Home » ໄດ້ເຕົ່າເສຍໝາ

ໄດ້ເຕົ່າເສຍໝາ

ໂດຍ ຄໍາສັບລາວ

ເມື່ອກ່ອນ ຫຼື ບາງທ້ອງຖິ່ນໃນປັດຈຸບັນ ເພີ່ນເຄີຍໃຊ້ໝາເປັນໝາພານຫາລ່າສັດໃຫ້ ໃນເວລາເຂົ້າປ່າ, ໝາເຫັນສັດນ້ອຍໃຫຍ່ກໍເຫົ່າບອກເຈົ້າຂອງ ໃຫ້ເອົາສັດມາເປັນອາຫານ ດັ່ງ ໝາເຫັນເຕົ່າກໍເຫົ່າບອກເຈົ້າຂອງ ແລ້ວເຈົ້າຂອງໝາ ກໍເອົາເຕົ່າເມື່ອເຮືອນ ໂດຍບໍ່ສົນໃຈກັບໝາເລີຍ ເຖິງໝາຈະເປັນສັດ ທີ່ຫາຜົນປະໂຫຍດໃຫ້ກໍຕາມ.

ຄຳໂຕງໂຕຍນີ້ ໝາຍເຖິງຄົນທີ່ມີສິ່ງດີຢູ່ແລ້ວ ແຕ່ເວລາໄດ້ອັນໃໝ່ມາ ຂອງເກົ່າທີ່ເປັນເຄື່ອງຄ້ຳຂອງຄູນກໍປະ ຫຼື ເອົາຖິ້ມສິ່ງທີ່ມີຄ່ານັ້ນ.

(ທອງມີ, 2007:172)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!