Home » ວິທີໃຊ້ຊີວິດຄູ່ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ໝັ້ນຄົງ

ວິທີໃຊ້ຊີວິດຄູ່ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ໝັ້ນຄົງ

ໂດຍ ຄໍາສັບລາວ

ເມື່ອຄົນສອງຄົນຕັດສິນໃຈ ໃຊ້ຊີວິດຮ່ວມກັນແລ້ວ ຈຸດນີ້ຖືວ່າເປັນຈຸດເລີ່ມຕົ້ນ ຂອງຊີວິດຄອບຄົວ ຊຶ່ງປາຍທາງແຕ່ລະຄອບຄົວ ຈະເປັນແບບໃດ ແມ່ນຂຶ້ນກັບສອງຄົນຜົວ-ເມຍວ່າ ຈະຍ່າງໄປນໍາກັນຈົນຮອດເຖົ້າຮອດແກ່ ຫຼື ຈະໃຊ້ຊີວິດຢູ່ຮ່ວມກັນ ໃນໄລຍະຊົ່ວຄາວ ຍ້ອນຢູ່ຮ່ວມກັນໄປໃນໄລຍະໜຶ່ງ ກໍເປັນຕົວເອງຫຼາຍຂຶ້ນ, ສະແດງນິດໄສທີ່ແທ້ຈິງ ອອກມາ ການທີ່ຈະໃຫ້ອີກຄົນ ຍອມຮັບຕົວຕົນ ຂອງເຮົາ ຫຼື ເຮົາຈະຍອມຮັບນິດໄສ ຂອງອີກຝ່າຍໄດ້ມັນເປັນເລື່ອງ ທີ່ຍາກຫຼາຍ. ດັ່ງນັ້ນ ສິ່ງສໍາຄັນທີ່ຈະຊ່ວຍໃຫ້ຄົນສອງຄົນ ທີ່ມາຈາກຕ່າງຄອບຄົວ ຕ່າງວິທີລ້ຽງດູ ສາມາດໃຫ້ມີຊີວິດຄູ່ທີ່ມີຄວາມສຸກ ໄດ້ຢ່າງໝັ້ນຄົງ ຕ້ອງອາໄສຄວາມຮ່ວມມື ຂອງທັງສອງຝ່າຍ ທີ່ຈະຮຽນຮູ້ ແລະ ປັບຕົວເຂົ້າຫາກັນ ຊຶ່ງພວກເຮົາ ຂໍແນະນໍາ ຫຼັກການສໍາຄັນທີ່ຈະຊ່ວຍຮັກສາຄວາມສໍາພັນຂອງຊີວິດຄູໃຫ້ມີຄວາມສຸກ ແລະ ໝັ້ນຄົງຄື:

  1. ການຍອມຮັບກັນ ແລະ ກັນ ເປັນສິ່ງສໍາຄັນເບື້ອງຕົ້ນ ຂອງການໃຊ້ຊີວິດຄູ່ ຮ່ວມກັນ; ເພາະທັງສອງຄົນຕ້ອງຢູ່ ຮ່ວມກັນຕະຫຼອດຊີວິດ ຕ້ອງເຫັນໜ້າ, ຕ້ອງມີກິດຈະກໍາຮ່ວມກັນ, ຕ້ອງປຶກສາຫາລືກັນ ແລະ ແກ້ໄຂບັນຫາ ຮ່ວມກັນທຸກມື້. ສະນັ້ນ, ການເບິ່ງອີກຝ່າຍໃນແງ່ດີ ຍອມຮັບ ແລະ ພໍໃຈໃນຮູບຮ່າງໜ້າຕາ, ສະຕິປັນຍາ, ຄວາມຄິດເຫັນ ແລະ ຈິດໃຈ ຈະຊ່ວຍໃຫ້ທັງຄູ່ສື່ສານກັນຢ່າງຈົບງາມ.

  2. ຢ່າຄາດຫວັງ; ເພາະບໍ່ມີໃຜ ທີ່ຈະສົມບູນແບບ ໄປທຸກຢ່າງ ລວມທັງຕົວເຮົາເອງ ກໍຍັງມີທັງຈຸດດີ ແລະ ບໍ່ດີ ການໃຊ້ຊີວິດຄູ່ ຮ່ວມກັນຈໍາເປັນຕ້ອງຮຽນຮູ້ ທີ່ຈະພໍໃຈກັບຂໍ້ດີຂອງກັນ ຍອມຮັບຂໍ້ເສຍຂອງກັນ ເຮົາບໍ່ສາມາດ ຄາດຫວັງໃຫ້ເຂົາ ເຮັດໃນສິ່ງທີ່ເຮົາຕ້ອງການ ແຕ່ຕ້ອງອາໄສ ການປັບຕົວ ເຂົ້າຫາກັນ ດ້ວຍການປ່ຽນແປງ ພຶດຕິກໍາຂອງຕົວເອງ ຫຼື ປັບຕົວໃຫ້ຍອມຮັບ ສິ່ງທີ່ອີກຝ່າຍເປັນບາງຢ່າງ ເພື່ອໃຫ້ຢູ່ນໍາກັນ ດ້ວຍການບໍ່ເປັນທຸກ.

  3. ຮູ້ຈັກໜ້າທີ່ ໃນຄອບຄົວ ແລະ ຊ່ວຍເຫຼືອກັນ; ຄູ່ຜົວ-ເມຍ ມີບົດບາດ ແລະ ໜ້າທີ່ຂອງຕົນໃນການ ຊອກລາຍຮັບ ເຂົ້າສູ່ຄອບຄົວ, ເຮັດວຽກເຮືອນ ແລະ ລ້ຽງລູກ ດັ່ງນັ້ນ ຈຶ່ງຄວນລົມກັນວ່າ ແຕ່ລະຄົນມີໜ້າທີ່ ຫຼາຍໜ້ອຍສໍາ່ໃດ ແລະ ເຮັດຫຍັງແດ່ ແບ່ງກັນຕົກລົງກັນໃຫ້ຮອບຄອບ.

  4. ເພີ່ມຄວາມຮັກໃຫ້ຫຼາຍຂຶ້ນ; ເມື່ອຜົວ-ເມຍ ຕ້ອງການໃຊ້ຊີວິດຄູ່ ຮ່ວມກັນ ທັງສອງກໍຕ້ອງການ ຄວາມຮັກ, ຄວາມເຂົ້າໃຈ ການເບິ່ງແຍງ ເອົາໃຈໃສ່ເຊິ່ງກັນ ແລະ ກັນ. ດັ່ງນັ້ນ, ການສະແດງອອກວ່າ ຮັກ ແລະ ເຫັນຄຸນຄ່າຂອງກັນ ແລະ ກັນຢ່າງ ສະໝໍ່າສະເໝີ ຖືວ່າ ເປັນເລື່ອງ ປົກກະຕິ ເພາະຈະເປັນສິ່ງທີ່ຊ່ວຍ ໃຫ້ທັງສອງຝ່າຍຮູ້ສຶກດີ.

  5. ບໍລິຫານຈັດການເລື່ອງການເງິນ; ບັນຫາເລື່ອງການເງິນ ມັກເປັນບັນຫາໃຫຍ່ກັບຄູ່ຜົວ-ເມຍ ເນື່ອງຈາກວ່າ ໄລຍະສ້າງຕົນສ້າງໂຕ ແລະ ມີພາລະທີ່ຕ້ອງໃຊ້ຈ່າຍຫຼາຍ ກວ່າຊີວິດໂສດ ດັ່ງນັ້ນ ຄູ່ຜົວ-ເມຍ ບໍ່ຄວນປິດບັງ ໃນເລື່ອງການເງິນ ຕ້ອງວາງແຜນ ຮ່ວມກັນກ່ຽວກັບການໃຊ້ຈ່າຍ ເພື່ອຄອບຄົວ ດ້ວຍການປະຢັດ, ອົດອອມ ແລະ ໃຊ້ຈ່າຍໃນສິ່ງ ທີ່ຈໍາເປັນ ທີ່ສຸດ ອີກສ່ວນໜຶ່ງ ຕ້ອງເກັບໄວ້ເປັນເງິນທ້ອນ ສໍາລັບຄອບຄົວ ບໍ່ຄວນໃຫ້ບັນຫາ ເສດຖະກິດເປັນຕົ້ນເຫດ ເຮັດໃຫ້ຊີວິດຄູ່ ມີຄວາມຂັດແຍ້ງກັນ.

ຂໍ້ມູນຈາກ: https://www.sanook.com
ຄັດໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!