝັ້ນຄົງ ຫຼື ຮັ່ງມີ ຂຶ້ນມາໄດ້ນັ້ນ  ແມ່ນຍ້ອນ ທັດສະນະຄະຕິ ກ່ຽວກັບ ເງິນ ທີ່ແຕກຕ່າງກັນ, ຍ້ອນຄິດກັນ ຄົນລະແບບ ຜົນທີ່ໄດ້ຮັບ ຈຶ່ງແຕກຕ່າງກັນໄປ ເຮົາມາລອງກວດສອບ ໄປພ້ອມໆກັນເລີຍວ່າ ແນວຄິດໃດແດ່ ທີ່ຕ້ອງໄດ້ປັບປ່ຽນ.

  1. ຂ້ອຍຢູ່ແບບນີ້ກໍດີແລ້ວ ບໍ່ເຫັນຢາກຮັ່ງມີຊ້ຳ

ບໍ່ຢາກຮັ່ງແທ້ບໍ່? ແລ້ວຊື້ເລກສ່ຽງໂຊກບໍ່ລະ? ຊື້!! ຢາກໄດ້ເງິນເດືອນຂຶ້ນບໍ່ນໍ້? ຢາກແທ້! ແນ່ນອນວ່າ ທຸກຄົນ  ຢາກມີເງິນໃຊ້ ບໍ່ຂາດມື ຢາກຮັ່ງມີ ເພື່ອຊື້ຄຸນນະພາບ ຊີວິດທີ່ດີ ແລະ ຢາກມີຄວາມສຸກ (ຖ້າບໍ່ຕົວະໂຕເອງ) ສະນັ້ນ ເຮົາຕ້ອງໄດ້ປັບປ່ຽນ ຄວາມເຊື່ອ ບາງປະການ ກ່ຽວກັບ ຄວາມຮັ່ງມີ ຍອມຮັບວ່າ ມັນຄືສິ່ງທີ່ດີ ແລະ ຄູ່ຄວນກັບຊີວິດເຮົາ ແລ້ວເລີ່ມຊອກຫາ ຊ່ອງທາງ ເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີ ໃຫ້ກັບເຮົາເອງ ຕັ້ງແຕ່ມື້ນີ້.

  1. ຂ້ອຍໃຊ້ຈ່າຍເງິນແບບພໍພຽງ.

ການໃຊ້ເງິນ ເທົ່າທີ່ເຮົາ ຫາໄດ້ຈົນໝົດ ແລະ ບໍ່ໃຊ້ຈ່າຍ ຫຼາຍກວ່າ ທີ່ເຮົາມີ ການໃຊ້ຈ່າຍແບບນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາເປັນຄົນພໍພຽງ ແຕ່ຍ້ອນ ຄວາມຢາກ ໃນຕົວຂອງເຮົາ ມັນໄດ້ຖືກຈໍາກັດໄວ້ ດ້ວຍລາຍຮັບ ຖ້າຫາກມີລາຍຮັບ ເພີ່ມຂຶ້ນ ຄວາມຢາກ ໃນຕົວຂອງເຮົາ ກໍ່ເພີ່ມຂຶ້ນ ໄປພ້ອມກັນເຊັ່ນ: ຖ້າໄດ້ເງິນເດືອນລະ 3 ລ້ານກີບ ກໍ່ໃຊ້ 3 ລ້ານກີບ ແຕ່ຖ້າມີມື້ໜຶ່ງ ເຮົາໄດ້ເງິນເດືອນ ເພີ່ມຂຶ້ນເປັນ 3 ລ້ານຫ້າແສນກີບ ເຮົາກໍ່ຈ່າຍ 3 ລ້ານຫ້າແສນກີບ ແຕ່ຖ້າເຮົາ ຫາເງິນໄດ້ເທົ່າໃດ ເຮົາຈ່າຍເທົ່ານັ້ນ ພຶດຕິກຳແບບນີ້ ມັນຈະເຮັດໃຫ້ເຮົາ ບໍ່ມີທາງຮັ່ງມີຂຶ້ນມາໄດ້ ແຕ່ເຮົາຄວນຮູ້ຈັກ ບໍລິຫານ ເງິນ ຫຼື ນຳເງິນໄປລົງທຶນ ໃຫ້ງອກເງີຍຂຶ້ນມາຕ່າງຫາກ.

  1. ຄົນທີ່ຮັ່ງມີ ຕ້ອງມີເງິນເປັນຮ້ອຍລ້ານ.

ເປັນຄວາມເຂົ້າໃຈ ຜິດໆກັນມາແຕ່ ດົນນານແລ້ວ ວ່າຖານະ ຂອງຄົນເຮົານັ້ນ ວັດແທກກັນ ທີ່ຈໍານວນເງິນ ທີ່ເຂົາຄອບຄອງຢູ່ ເຊິ່ງມັນກໍ່ຖືກ ພຽງເຄິ່ງດຽວ ເພາະທີ່ຜ່ານມາ ເຮົາກໍ່ເຄີຍເຫັນແລ້ວວ່າ ຄົນຮັ່ງ ທີ່ມີເງິນ ເປັນຮ້ອຍໆລ້ານ ກໍ່ສາມາດໝົດຕົວໄດ້ ເພາະການ ມີເງິນຫຼາຍໆ ມັນບໍ່ແມ່ນ ຕົວກຳນົດ ຄວາມໝັ້ນຄົງ ຂອງຄວາມຮັ່ງມີ  ແຕ່ຖານະທີ່ໝັ້ນຄົງນັ້ນ ເພິ່ນວັດແທກຈາກລາຍຮັບ ຫຼື ກະແສເງິນສົດ ທີ່ໄຫຼເຂົ້າມາ ຢ່າງຕໍ່ເນື່ອງຕ່າງຫາກ ໃຫ້ພວກເຮົາ ລອງ ຄິດ ນຳກັນເບິ່ງວ່າ ຖ້າເຮົາບໍ່ມີເງິນ ເປັນຮ້ອຍລ້ານ ແຕ່ມີເງິນ ໂອນເຂົ້າບັນຊີ ເດືອນສິບລ້ານ ທຸກໆເດືອນຕະຫຼອດຊີວິດ ແບບນີ້ ກໍ່ຖືວ່າເຮົາຮັ່ງມີ ໄດ້ຄືກັນ ແຖມຍັງຮັ່ງມີ ແບບໝັ້ນຄົງ ຖາວອນອີກດ້ວຍ.

  1. ຂ້ອຍເປັນຄົນທີ່ມີພາລະຫຼາຍ ໃຊ້ຈ່າຍແຕ່ລະເດືອນກໍ່ໝົດແລ້ວ ບໍ່ເຄີຍເຫຼືອ.

ເວົ້າເລື່ອງ ພາລະ ຄິດວ່າທຸກຄົນຕ່າງ ກໍມີຫຼາຍໜ້ອຍ ແຕກຕ່າງກັນໄປ ແຕ່ມັນບໍ່ແມ່ນ ເຫດຜົນທີ່ຈະຍົກຂຶ້ນ ມາອ້າງ  ເພື່ອຖ່ວງດຶງຊີວິດເຮົາ ຈາກຄວາມຮັ່ງມີເລີຍ ເພາະຍິ່ງເຮົາ ມີພາລະຫຼາຍເທົ່າໃດ ເຮົາກໍ່ຍິ່ງຕ້ອງ ມີລາຍຮັບຫຼາຍຂຶ້ນ ເປັນເງົາຕາມຕົວ ເພື່ອຍົກລະດັບ ມາດຕະຖານ ຊີີວິດ ຂອງຄົນທີ່ເຮົາຮັກ. ສະນັ້ນ, ຕ້ອງລຶບລ້າງ ແນວຄິດແບບນີ້  ແລະ ຕັ້ງເປົ້າໝາຍເລີຍວ່າ ເຮົາຕ້ອງຮັ່ງມີ ຈາກຫຼາຍໆຊ່ອງທາງ.

  1. ເຮົາມັນທຸກ ບໍ່ມີໂອກາດແບບເຂົາດອກ / ເຂົາມີຕົ້ນທຶນຊີວິດດີຢູ່ແລ້ວ ບໍ່ຄືເຮົາ.

ຄຳເວົ້ານີ້ ມັກຖືກໃຊ້ ເປັນຂໍ້ອ້າງ ສຳລັບຄົນ ທີ່ຢາກໃຊ້ຊີວິດ ໄປເລື້ອຍໆ ບໍ່ຂົນຂວາຍດິ້ນຮົນ ພໍໃຈໃນສິ່ງ ທີ່ຕົນເອງມີ ແຕ່ຫາກ ຢາກຍົກລະດັບ ຊີວິດ ໃຫ້ດີຂຶ້ນ ກວ່າທີ່ເປັນຢູ່ ກໍຕ້ອງເລີ່ມປ່ຽນ ທັດສະນະຄະຕິ ຂໍ້ນີ້ ເພາະຄົນທຸກ ຫຼື ຄົນຮັ່ງ ກໍ່ລ້ວນແລ້ວ ແຕ່ມີເວລາ 24 ຊົ່ວໂມງຕໍ່ມື້ ທໍ່ກັນ ພາລະກິດ ຂອງຄົນ ທີ່ຢາກຮັ່ງ ຈຶ່ງຕ້ອງໄປຊອກຫາວ່າ ຄົນທີ່ຮັ່ງມີ ເຂົາໃຊ້ເວລາແນວໃດ ໄປກັບກິດຈະກຳຫຍັງແດ່ ຈຶ່ງເຮັດໃຫ້ເຂົາ ມີລາຍຮັບ ຫຼາຍກວ່າຄົນອື່ນໆ ທີ່ຍັງທຸກຍາກຢູ່ ເພາະສະໄໝນີ້ ບໍ່ຈຳເປັນຕ້ອງນັ່ງຖ້າ ໂອກາດອີກຕໍ່ໄປ ແຕ່ເຮົາສາມາດ ສ້າງໂອກາດ ຂຶ້ນມາເອງໄດ້ ຈາກການຊອກຮູ້ ແລະ ສ້າງທັກສະ ຄວາມຮູ້ໃໝ່ໆ ໃຫ້ຕົນເອງ ແລະ ທີ່ສຳຄັນແມ່ນ ຕ້ອງຈັດສັນເວລາ ລົງມື ປະຕິບັດ ເພື່ອເພີ່ມຊ່ອງທາງ ລາຍຮັບ ໃຫ້ປະກົດຜົນເປັນຈິງ.

ໂດຍແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!