Home » ສວນແຄມທ່າ ນາຕີນບ້ານ

ສວນແຄມທ່າ ນາຕີນບ້ານ

ໂດຍ ຄໍາສັບລາວ

ສວນ ແມ່ນສະຖານທີ່ ໃຊ້ໄວ້ປູກຜັກ, ໝາກອຶ, ໝາກແຕງ ແລະ ພືດຊະນິດອື່ນໆ. ສວນແຄມທ່າ ແມ່ນ ສວນ ທີ່ໃກ້ກັບໜອງນ້ຳ ເຊິ່ງສ້າງຄວາມ ສະດວກສະບາຍ ໃຫ້ແກ່ເຈົ້າຂອງສວນ ໃນການຫົດ, ໃສ່ຝຸ່ນພວນດິນ ເຮັດໃຫ້ພືດຜັກນັ້ນງາມ, ສ່ວນ ນາ ກໍແມ່ນ ສະຖານທີ່ປູກເຂົ້າ, ນາຕີນບ້ານ ໝາຍເຖິງ ນາທີ່ຢູ່ຕິດກັບໝູ່ບ້ານ, ເວລາຝົນຕົກ ນ້ຳໃນໝູ່ບ້ານ ຈະໄຫຼ ພັດເອົາຝຸ່ນໃນ ໝູ່ບ້ານ ລົງມາລວມກັນ ທີ່ທົ່ງນາແຫ່ງນີ້ ເຮັດໃຫ້ເວລາປູກເຂົ້ານັ້ນ ມັນຈະງອກງາມ ແລະ ໄດ້ຜົນຜະລິດຫຼາຍ ໂດຍທີ່ບໍ່ຕ້ອງໃສ່ປຸ່ຍກໍໄດ້. ຄຳໂຕງໂຕຍນີ້ ປຽບທຽບໃຫ້ເຫັນຄວາມອຸດົມສົມບູນ, ຄວາມສະດວກສະບາຍ ຢູ່ໃກ້ກັບ ທີ່ພັກພາອາໄສ ຂອງເຈົ້າຂອງ, ງ່າຍຕໍ່ການດູແລຮັກສາ ແລະ ນຳໃຊ້ ເຊິ່ງໃຜໆ ກໍມີຄວາມຕ້ອງການ ທີ່ຢາກຈະໄດ້.

(ອ່ອນສີ, 2007:80)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!