Home » ເຈົ້າບໍ່ມີສານ ສົມພານບໍ່ມີວັດ

ເຈົ້າບໍ່ມີສານ ສົມພານບໍ່ມີວັດ

ໂດຍ ຄໍາສັບລາວ

ເຈົ້າ ໝາຍເຖິງ ສິງສັກສິດ, ຜູ້ຮັກສາ ເປັນເຈົ້າທີ່, ທີ່ຄົນເຮົານົບໄຫວ້ບູຊາ ແລະ ສ້າງຫໍບູຊາໄວ້ ເພື່ອເປັນບ່ອນເພິ່ງຕາມຄວາມເຊື່ອຖື; ສົມພານ ໝາຍເຖິງ ພະສົງທີ່ບວດໃນສາສະໜາພຸດ, ທີ່ມີວັດເປັນທີ່ພັກພາອາໄສ. ຄຳໂຕງໂຕຍນີ້ ປຽບກັບຄົນເຮົາ ທີ່ບໍ່ມີບ່ອນພັກພາອາໄສ, ບໍ່ມີເຮືອນຊານ, ເປັນຄົນເລື່ອນລອຍ, ບໍ່ມີທີ່ຢູ່ອາໄສທີ່ແນ່ນອນ ເພີ່ນຈຶ່ງປຽບກັບ ເຈົ້າບໍ່ມີສານ ສົມພານບໍ່ມີວັດ.

(ທອງມີ, 2007:168)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!