Home » ເໝາະກັບອາຊີບ

ເໝາະກັບອາຊີບ

ໂດຍ ຄໍາສັບລາວ

ຫົວໜ້າພະແນກ ການເງິນເມືອງ ສຳພາດຜູ້ສະໝັກ ເອົາຕຳແໜ່ງ ຜູ້ຄຸ້ມຄອງບັນຊີ. ທ່ານຫົວໜ້າພະແນກ ຖາມຜູ້ສະໝັກວ່າ: “ ສອງບວກສອງເປັນເທົ່າໃດ ? ”

ຜູ້ສະໝັກໂດດຈຶກຂຶ້ນ, ໄຂປະຕູອອກໄປ ແນມເຮັດຕາລັອກແລັກ ຂຶ້ນໆ ລົງໆ ຕາມບໍລິເວນຫ້ອງໂຖງ. ຈາກນັ້ນເຂົາອັດປ່ອງຢ້ຽມ ທຸກໆບານ, ກັບຄືນມາໂຕະບ່ອນເກົ່າ ແລະ ເວົ້າສັບອອກມາວ່າ:

“ ແລ້ວທ່ານເດ… ຢາກໃຫ້ເປັນເທົ່າໃດ ? ”

ພໍໄດ້ຍິນແນວນັ້ນ ທ່ານຫົວໜ້າ ເລີຍຕົກລົງ ຮັບຜູ້ສະໝັກຄົນນັ້ນ ເຂົ້າການກັບໝ້ອງໂລດ.

ຫົວບໍ່ອັ້ນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!