Home » ວິທີທ້ອນເງິນ ເມື່ອອາໄສແຕ່ເງິນເດືອນ

ວິທີທ້ອນເງິນ ເມື່ອອາໄສແຕ່ເງິນເດືອນ

ໂດຍ ຄໍາສັບລາວ

ການ​ໃຊ້​ຊີວິດ ​ໂດຍ​ປາສະ​ຈາກ ​ການວາງ​ແຜນ ຖື​ເປັນ​ຊີວິດ​ທີ່​ອ່າວສ່ຽງ ​ໂດຍ​ສະ​ເພາະ​ໃນ​ເລື່ອງ ​ການ​ເງິນ ຖ້າ​ບໍ່​ມີ​ການ ຈັດ​ລະບົບ​ກັນ​ໃຫ້​ດີ ​ເມື່ອ​ຮູ້​ຕົວ​​ກໍ​ອາດ​ຈະ ​ສວາຍ​ເກີນ​ໄປ ​ເພາະ​ກຳລັງ​​ປະສົບ​ກັບ ​ບັນຫາ​ທາງ​ການ​ເງິນ​ແບບ​ຫຼີກລ້ຽງ​ບໍ່​ໄດ້ ຕ້ອງ​ຍອມຮັບ​ວ່າ ຄົນເຮັດວຽກ ລໍຖ້າ​ເງິນ​ເດືອນນີ້ ​ສ່ວນ​ໜຶ່ງ​ຍັງ​ບໍ່​ສາມາດ ບໍລິຫານ​ເງິນ ​ໄດ້​ດີ​ເທົ່າ​ທີ່​ຄວນ ​ແຕ່​ເຊື່ອ​ວ່າ ​ເຮົາສາມາດ​ຮັບ​ມື ​ກັບ​ມັນ​ໄດ້​ ຖ້າ​ຮູ້ຈັກ​ວາງ​ແຜນ ​ແລະ ​ໃສ່​ໃຈ​ກັບ ​ອະນາຄົດ ​ທາງ​ດ້ານ​ການ​ເງິນ​ຂອງ​ຕົນ​ເອງ​ ໃຫ້​ຫຼາຍ​ຂຶ້ນ ​ເພາະ​ໃນ​ແຕ່​ລະ​ມື້ ​ມີຄ່າ​ໃຊ້​ຈ່າຍ ​ເພີ່ມ​ຂຶ້ນ​ເລື້ອຍໆ ຈົນ​ບໍ່​ຮູ້​ວ່າ​ຈະ​ເລີ່​ມ ຈາກຈຸດ​ໃດ​ດີ ​ເຊິ່ງຄຳສັບລາວ ​ ຈະມາແນະນຳ ​ວິທີ​ການວາງ​ແຜນ​ ທ້ອນ​ເງິນ ທີ່ບໍ່​ຍາກ ​ເກີນ​ຄວາມ​ສາມາດ​ ຂອງ​ທ່ານ​ມາ​ຝາກ.

  1. ຫຼຸດ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ.

ຄົນ​ເຮັດ​ວຽກ​ທຸກ​ຄົນ ​ອາດ​ຈະ​ຮູ້ສຶກ​ວ່າ ​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່ຢູ່​ອ້ອມ​ຕົວ​ເຮົາ ມັນ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ ທັງໝົດ ​ເຮັດ​ໃຫ້​ຕັດສິນ​ໃຈ ​ໄດ້​ຍາກ ​​ແຕ່​ເມື່ອ​ຮອດ​ເວລາ ​ຕ້ອງ​ວາງ​ແຜນການ​ເງິນ ​ເຮົາ​ກໍ​ຈະ​ເຫັນ​ໂລດ​ວ່າ ສິ່ງ​ໃດ​ຈຳ​ເປັນ​ທີ່ສຸດ ​ເຊັ່ນ: ອາຫານ​ລາ​ຄາ​ແພງ, ຊື້​​ເຄື່ອງນຸ່ງ​ທີ່​ໃຊ້​ພຽງ​ເທື່ອ​ດຽວ ຖ້າ​ເຮົາ​ສາມາດ ​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ ​ທີ່​ບໍ່​ຈຳ​ເປັນ​ໄດ້ ​ເຮົາ​ກໍ​ຈະ​​ເຫັນ​ເງິນ​ຢ່າງ​ແນ່ນອນ.

  1. ທ້ອນ​ກ່ອນ​ຈຶ່ງ​ຈ່າຍ

          ຫຼາຍ​ຄົນ​ເລືອກທີ່​ຈະ​ໃຊ້​ຈ່າຍ​ກ່ອນ ​ເຫຼືອ​ເທົ່າ​ໃດ​ແລ້ວ ​ຈຶ່ງ​ທ້ອນ ​ເຊິ່ງມັນ​ອາດ​ຈະ​ບໍ່​ແມ່ນ ​ວິທີ​ທີ່​ຖືກຕ້ອງ​ປານ​ໃດ ​ເຮົາ​ຄວນ​ປ່ຽນ​ມາ​ໃຊ້​ວິທີ​ ທ້ອນ​ກ່ອນ​ແລ້ວ​ຈຶ່ງ​ຈ່າຍ ຈະ​ເຮັດ​ໃຫ້​ເຮົາ ​ມີ​ເງິນ​ເຫຼືອ​ຫຼາຍ​ຂຶ້ນ ​ເພາະ​ເຮົາ​ໄດ້​​ເອົາ​ເງິນ ​ສ່ວນ​ໜຶ່ງ​ອອກ​ໄປ​ແລ້ວ ​ເຮົາ​ກໍ​ຈະ​ໃຊ້​ເງິນ ​ໄດ້​ແບບ​ອຸ່ນ​ໃຈ​ຫຼາຍ​ຂຶ້ນ ​ເຮົາ​ອາດ​ຈະ​ໃຊ້​ ຮູບ​ການເປີດ​ບັນຊີ ​ເງິນ​ຝາກ​ປະຈຳ​ຮ່ວມ ​ເພື່ອ​ຊ່ວຍ​ທ້ອນ​ເງິນ​ ໂດຍ​ບໍ່​ເອົາ​ເງິນ​ສ່ວນ​ນີ້ ​ມາ​​ໃຊ້ຈ່າຍ ​ແລະ ​ເປັນ​ການ​ສ້າງ​ນິ​ດໄສ​ ການ​ທ້ອນ​ເງິນ​ໃຫ້​ກັບ​ຕົນ​ເອງ.

  1. ຕັ້ງ​ເປົ້າໝາຍ​ໃນ​ການ​ທ້ອນ​ເງິນ

​ໃນ​​ໄລຍະ​ທີ່​ເຮົາ​ເລີ່​ມຕົ້ນ ​ທ້ອນ​ເງິນ ​ໃຫ້​ບັນ​ທຶກ ​ລາຍ​ຮັບ-ລາຍ​ຈ່າຍ ​ນຳ​ອີກ ​ເພື່ອ​ໃຫ້​​ເຫັນ​ວ່າ ​ໃນ​ແຕ່​ລະ​ມື້​ໄດ້​ຈ່າຍ​ເງິນ ​ໄປ​ເທົ່າ​​ໃດ​ແລ້ວ​ ໃຫ້​ເລີ່​ມຕັ້ງ​ເປົ້າ​ ໃນ​ການ​ທ້ອນ​ເງິນ​ ໃຫ້​ກັບ​ຕົວ​ເອງ​ວ່າ ​ເຮົາ​ຈະ​ເອົາ​ເງິນ​ໄປ​ຊື້​ລົດ, ຊື້​ເຮືອນ ຫຼື ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ​ສຸດ​ທ້າຍ​ເຮົາ​ກໍ​ຈະ​ຮູ້​ວ່າ ​ເຮົາ​ຈະ​ມີ​ຄວາມສຸກ ​ກັບ​ການ​ທ້ອນ​ເງິນ ​ເປັນ​ກ້ອນ​ໄດ້.

  1. ລົງທຶນ​ບາງ​ສ່ວນ​ກັບ​ກອງ​ທຶນ

ຖ້າ​ເຮົາ​ມີ​ເງິນ​ທ້ອນ​ບາງ​ກ້ອນ ​ໃຫ້​ລອງ​ເອົາ​ເງິນ​ນັ້ນ​ ມາ​ລົງທຶນ​ກັບ ​ກອງ​ທຶນ​ຕ່າງໆ ຫຼື ປ່ອຍ​ເງິນ​ກູ້​ກິນ​ດອກ​ເບ້ຍ ​ແຕ່​ກ່ອນ​ຈະ​ລົງທຶນ ​ເຮົາ​ຕ້ອງ​ສຶກສາ​ຂໍ້​ມູນ ​ໃຫ້​ດີກ່ອນ ຄິດ​ໄລ່ວ່າ ​ມັນ​ຄຸ້ມ​ແລ້ວ​ບໍ່ ? ບໍ່​ດັ່ງ​ນັ້ນ, ​ອາດ​ຈະ​ເກີດ​ບັນຫານຳ​​ຫຼັງ ​ຕາມ​ມາໄດ້ ການ​ລົງທຶນ​ນັ້ນ ​ແມ່​ນ ລົງທຶນ​ຕາມ​ເງິນ ​ທີ່​ເຮົາ​ຈ່າຍ​ໄດ້​ ໂດຍ​ບໍ່​ໃຫ້​ເດືອດ​ຮ້ອນ ​ເງິນ​ໃນ​ສ່ວນ​ນີ້ ​ບໍ່​ໃຫ້​ກ່ຽວ​ກັບ​ເງິນ ​ທີ່​ເຮົາ​ຈ່າຍ ​ໃນ​ແຕ່​ລະ​ມື້ ດັ່ງ​ນັ້ນ, ​​ເຮົາ​ອາດ​ຈະ​ພົບ​ກັບ ​ບັນຫາ​ຢ່າງ​ແນ່ນອນ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!