Home » ເມື່ອສິນຄ້າໝົດອາຍຸ ຖືກນໍາມາຂາຍ

ເມື່ອສິນຄ້າໝົດອາຍຸ ຖືກນໍາມາຂາຍ

ໂດຍ ຄໍາສັບລາວ

ມີບາງກຸ່ມຄົນໃນເວລາຊື້ເຄື່ອງມັກຄວາມວ່ອງໄວ ແລະ ຄວາມສະດວກສະບາຍ ຫຼາຍຄັ້ງອາດເບິ່ງຂ້າມ ຄວາມລະອຽດໃນເວລາ ຊື້ສິນຄ້າ ໂດຍສະເພາະ ລືມເບິ່ງວັນໝົດອາຍຸ ຂອງສິນຄ້ານັ້ນ ເມື່ອເຮົາບໍ່ໄດ້ສັງເກດໃຫ້ດີ ການຊື້ສິນຄ້າທີ່ໝົດອາຍຸ ກໍອາດເກີດຂຶ້ນ ເໝືອນກັບຄອບຄົວຂອງຜູ້ຂຽນ ທີ່ເຄີຍຊື້ເຄື່ອງໝົດອາຍຸ ຢູ່ຕະຫຼາດແຫ່ງໜຶ່ງມາ ຫຼັງຈາກນັ້ນ ໄດ້ນໍາມາກິນພົບວ່າ ສິນຄ້ານັ້ນໄດ້ ໝົດອາຍຸແລ້ວ ແຕ່ຮ້ານກໍຍັງນໍາສິນຄ້າມາຂາຍຢູ່ ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຄວາມເສຍຫາຍ. ອາຫານທີ່ໝົດອາຍຸແລ້ວ ອາດຈະເປັນສາເຫດໜຶ່ງ ທີ່ເຮັດໃຫ້ຜູ້ບໍລິໂພກ ມີຄວາມສ່ຽງໃນການໄດ້ຮັບ ອາຫານທີ່ບໍ່ປອດໄພ ດັ່ງນັ້ນ ຜູ້ປະກອບການ ແລະ ແມ່ຄ້າ ທີ່ຂາຍເຄື່ອງ ຄວນໝັ່ນກວດກາໃຫ້ລະອຽດ

ສໍາລັບຜູ້ບໍລິໂພກ ທີ່ຕ້ອງການຮຽກຮ້ອງ ໃຫ້ມີຜູ້ອອກມາຮັບຜິດຊອບ ແລະ ແກ້ໄຂສິນຄ້າໝົດອາຍຸ ຫຼື ເສື່ອມຄຸນນະພາບ ສາມາດເຮັດໄດ້ຕາມຂັ້ນຕອນດັ່ງນີ້:

  1. ຖ້າຫາກໄປຊື້ຢູ່ຮ້ານທີ່ມີລະບົບຊື້-ຂາຍໃຫ້ເກັບໃບບິນໄວ້ເປັນຫຼັກຖານ ໃນກໍລະນີທີ່ບໍ່ມີໃບບິນ ຄວນປ່ຽນສິນຄ້າອັນໃໝ່ ຂຶ້ນຢູ່ກັບການຕົກລົງກັນ.

  2. ຖ່າຍຮູບວັນເດືອນປີທີ່ໝົດອາຍຸ, ຮູບສິນຄ້າ ແລະ ໃບບິນຈ່າຍເງິນໄວ້ເປັນຫຼັກຖານ.

  3. ຕິດຕໍ່ຮ້ານທີ່ເຮົາໄດ້ໄປຊື້ ຊຶ່ງຕ້ອງຄິດກ່ອນວ່າຕ້ອງການ ໃຫ້ດໍາເນີນການແກ້ໄຂ້ຄືແນວໃດ ພ້ອມວິທີແກ້ໄຂແນວໃດ ໃນສິ່ງທີ່ເກີດຂຶ້ນເຊັ່ນ: ປ່ຽນສິນຄ້າ ຫຼື ສົ່ງເງິນຄືນ.

  4. ຖ້າຫາກບໍ່ສາມາດຕົກລົງກັນໄດ້ ໃຫ້ເຮັດໜັງສືເປັນລາຍລັກອັກສອນ ໂດຍຂຽນກ່ຽວກັບສິ່ງທີ່ຜູ້ຊື້ ໄດ້ພົບເຫັນ ພ້ອມຂໍ້ຮຽກຮ້ອງນໍາຜູ້ຂາຍວ່າ ຜູ້ຊື້ຕ້ອງການໃຫ້ຊົດໃຊ້ແນວໃດ ສົ່ງເຖິງຮ້ານ, ຜູ້ຂາຍ ຫຼື ຫ້ອງການປົກຄອງບ້ານ ເພື່ອຊ່ວຍແກ້ໄຂໃຫ້.

  5. ນໍາເອົາຫຼັກຖານທັງໝົດແຈ້ງຕໍາຫຼວດ, ນາຍບ້ານ ແລະ ຄະນະບ້ານທັນທີ.

ຜະລິດຕະພັນອາຫານທີ່ນໍາມາຂາຍໃນຮ້ານ, ໃນຕະຫຼາດ ມີໄລຍະເວລາບໍລິໂພກທີ່ແຕກຕ່າງກັນ ສິ່ງສໍາຄັນເຮົາບໍ່ຄວນເບິ່ງຂ້າມ ອັກສອນຫຍໍ້ ເທິງຜະລິດຕະພັນຄື:

  • MFG / MFD ໝາຍເຖິງ ວັນທີຜະລິດ ຫຍໍ້ມາຈາກ (Manufacturing date / Manufactured Date)

  • EXP / EXD ໝາຍເຖິງວັນໝົດອາຍຸ ຫຍໍ້ມາຈາກ (Expiry Date / Expiration Date)

  • BB / BBE ໝາຍເຖິງ ຄວນບໍລິໂພກກ່ອນວັນທີ ຫຍໍ້ມາຈາກ (Best Before / Best Before End)

  • No ໝາຍເຖິງ ເລກທີທະບຽນຢາ ຫຍໍ້ມາຈາກ (registered number)

ຮ້ານຄ້າ ຫຼື ຜູ້ຂາຍຄວນໝັ່ນກວດສອບສິນຄ້າ ທີ່ຈໍາໜ່າຍບໍ່ໃຫ້ໝົດອາຍຸ, ສິນຄ້າໃດເສື່ອມຄຸນນະພາບແລ້ວ ຄວນເອົາອອກທັນທີ ເພາະອາດເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບອັນຕະລາຍຈາກການກິນ, ໃຊ້ສິນຄ້ານັ້ນ. ເຊື່ອວ່າຜູ້ຂາຍ ບໍ່ໄດ້ຕັ້ງໃຈທີ່ຈະນໍາສິນຄ້າໝົດ ອາຍຸມາຂາຍ ແຕ່ອາດເປັນຄວາມບໍ່ລະອຽດ ໃນການເບິ່ງສິນຄ້າ ໃຫ້ດີເທົ່າທີ່ຄວນ ສະນັ້ນ, ແມ່ຄ້າ-ພໍ່ຄ້າ ທຸກຄົນຄວນເອົາໃຈໃສ່ ໃນການກວດສິນຄ້າ ໃຫ້ລະອຽດຮອບຄອບຫຼາຍຂຶ້ນ. ສິ່ງສໍາຄັນ ຜູ້ຊື້ຕ້ອງອ່ານວັນໝົດອາຍຸຂອງສິນຄ້າ ໃຫ້ລະອຽດທຸກຄັ້ງທີ່ຊື້ ໂດຍສະເພາະສິນຄ້າກ່ຽວກັບ ປະເພດອາຫານ ເພາະຈະເປັນອັນຕະລາຍ ຕໍ່ສຸຂະພາບ ຂອງຜູ້ທີ່ກິນເຂົ້າໄປໄດ້.

ຂໍ້ມູນຈາກ: http://indyconsumers.or
ໂດຍ: ພັນທະພອນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!