Home » ເສຍຫຍ້າປົກຂີ້ໝາ

ເສຍຫຍ້າປົກຂີ້ໝາ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້, ມີຄວາມໝາຍກົງວ່າ ໃຊ້ເສຍຫຍ້າປົກຂີ້ໝາ ເພື່ອບໍ່ໃຫ້ເຫັນ ແລະ ບໍ່ໃຫ້ໄດ້ກິ່ນເໝັນ ອອກມາໄດ້ນັ້ນ ແມ່ນເປັນໄປບໍ່ໄດ້ ຍ້ອນຫຍ້າ ແມ່ນສິ່ງທີ່ເປັນ ເສັ້ນໆ ບໍ່ສາມາດຈະປົກຄຸມໄວ້ໄດ້ ພຽງແຕ່ບັງສາຍຕາໄດ້. ມີຄວາມໝາຍແຝງວ່າ ເຮັດບາງຢ່າງ ລວງຕາຜູ້ອື່ນ ສຳລັບປົກປິດ ການກະທຳທີ່ບໍ່ດີ ຂອງຕົນ. “ເສຍຫຍ້າ” ໝາຍເຖິງ ເອົາສິ່ງໃດໜຶ່ງ ເຊິ່ງຫາໄດ້ງ່າຍ ເຊິ່ງມີຢູ່ທົ່ວໄປ, ຄຳວ່າ “ປົກ” ໝາຍເຖິງບັງໄວ້, ເພື່ອບັງສິ່ງທີ່ຢູ່ລຸ່ມ ຫຼື ຢູ່ພາຍໃນ, ຄຳວ່າ “ຂີ້ໝາ” ໝາຍເຖິງ ຄວາມຊົ່ວ, ຄວາມບໍ່ດີ ທີ່ບຸກຄົນນັ້ນໄດ້ກະທຳ ມີຄວາມໝາຍປຽບທຽບ ເຊິ່ງບຸກຄົນກະທຳ ຄວາມບໍ່ດີ ແຕ່ບໍ່ຍອມແກ້ໄຂຢ່າງຈິງຈັງ ເຊິ່ງເຮັດບາງຢ່າງຄືກັບວ່າ ຈະແກ້ໄຂ ແຕ່ພຽງເປັນການ ປິດບັງຊຸກເຊື່ອງ ຫຼື ລວງຫຼອກ. ຫຍ້າທີ່ໃຊ້ ທຽບກັບສິ່ງທີ່ນຳມາປົກປິດນັ້ນ ແມ່ນມີຄວາມຫ່າງ, ບໍ່ສາມາດປົກປິດ ຄວາມເໝັນເນົ່າ ຂອງຂີ້ໝາ. ຄຳໂຕງໂຕຍນີ້ ໃຊ້ກັບ ກໍລະນີ ທີ່ບຸກຄົນໃດໜຶ່ງ ກະທຳບາງຢ່າງ ເພື່ອຕົວະລວງຕາຜູ້ອື່ນ ບໍ່ໃຫ້ເຫັນຄວາມບໍ່ດີ ທີ່ຕົນເຮັດມາ, ໃນຕົວຈິງຄວາມບໍ່ດີນັ້ນ ບໍ່ມີການແກ້ໄຂຍັງເລີຍ ໃນທີ່ສຸດກໍຖືກເປີດເຜີຍ (ທອງສະລິດ ມັງໜໍ່ເມກ, 121). ນອກຈາກນີ້, ຍັງມີຄວາມໝາຍເຖິງ ການເຮັດວຽກບໍ່ແລ້ວ ເຮັດອັນໃໝ່ຕໍ່ ຈິດໃຈ ບໍ່ເຂັ້ມແຂງເດັດດຽວ ຈຶ່ງຂາດຄວາມສາມາດ ບໍ່ຮັບຜິດຊອບເຮັດໃຫ້ສຳເລັດ ບໍ່ໃສ່ໃຈຕໍ່ວຽກງານ ເຮັດອັນໃດກໍບໍ່ລະອຽດ ພໍແຕ່ແລ້ວມື.

(ຫຸມພັນ, 2007:16)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!