Home » ເຊວຕົ້ນກຳເນີດ Stem cell

ເຊວຕົ້ນກຳເນີດ Stem cell

ໂດຍ ຄໍາສັບລາວ

ກະ​ແສ​ຄວາມ​ດັງ​ ລະດັບ​ໂລກ ​ຂອງ​ງານ​ວິ​ໄຈ ສະ​ເຕັມ​​ເຊ​ວ (Stem cell) ຫຼື ​ເຊ​ວຕົ້ນ​ກຳ​ເນີ​ດ ​ໃນ​ຫຼອດ​ເລືອດ ​ເຊິ່ງມີ​ຄວາມ​ກ້າວໜ້າ ຢ່າງ​ວ່ອງ​ໄວໃນ 10 ປີ​ທີ່​ຜ່ານ​ມາ.

ບໍ່​ວ່າ​ຈະ​ຜ່ານ​ ສື່​ສັງຄົມ​ອອນ​ໄລ, ​ໂທລະສັບ ສື່​ສິ່ງ​ພີ​ມຕ່າງໆ ມັກ​ມີກ​ານ​ບັນຍາຍ ​ເຖິງປະ​​ໂຫຍ​ດ ຫຼື ຄວາມ​ເປັນ​ໄປ​ໄດ້ ​ໃນ​ການນຳ​ໃຊ້ ​ເຊ​ວຕົ້ນ​ກຳ​ເນີ​ດ ​ໃນ​ການ​ປິ່ນປົວ ​ພະຍາດ, ການ​ສະ​ລໍ​ໄວ ຫຼື ການ​ນຳ​ໄປ​ໃຊ້​ ໃນ​ເລື່ອງ​ຄວາມ​ສວຍ ​ຄວາມ​ງາມ ​ແລະ ມີ​ການ​ອ້າງ​ເຖິງ ຄຸນ​ປະ​ໂຫຍ​ດ ທີ່ຫຼາກຫຼາຍ ຂະໜາດວ່າ ໂຮງໝໍເອກກະຊົນ ຫຼາຍແຫ່ງ ໄດ້ສະເໜີ ໂປຼແກຼມຮັກສາ ເຊວຕົ້ນກຳເນີດ ຈາກສາຍສະບື ເດັກນ້ອຍເກີດໃໝ່ ເພື່ອນຳໄປປິ່ນປົວ ພະຍາດ ທີ່ອາດເກີດຂຶ້ນ ໃນອະນາຄົດ ເຊິ່ງມີຄ່າໃຊ້ຈ່າຍ ໃນການເກັບຮັກສາ ຫຼາຍທີ່ສຸດ ຂໍ້ມູນຕໍ່ໄປນີ້ ຈະຊ່ວຍໃຫ້ທ່ານ ຕັດສິນໃຈ ໄດ້ຮອບຄອບ ຫຼາຍຍິ່ງຂຶ້ນ ກ່ຽວກັບ ສະເຕັມເຊວ ( Stem cell “Catechin” ).

ສະເຕັມເຊວ ຄື ເຊວຊະນິດ ພິເສດ ພົບເຫັນໄດ້ ທຸກຊ່ວງເວລາ ຂອງການຈະເລີນ ເຕີບໃຫຍ່ ຂະຫຍາຍຕົວ ໃນສິ່ງມີຊີວິດ ທີ່ແບ່ງໄດ້ ແບບບໍ່ຈຳກັດ ແລະ ສາມາດປ່ຽນແປງ ໄປເປັນເຊວ ໄດ້ເກືອບ ທຸກຊະນິດ ເພື່ອວັດແທນເຊວ ທີ່ເສຍສະພາບ ໃນຮ່າງກາຍ ເຊັ່ນ: ເຊວຜິວໜັງ, ເຊວສະໝອງ, ເຊວຫົວໃຈ, ກ້າມຊີ້ນ ແລະ ເຊວເມັດເລືອດ ມີໜ້າທີ່ສຳຄັນ ໃນການແບ່ງຕົວ ເພີ່ມຈຳນວນ ແລະ ປ່ຽນແປງ ໄປເປັນເຊວ ຊະນິດຕ່າງໆ.

ເຊວຕົ້ນກຳເນີດ ແບ່ງເປັນ 2 ປະເພດໃຫຍ່ຄື: ເຊວຕົ້ນກຳເນີດ ທີ່ແຍກໄດ້ຈາກ ຕົວອ່ອນ ແລະ ເຊວຕົ້ນກຳເນີດ ທີ່ແຍກໄດ້ຈາກ ສິ່ງມີຊີວິດ ໃຫຍ່ເຕັມ​ໂຕ ຫຼື ຈາກເນື້ອເຍື່ອ ​ເຊິ່ງຄຸນສົມບັດ ຂອງເຊວທັງ 2 ຊະນິດນີ້ ມີຄວາມແຕກຕ່າງກັນ.

ເຊວຕົ້ນກຳເນີດ ຈາກຕົວອ່ອນ ສາມາດປ່ຽນແປງໄປ ເປັນເຊວ ໄດ້ເກືອບທຸກຊະນິດ ໃນຮ່າງກາຍ ຍົກເວັ້ນເຊວຈາກ ຕົ້ນກຳເນີດ ຈາກຕົວເຕັມໄວ ສາມາດປ່ຽນແປງໄປ ເປັນເຊວສະເພາະ ໃນເນື້ອເຍື່ອນັ້ນໆ ເຊັ່ນ: ສະເຕັມເຊວຂອງເລືອດ ສາມາດປ່ຽນແປງ ເມັດສີເລືອດແດງ ເມັດເລືອດຂາວ ແລະ ເກັດເລືອດ.

ພະຍາດ ທີ່ທາງແພດ ຍອມຮັບວ່າ ສາມາດນຳໃຊ້ ເຊວຕົ້ນກຳເນີດ ປິ່ວປົວໄດ້ມີ: ພະຍາດ ທີ່ເກີດຈາກ ຄວາມຜິດປົກກະຕິ ໃນລະບົບເລືອດ ເທົ່ານັ້ນ ເຊັ່ນ: ພະຍາດມະເຮັງ ເມັດເລືອດຂາວ ຫຼື ລູຄີເມຍ, ພະຍາດເລືອດຈາງ ຫຼື ທັດຊີເມຍ ເຊິ່ງປິ່ນປົວດ້ວຍ ວິທີການປູກຖ່າຍ ເຊວຕົ້ນກຳເນີດ ຈາກໄຂ ສ່ວນພະຍາດອື່ນ ທີ່ມີການອ້າງວ່າ ປິ່ນປົວ ດ້ວຍເຊວຕົ້ນກຳເນີດ ໄດ້ຍັງຢູ່ໃນ ຂະບວນການ ສຶກສາວິໄຈ ທາງຄຼີນິກ ​ເຊິ່ງອາດ​ຈະ​ໄດ້​ຮັບ ​ຜົນ​ດີ​ໃນ​ການ​ປິ່ນປົວ ​ໃນ​ອະນາຄົດ​ ແຕ່​ຍັງ​ບໍ່​ຖືກ​ບັນຈຸ ​ຢູ່​ໃນ​ການ​ປິ່ນປົວ  ​ແບບ​ມາດ​ຖານ.

ຕອນ​ນີ້​ ຍັງ​ບໍ່​ມີ​ຂໍ້​ບົງ​ບອກ​ໃຊ້​ ໃນ​ການ​​ເອົາ​ ເຊ​ວຕົ້ນ​ກຳ​ເນີ​ດ ຂອງ​ຕົນ​ເອງ ​ທີ່​ເກັບ​ແຊ່​ແຂງ​ໄວ້ ​ມາ​ໃຊ້​  ​ເພື່ອປິ່ນປົວ​ຕົນ​ເອງ ​ແລະ ບໍ່​ມີ​ການ​ຮອງ​ຮັບ​ວ່າ ​ປິ່ນປົວ​ພະຍາດ​ໄດ້​ແທ້ ພະຍາດ​ ທີ່​ປິ່ນປົວ​ໄດ້ ​ຄື: ພະຍາດ​ທີ່​ເກີດ​ຈາກ​ ຄວາມ​ຜິດ​ປົກກະຕິ​ ຂອງ​​ເຊື້ອສາຍ ​ໃນ​ລະບົບ​ເລືອດ ​ເຊິ່ງສ່ວນ​ຫຼາຍ ​ຕ້ອງ​ອາ​ໄສ​ ແຫຼ່ງ​ເຊ​ວຕົ້ນ​ກຳ​ເນີ​ດ ຈາກ​ຜູ້​ບໍລິຈາກ​ຄົນ​ອື່ນ ​ເນື່ອງ​ຈາກ​ວ່າ​ ເຊ​ວຕົ້ນ​ກຳ​ເນີ​ດ ຂອງ​ຜູ້ເຈັບ​ຍ່ອມ​ມີ ​ຄວາມ​ຜິດ​ປົກກະຕິ ​ທາງ​ເຊື້ອສາຍ ​ດັ່ງກ່າວ​ຢູ່ ບໍ່​ສາມາດ​ນຳ ​ມາ​ປິ່ນປົວ​ໄດ້ ສ່ວນ​ການ​ແກ້​ໄຂ​ ຄວາມ​ຜິດ​ປົກກະຕິ ​ໃນ​ລະດັບ​​ເຊື້ອສາຍ ຫຼື ການ​ປິ່ນປົວ ​ດ້ວຍ​ຍິນ​ບຳບັດ ອາດ​ຈະ​ສາມາດ ​ໃຊ້​ປະ​ໂຫຍ​ດຈາກ ​ການ​ເກັບ​ຮັກສາ​ ເຊ​ວຕົ້ນ​ກຳ​ເນີ​ດ ຂອງ​ຕົນ​ເອງ ​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຮົາ​ສາມາດ​ເກັບ​ຮັກສາ​    ເຊ​ວຈາກ​ຜູ້​ປ່ວຍ ​ໃນ​ຊ່ວງ​ເວລາ​ໃດ​ກໍ​ໄດ້ ບໍ່​ຈຳ​ເປັນ​ຕ້ອງ ​ເກັບ​ຮັກສາ​ໄວ້​ດົນ.​

ບໍລິ​ສັດ ​ຫຼື ​ໂຮງໝໍ​ເອກະ​ຊົນ​ຫຼາຍ​ບ່ອນ ​ສະ​ເໜີ​ໂປຼ​ແກຼມ ​ເກັບ​ຮັກສາ ​ເຊ​ວຕົ້ນ​ກຳ​ເນີ​ດ ຈາກ​ສາຍ​ສະບື ເດັກ​ນ້ອຍ ​ເກີດ​ໃໝ່ ການ​ສຶກສາ​ ໃນ​ປັດຈຸບັນ​ ຍັງ​ບໍ່​ສາມາດ​ໃຊ້​ ເຊ​ວຈາກ​ສາຍ​ສະບື ປິ່ນປົວ​ພະຍາດ ​ອັນ​ໄຊ​ເບີ, ​ເບົາຫວານ, ພະຍາດຫົວ​ໃຈ, ອຳ​ມະ​ພາດ ດັ່ງກ່າວ​ໄດ້ ​ເພາະ​ພະຍາດ​ ດັ່ງກ່າວ ​ມີ​ການ​ສຶກສາ ​ໃນ​ເຊ​ວຕົ້ນ​ກຳ​ເນີ​ດ ຕົວ​ອ່ອນ​ເທົ່າ​ນັ້ນ ​ແລະ ຄວາມ​ຮູ້​ໃນ​ປັດຈຸບັນ​ ສາມາດ​ສ້າງ ​ເຊ​ວຕົວ​ອ່ອນ ​ສະ​ເພາະ​ບຸກຄົນ​ ຈາກ​ເຊ​ວຮ່າງກາຍ​ ຊະນິດ​ໃດ ​ແລະ ​ໃນ​ຊ່ວງ​ໄວ​ໃດ​ກໍ​ໄດ້ ​ໂດຍ​ວິທີ​ດັ່ງ​ກ່າວ ​ເອີ້ນ​ວ່າ: Cellular Reprogramming ຫຼື​ ການ​ສ້າງ iPS cells (Induced Pluripotent Stem Cells) ​ເຊິ່ງມີ​ ຄຸນສົມບັດ ​ຄື​ກັນ​ ກັບ ​ເຊ​ວຕົ້ນ​ກຳ​ເນີ​ດ ​ໄລຍະ​ຕົວ​ອ່ອນ ​​ໂດຍບໍ່​ຕ້ອງ​ອາ​ໄສ​ ເຊ​ວຈາກ ​ສາຍ​ສະບື​ ອີກ​ຕໍ່​ໄປ.

ຂໍ້​ມູນ ​ຈາກ​ສຳນັກງານ ​ຄະນະ​ກຳມະການ​ ອາຫານ ​ແລະ ຢາ ຫ້າມ​ໃຊ້​ເຊ​ວ ຫຼື​ ເນື້ອ​ເຍື້ອ ຫຼື ຜະລິດ​ຕະພັນ ຈາກ​ຮ່າງກາຍ ​ມະນຸດ ​ເປັນ​ສ່ວນ​ປະກອບ​ ໃນ​ເຄື່ອງ​ສຳອາງ ຈາກ​ປະກາດ ​ສະບັບ​ນີ້​ ເຮັດ​ໃຫ້​ຜະ​ລິດ​ຕະພັນ ​ໃນ​ຕະຫຼາດ ຫຼີ້ກລ້ຽງ​ຂໍ້ຄວາມ​ນີ້ ​ໃນ​ການ​ໂຄສະນາ ​ເຊັ່ນ: ມີ​ສ່ວນ​ປະສົມ​ ຈາກ​ສະ​ເຕັມ​ເຊ​ວ ພົກ​ແກະ ຫຼື ມີ​ສ່ວນ​ປະສົມ ຈາກ​ສະ​ເຕັມ​ເຊ​ວ ຈາກ​ພຶດ ການ​ພິຈາລະນາ​ວ່າ ​ສາມາດ​ເຊື່ອ​ຖື​​ໃນ ​ສັບພະ​ຄຸນ ​ທີ່​ອ້າງ​ຂຶ້ນ​ໄດ້​ຫຼື​ບໍ່ ​ໃຫ້​ສັງ​ເກດ​ດ້ວຍ​ຫຼັກການ ​ງ່າຍໆວ່າ ສານ​ທີ່​ຜະລິດ ​ອອກ​ມາ​ຈາກ​ ເຊວຕົ້ນ​ກຳ​ເນີ​ດ ທີ່​ຄາດ​ວ່າ​ ອາດ​ຈະ​ມີ​ສ່ວນ ​ຊ່ວຍ​ໃນ​ຄວາມ​ສວຍ​ຄວາມ​ງາມ ​ຄື: ​ໂປຼຕິນ ທີ່​ໄຫຼ​ອອກ​ມາ​ຈາກ​ ເຊ​ວຕົ້ນ​ກຳ​ເນີ​ດ ​ເຊິ່ງສ່ວນ​ຫຼາຍ​ ເປັນສານ​ຊ່ວຍ​​​ໃນ​ການ ຂະຫຍາຍຕົວ Growth Factor ຫຼື ສານ​ພວກ​ໄຊ​ໂຕ​ໄດຼ (Cytokine) ສານ​ເຫຼົ່າ​ນີ້​ ຈະ​ລະລາຍ​ຕົວ ​ໃນ​ອຸນຫະພູມ ​ຫ້ອງ​ໄດ້​ໄວ​ຂຶ້ນ ​ແລະ ຈະສູນ​ເສຍ ​ສະພາບ​ພຽງ 1-2 ມື້ ​ເຖິງ​ວ່າ ​ຈະ​ເກັບ​ຮັກສາ ​ແຊ່​ແຂງ ກໍ​ບໍ່​ເໝາະສົມ​ ໃນ​ການ​ເກັບ​ຮັກສາ​  ເພາະ​ການ​ລະລາຍ​ອອກ​ມາ​​ ຈະ​ເຮັດ​ໃຫ້​ໂປຼຕິນ ​ເສື່ອ​ມສະພາບ​ໄດ້ ​ເຊັ່ນ​ກັນ ສ່ວນ​ສານ​ ທີ່​ອ້າງ​ວ່າ​ ສະກັດ​ຈາກ​ ສະ​​ເຕັມ​ເຊ​ວ ຈາກ​ພຶດ​ ​ໃນ​ຄວາມ​ຈິງ​ແລ້ວ​ ເປັນສານ​ເຄມີ​ ທີ່​ພຶດສ້າງ​ຂຶ້ນ ​ເຊິ່ງອາດ​ຈະ​​ໃຊ້ ໄດ້ຜົນ​ໃນ​ການ​ ໃຊ້​ຕົວ​ຈິງ​ ເຊັ່ນ: ມີ​ສ່ວນ​ປະກອບ ​ຂອງ​ວິຕາມິນ​ຊີ ຫຼື ກົດຂອງ ໝາກ​ໄມ້​ ບາງ​ຊະນິດ ​ແຕ່​ນັ້ນ​ບໍ່​ແມ່ນ​ສານ​ຈາກ ​ສະ​ເຕັມ​ເຊ​ວ ​ແທ້ ຄວນ​ເອີ້​ນວ່າ ​ຜະລິດ​ຕະພັນ​ຈາກ​ພືດ ສະໝຸນ​ໄພ​ ຈຶ່ງ​ເໝາະສົມ​ຫຼາຍ​ກວ່າ.

​ເປັນຄວາມ​ເຊື່ອ​ທີ່​ຜິດ ​ວ່າ: ຖ້າ​ເປັນ​ເຊ​ວຕົວ​ເອງ​ ຈະ​ປອດ​ໄພ ຖ້າ​ສີດ​ບໍ່​ໄດ້ ​ເຮັດ​ໃຫ້​ເກີດ ​ເສັ້ນ​ເລືອດອຸດ​ຕັນ​ໄດ້ ຖ້າ​ເປັນ​ເສັ້ນ​ເລືອດສຳຄັນ ​ກໍ​ເກີດ​ຫຼອດ​ເລືອດ ສະໝອງຕີບ, ອຳມະພາດ ຫຼື ​ເສຍ​ຊີວິດ​ໄດ້ ນອກຈາກ​ນີ້ ​ລະບົບ​ພູມ​ຄຸ້ມ​ກັນ ​ເບິ່ງ​ບໍ່​ເຫັນ ​ເປັນ​ອັນຕະລາຍ ​ໃນ​ທາງ​ກົງກັນຂ້າມ ​ຖ້າ​ບໍ່​​ແມ່ນ ເຊ​ວຂອງ​ຮ່າງກາຍ​ເຮົາ ​ເປັນ​ເຊ​ວຂອງ​ຄົນ​ອື່ນ ຕ້ອງ​ທົດ​ລອງ​ວ່າ ​ເຂົ້າ​ກັບ​ເລືອດ​ເຮົາບໍ່ ຮ່າງກາຍ​ບໍ່​ຕໍ່ຕ້ານ ​ເຊັ່ນ​ດຽວ​ກັບ ​ການ​ປູກ​ຖ່າຍ ​ອະ​ໄວ​ຍະ​ວະ​ ເຂົ້າ​ໄປ​ໃນ​ຮ່າງກາຍ ກໍ​ຕ້ອງ​ໃຊ້​ເຊ​ວ ທີ່​ເຂົ້າກັນ​ໄດ້​ ກັບ​ຮ່າງກາຍ​ເຮົາ ຢ່າງ​ໃດ​ກໍ​ຕາມ ​ເມື່ອ​ເຮົາ​ສີດ ​ເຊ​ວຄົນ​ອື່ນ​ເຂົ້າ​ໄປ ຮ່າງກາຍ​ກໍ​ຈະ​ພະຍາຍາມ ​ຂ້າ​ເຊ​ວຂອງ​ຄົນ​ອື່ນ ຮ່າງກາຍ​ເຮົາ​ກໍ​ຈະ ​ຂັບ​ສານຫຼາຍ ​ເພື່ອ​ໄປ​ຂ້າ​ ເຊ​ວນັ້ນ ບາງ​ຄັ້ງ ​ກໍ​ຮ້າຍ​ແຮງ​ຈົນ​ເກີດ ​ອັນຕະລາຍ​ໄດ້.

ຜົນ​ປະ​ໂຫຍ​ດ ອັນ​ຫຼວງ​ຫຼາຍ ​ທີ່​ມາ​ພ້ອມ​ກັບ ​ງານ​ວິ​ໄຈ​ເຫຼົ່າ​ນີ້​ ເຮັດ​ໃຫ້​ຕ້ອງ​ ລະມັດລະວັງ ​ໃນ​ການ​ຮັບ​ຟັງ​ຂໍ້​ມູນ​ວ່າ​ ຈະ​ເຊື່ອ​ຖື ​​ຫຼາຍເທົ່າ​ໃດ ກ່ອນ​ຕັດສິນ​ໃຈ ​ເລືອກປິ່ນປົວ ​ດ້ວຍ​ສະ​ເຕັມ​ເຊ​ວ.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!