Home » ໝາຫວງກ້າງ

ໝາຫວງກ້າງ

ໂດຍ ຄໍາສັບລາວ

ໝາແມ່ນສັດທີ່ມັກ ຫວງແຫນອາຫານ ທີ່ມີຢູ່ຕໍ່ໜ້າ ເຖິງຈະກິນໄດ້ ຫຼື ບໍ່ໄດ້ກໍຕາມ. ກ້າງແມ່ນກະດູກສັດ ຫຼື ປາ ທີ່ບໍ່ມີຄຸນຄ່າຫຍັງເລີຍ ມີແຕ່ຈະປັກ ແລະ ສຽບຄໍ ເຮັດໃຫ້ເກີດອັນຕະລາຍ ໃນເວລາຄົນ ຫຼື ສັດ ກິນເຂົ້າໄປ.

ຄຳໂຕງໂຕຍນີ້ ປຽບກັບຄົນ ທີ່ມີນິດໄສຫຶງຫວງ, ອວດອ້າງວ່າຕົນດີ, ເກັ່ງ, ບໍ່ຢ້ານກົວຕໍ່ໃຜ ທັງໆທີ່ຂອງ ທີ່ຕົນຫວງນັ້ນ ບໍ່ມີປະໂຫຍດຫຍັງເລີຍ ກໍຕາມ.

(ທອງມີ, 2007:190)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!