Home » ສອນລູກໃຫ້ຮູ້ຈັກ ຄວາມກະຕັນຍູຮູ້ບຸນຄຸນ

ສອນລູກໃຫ້ຮູ້ຈັກ ຄວາມກະຕັນຍູຮູ້ບຸນຄຸນ

ໂດຍ ຄໍາສັບລາວ

ເປົ້າໝາຍຫຼັກ ຂອງພໍ່ແມ່ ກໍແມ່ນຕ້ອງການ ໃຫ້ລູກມີສຸຂະພາບ ແຂງແຮງສົມບູນ; ເມື່ອເຕີບໃຫຍ່ຂຶ້ນ ກໍຕ້ອງການໃຫ້ເປັນ ຄົນດີ ມີຄວາມສາມາດ ສິ່ງສໍາຄັນ ກໍແມ່ນຢາກໃຫ້ເປັນຄົນ ກະຕັນຍູຮູ້ບຸນຄຸນ ຕໍ່ພໍ່ແມ່, ຄູບາອາຈານ ແລະ ຜູ້ທີ່ມີພະຄຸນ. ຊຶ່ງພໍ່ແມ່ຫຼາຍຄົນ ຕ່າງກໍມີເຕັກນິກວິທີ ສິດສອນຂອງໃຜລາວ ຊຶ່ງການສອນລູກ ເພື່ອໃຫ້ລູກກະຕັນຍູ ບໍ່ຈໍາເປັນຕ້ອງເນັ້ນໃສ່ ວັດຖຸເງິນຄໍາ ຫຼື ຂອງຂວັນ ທີ່ມີລາຄາແພງ ຄວນຈະປ່ຽນມາເປັນ ການແບ່ງວຽກເຮືອນໃຫ້ລູກ ຊ່ວຍພໍ່ແມ່ ທີ່ລູກສາມາດເຮັດໄດ້ ຕາມໄວອາຍຸ. ຄຳສັບລາວ ມີບາງວິທີໃນການ ສອນລູກໃຫ້ເປັນຄົນ ກະຕັນຍູຮູ້ບຸນຄຸນ ມາແລກປ່ຽນນໍາບັນດາທ່ານ ເພື່ອລອງນໍາໄປໃຊ້ເປັນຕົ້ນ:

  1. ເລີ່ມສອນໃຫ້ລູກ ຮູ້ຈັກຄໍາວ່າ ກະຕັນຍູຮູ້ບຸນຄຸນ ຕັ້ງແຕ່ຕອນລູກເລີ່ມຮູ້ຄວາມ ດ້ວຍການອະທິບາຍ ໃຫ້ເຫັນບຸນຄຸນ ຂອງບິດາ, ມານດາພ້ອມທັງບອກໃຫ້ລູກ ຮູ້ວ່າພໍ່ແມ່ຮັກ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອລູກ ເຖິງຈະຫຍຸ້ງຍາກລໍາບາກ ພຽງໃດຫຼັງສູ້ຟ້າ ໜ້າສູ້ດິນ, ອົດຫຼັບອົດນອນ, ຍອມເຈັບ, ຍອມເມື່ອຍທຸກຢ່າງ ເພື່ອລູກ ສູ້ຊົນເພື່ອຫາເງິນ ມາລ້ຽງລູກ ແລະ ຫວັງໃຫ້ລູກ ມີອະນາຄົດທີ່ດີ ໃນຕໍ່ໜ້າ. ຊຶ່ງຄໍາສອນນີ້ ກໍເປັນວິທີໜຶ່ງ ທີ່ລູກຈະໄດ້ສໍານຶກ ເຖິງບຸນຄຸນພໍ່ແມ່ ທີ່ຍອມສູ້ເພື່ອຕົນເອງ.

  2. ພໍ່ແມ່ຕ້ອງເປັນແບບຢ່າງ ສະແດງຄວາມ ກະຕັນຍູຕໍ່ຜູ້ມີ ພະຄຸນໃຫ້ລູກໄດ້ເຫັນ ໂດຍກະຕັນຍູຕໍ່ ພໍ່, ແມ່, ປູ່ຍ່າ, ຕາຍາຍຂອງຕົນ ໃຫ້ລູກໄດ້ເຫັນໃນມື້ສໍາຄັນ ຄວນພາລູກໄປຢາມ ພວກເພິ່ນ ຫຼື ຖ້າຢູ່ນໍາກັນ ກໍຄວນເບິ່ງແຍງດ້ານອາຫານ ການກິນ, ເຄື່ອງນຸ່ງຫົ່ມໃຫ້ ເພິ່ນ, ຊ່ວຍເຫຼືອເບິ່ງແຍງ ຜູ້ອາວຸໂສ ເພື່ອເປັນຕົວຢ່າງ ໃຫ້ລູກເຫັນ ພ້ອມທັງສອນໃຫ້ລູກຮູ້ເຖິງ ບຸນຄຸນພໍ່ແມ່ ທີ່ລ້ຽງເຮົາມາ ຕັ້ງແຕ່ຢູ່ໃນທ້ອງ ຈົນເກີດ ແລະ ໃຫຍ່ຂຶ້ນມາ ສະນັ້ນ, ເມື່ອເພິ່ນເຖົ້າແກ່ແລ້ວ ເຮົາກໍຕ້ອງໄດ້ລ້ຽງເພິ່ນຄືນ, ດ້ວຍການເຮັດວຽກງານ, ຫາເງິນຄໍາໃຫ້ໃຊ້, ແຕ່ງຢູ່ຄົວກິນໃຫ້ເພິ່ນ. ພິເສດເບິ່ງແຍງເພິ່ນໃນເວລາເຈັບເປັນ.

  3. ສອນໃຫ້ລູກຮູ້ຈັກຄໍາວ່າ: ບາບ, ບຸນ, ຄຸນໂທດ ໂດຍສະເພາະ ໄລຍະປີໃໝ່ລາວ ຕ້ອງພາລູກ ໄປນົບໄຫວ້, ສົງນໍ້າພໍ່,ແມ່, ປູ່ຍ່າ, ຕາຍາຍ,  ຍາດຕິພີ່ນ້ອງ, ລຸງ,  ປ້າ, ອາວ, ອາ ຊຶ່ງຈະສອນໃຫ້ລູກ ສໍານຶກໄດ້ວ່າ ການກະຕັນຍູບໍ່ສະເພາະ ແຕ່ການໃຫ້ເງິນ, ຄໍາ ເທົ່ານັ້ນ ແຕ່ຍັງເປັນການໃສ່ໃຈ ເບິ່ງແຍງ, ດູແລ ຫຼື ຊ່ວຍເຫຼືອໃນເວລາ ທີ່ເພິ່ນຈໍາເປັນ ແລະ ເດືອດຮ້ອນ.

  4. ທຸກຄົນໃນຄອບຄົວ ຄວນເປັນແບບຢ່າງ ສອນໃຫ້ລູກຮູ້ຈັກ ກະຕັນຍູຮູ້ບຸນຄຸນ ຕໍ່ຄູບາອາຈານ, ຜູ້ມີພະຄຸນ ພ້ອມທັງ ສອນໃຫ້ຮູ້ວ່າ ເວລາເພິ່ນມີຄວາມຫຍຸ້ງຍາກ ກໍຕ້ອງຊ່ວຍເຫຼືອເພິ່ນ ເພາະເພິ່ນເຄີຍ ຊ່ວຍເຫຼືອເຮົາ ໃນເວລາເຮົາພົບ ຄວາມຫຍຸ້ງຍາກ ສະນັ້ນ, ເຮົາຕ້ອງຮູ້ຈັກ ຕອບບຸນແທນຄຸນເພິ່ນ.

  5. ສອນໃຫ້ລູກຮູ້ຈັກ ຮັກທໍາມະຊາດ, ຮັກສິ່ງແວດລ້ອມ ຄື: ບໍ່ຄວນຖິ້ມຂີ້ເຫຍື້ອຊະຊາຍ ແລະ ບໍ່ຄວນຖິ້ມໃສ່ແມ່ນໍ້າ, ຮູ້ຈັກປະຢັດນໍ້າ ເພາະຄວາມກະຕັນຍູ ບໍ່ພຽງມີຕໍ່ຄົນເທົ່ານັ້ນ ຕ້ອງກະຕັນຍູຕໍ່ ທໍາມະຊາດນໍາອີກ.

  6. ຍ້ອງຍໍຊົມເຊີຍລູກ ໃນເວລາທີ່ລູກຊ່ວຍ ເຮັດວຽກເຮືອນ ຫຼື ແບ່ງເບົາພາລະ ຊ່ວຍພໍ່ແມ່ ເພາະຄວາມກະຕັນຍູ ສໍາຄັນຖືກຕ້ອງ ແລະ ຍົກຍ້ອງໄປພ້ອມໆກັນ. ອີກຢ່າງໜຶ່ງ ເມື່ອພໍ່ແມ່ເຫັນ ບຸກຄົນດີໆ ກໍຄວນນໍາມາເລົ່າ ສູ່ລູກຟັງ ເພື່ອເປັນແບບຢ່າງ ໃຫ້ລູກໄດ້ນຶກ ເຫັນພາບແລ້ວ ນໍາມາເປັນບົດຮຽນ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!