Home » ໄຂມັນຫຸ້ມຕັບ ພະຍາດອັນຕະລາຍທີ່ທ່ານອາດບໍ່ຮູ້ຕົວ

ໄຂມັນຫຸ້ມຕັບ ພະຍາດອັນຕະລາຍທີ່ທ່ານອາດບໍ່ຮູ້ຕົວ

ໂດຍ ຄໍາສັບລາວ

ພະຍາດໄຂມັນຫຸ້ມຕັບ (Fatty Liver Disease) ແມ່ນພາວະທີ່ຮ່າງກາຍ ບໍ່ສາມາດນໍາເອົາໄຂມັນ ທີ່ກິນໄປໃຊ້ໄດ້ໝົດ ຈຶ່ງສະສົມເປັນໄຂມັນ ໃນຈຸລັງຕັບ ເປັນສາເຫດເຮັດໃຫ້ ການເຮັດວຽກຂອງຮ່າງກາຍ ຜິດປົກກະຕິ ຫາກບໍ່ປິ່ນປົວອາດຈະສົ່ງຜົນ ໃຫ້ກາຍເປັນຕັບແຂງ ແລະ ມະເຮັງຕັບ ໂດຍພົບເຫັນໃນທຸກເພດທຸກໄວ ແຕ່ມັກຈະພົບເຫັນຫຼາຍສຸດ ແມ່ນຄົນຕຸ້ຍ, ຜູ້ມີອາຍຸ 30-50 ປີຂຶ້ນໄປ, ຜູ້ທີ່ເປັນພະຍາດເບົາຫວານ ຫຼື ນໍ້າຕານໃນເລືອດຫຼາຍ, ຜູ້ທີ່ມີໄຂມັນໃນເລືອດຫຼາຍ ເພາະການເຮັດວຽກ ຂອງລະບົບເຜົາຜານ ອາຫານເລີ່ມຫຼຸດລົງ.

ສາເຫດການເປັນພະຍາດໄຂມັນຫຸ້ມຕັບ ເກີດຈາກການດື່ມເຫຼົ້າຫຼາຍ; ຊຶ່ງຄວາມຮຸນແຮງຂອງພະຍາດ ຂຶ້ນຢູ່ກັບເພດ, ປະເພດ, ປະລິມານ ແລະ ໄລຍະເວລາທີ່ດື່ມເຫຼົ້າ, ນອກຈາກນີ້ ຜູ້ທີ່ເປັນພະຍາດ ເບົາຫວານ, ໄຂມັນໃນເລືອດຫຼາຍ ກໍມີຄວາມສ່ຽງ ທີ່ຈະເປັນພະຍາດນີ້ໄດ້. ການກິນອາຫານທີ່ໃຫ້ພະລັງງານສູງ ເປັນປະຈໍາເຊັ່ນ: ພວກແປ້ງ, ນໍ້າຕານ ແລະ ໄຂມັນ, ຜົນຂ້າງຄຽງຈາກ ຢາບາງຊະນິດເຊັ່ນ: ຢາເຄມີບໍາບັດຈາກພະຍາດມະເຮັງ, ຢາຕ້ານໄວຣັດບາງຊະນິດ ຢາກຸ່ມສານສະເຕຍລອຍ ແລະ ຢາກຸ່ມປັບຮໍໂມນ ກໍມີຄວາມສ່ຽງເຊັ່ນດຽວກັນ.

ຜູ້ທີ່ເປັນພະຍາດນີ້ສ່ວນຫຼາຍ ຈະບໍ່ສະແດງອາການ ບາງຄົນອາດມີອາການ ບໍ່ສະເພາະເຈາະຈົງເຊັ່ນ: ຮ່າງກາຍອ່ອນເພຍ, ຮູ້ສຶກປວດຮາກເລັກນ້ອຍ, ແໜ້ນທ້ອງ ບໍ່ສະບາຍທ້ອງຫຼັງກິນເຂົ້າ, ເຈັບໂຄງກະດູກເບື້ອງຊ້າຍ, ນອນບໍ່ລັບເຮັດໃຫ້ພັກຜ່ອນໜ້ອຍ ແລະ ລະບົບຂັບຖ່າຍ ບໍ່ປົກກະຕິ ສ່ວນຫຼາຍຮູ້ໄດ້ດ້ວຍການ ກວດເລືອດປະຈໍາປີ ຫຼື ເອໂກ້ ຊຶ່ງແບ່ງອອກເປັນ 4 ໄລຍະດັ່ງນີ້:

ໄລຍະທີໜຶ່ງ ເປັນໄລຍະທີ່ມີໄຂມັນສະສົມຢູ່ຕັບ ແຕ່ຍັງບໍ່ມີອາການອັກເສບ ຫຼື ມີຜືນຢູໃນຕັບ.

ໄລຍະທີສອງ ເປັນໄລຍະທີ່ເລີ່ມມີອາການ ອັກເສບຂອງຕັບ ຫາກບໍ່ຄວບຄຸມເບິ່ງແຍງ ແລະ ປ່ອຍໃຫ້ເກີດການອັກເສບ ຕໍ່ໄປເລື້ອຍໆຫຼາຍກວ່າ 6 ເດືອນ ອາດຈະກາຍເປັນຕັບອັກເສບຊໍາເຮື້ອ

ໄລຍະທີສາມ ການອັກເສບຮຸນແຮງ ຕໍ່ເນື່ອງເກີດຜືນສະສົມໃນຕັບ ຈຸລັງຕັບຄ່ອຍໆ ຖືກທໍາລາຍ ແລະ ຖືກແທນບ່ອນດ້ວຍຜືນ.

ໄລຍະທີສີ່ ຈຸລັງຖືກທໍາລາຍຫຼາຍເກີນໄປ ຕັບບໍ່ສາມາດເຮັດວຽກ ເປັນປົກກະຕິໄດ້ ເຮັດໃຫ້ເກີດຕັບແຂງ ມີໂອກາດສຽງຕໍ່ການເປັນ ພະຍາດມະເຮັງຕັບແຂງ.

ວິທີໃນການຮັກສາ ແລະ ປ້ອງກັນ ໄຂມັນຫຸ້ມຕັບ ສາມາດຫຼີກເວັ້ນໄດ້ ຫາກມີການດູແລເບິ່ງແຍງ ສຸຂະພາບທີ່ດີພໍ ແລະ ເລືອກກິນອາຫານ ທີ່ມີປະໂຫຍດເຊັ່ນ: ກິນຜັກ, ໝາກໄມ້, ປະເພດຖົ່ວເປືອກແຂງ, ໝາກອາໂວກາໂດ້, ປາທະເລ, ທັນຍາພືດຊະນິດຕ່າງໆ ບໍ່ຄວນກິນອາຫານປະເພດໄຂມັນຫຼາຍ. ນອກຈາກນັ້ນຄວນໝັ່ນ ອອກກໍາລັງກາຍ ເປັນປະຈໍາຢ່າງໜ້ອຍອາທິດລະ 5 ມື້/ຄັ້ງລະ 30 ນາທີ ເພື່ອຊ່ວຍ ຄວບຄຸມນໍ້າໜັກ ແລະ ກະຕຸ້ນລະບົບເຜົາຜານ ໂດຍໃຫ້ຢູ່ໃນລະດັບທີ່ປອດໄພ ຫຼື ເໝາະສົມ, ຜູ້ທີ່ມັກດື່ມເຫຼົ້າ ກໍຄວນຢຸດເຊົາໃຫ້ໄດ້ ຫຼື ດື່ມໃນປະລິມານໜ້ອຍລົງ. ສໍາລັບຜູ້ທີ່ເປັນພະຍາດເບົາຫວານ ແລະ ໄຂມັນໃນເລືອດຫຼາຍ ຄວນຄວບຄຸມຕາມທ່ານໝໍ ສັ່ງຮ່ວມກັບການອອກກໍາລັງກາຍ ເປັນປົກກະຕິ.

ຂໍ້ມູນຈາກ: https://www.siphhospital.com
ໂດຍ: ພັນທະພອນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!