Home » ເຊືອກສັ້ນໃສ່ຄັນແຂງ

ເຊືອກສັ້ນໃສ່ຄັນແຂງ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ປຽບໃສ່ເຊືອກທີ່ເອົາມາ ຜູກໃສ່ຄັນເບັດ, ຖ້າຫາກຄັນສັ້ນຫຼາຍ ກໍຈະບໍ່ພໍດີກັບ ຄັນ ຫຼື ຖ້າເຊືອກແຂງຫຼາຍ ກໍຈະເຮັດໃຫ້ມັນບໍ່ໄປໄກໄດ້ ແລະ ໃນເວລາເອົາໄປຕຶກເບັດ ຈະຢູ່ໃກ້ໂຕ, ປາກໍຈະບໍ່ກ້າມາກິນເຫຍື່ອ. ປຽບເໝືອນຄວາມລະມັດລະວັງ ບໍ່ໃຫ້ເຄັ່ງຄັດ ຫຼື ຄຽດຫຼາຍເກີນໄປ, ຄວາມຮ້າຍໃຫ້ຜູ້ທີ່ອ່ອນແອກວ່າ ຕ້ອງມີການຜ່ອນສັ້ນ ຜ່ອນຍາວ ເຄັ່ງຫຼາຍມັນກໍຈະບໍ່ໄດ້ ຜົນປະໂຫຍດຫຍັງ, ບາງເທື່ອຈະສ້າງຄວາມແຕກແຍກກັນອີກ.

(ດວງຈັນ, 1999:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!