Home » ເຂົ້າໃໝ່ປາມັນ

ເຂົ້າໃໝ່ປາມັນ

ໂດຍ ຄໍາສັບລາວ

ເຂົ້າໃໝ່ ແມ່ນເຂົ້າ ທີ່ເຮົາເກັບກ່ຽວໃໝ່ ເຊິ່ງມັນຈະມີ ຄວາມອ່ອນ ແລະ ຫອມ ເຮັດໃຫ້ ມີຄວາມແຊບຊ້ອຍ ໃນເວລາເຮົາ ຮັບປະທານ; ສ່ວນ ປາຈະມັນແມ່ນ ປາໃນລະດູ ເກັບກ່ຽວເຂົ້າ ເພາະ ເປັນໄລຍະ ໝົດລະດູຝົນ, ເຂົ້າຕົມ ລະດູໜາວ ປາຈະມີ ຄວາມມັນ ແລະ ມີລົດຊາດ ດີແຊບຂຶ້ນ, ເຮັດໃຫ້ຄົນເຮົາ ນິຍົມຊົມຊອບ ທີ່ຈະຮັບປະທານ.

ຄຳໂຕງໂຕຍນີ້ ແມ່ນ ປຽບທຽບ ໃຫ້ເຫັນເຖິງ ຄວາມຮັກ ລະຫວ່າງ ບ່າວ-ສາວ ຫຼື ຜົວເມຍ ທີ່ແຕ່ງງານກັນ ໃໝ່ໆ ທີ່ມີລົດແຫ່ງ ຄວາມຮັກ ກຳລັງຫອມຫວນ, ມີຄວາມຮັກແພງ ຖະໜຸຖະໜອມ ເອົາໃຈໃສ່ ເຊິ່ງກັນແລະກັນ ແລະ ການທີ່ຈະເຮັດຫຍັງ ທຳຫຍັງ ກໍຖືກ ອົກຖືກໃຈ ໄປໝົດ.

(ສີລາ, 2000:17), ສຶກສາຄຳໂຕງໂຕຍໃນພາສາລາວ, ປ. ໂທ ປີ 2015

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!