Home » ມາຮູ້ຈັກກັບໂປຣຕິນຈາກ ແມງວັນ ເຊິ່ງອາດຈະເປັນ ອາຫານຂອງມະນຸດ ໃນອະນາຄົດ

ມາຮູ້ຈັກກັບໂປຣຕິນຈາກ ແມງວັນ ເຊິ່ງອາດຈະເປັນ ອາຫານຂອງມະນຸດ ໃນອະນາຄົດ

ໂດຍ ຄໍາສັບລາວ

ໃນປະຈຸບັນໂລກຂອງເຮົາ ກຳລັງຕໍ່ສູ້ກັບ ຄວາມທ້າທ້າຍ ດ້ານສິ່ງແວດລ້ອມ ແລະ ຄວາມຕ້ອງການ ແຫຼ່ງອາຫານທີ່ຍືນຍົງເພີ່ມຂຶ້ນ. ໄດ້ມີບໍລິສັດໜຶ່ງ ເກີດຂຶ້ນ ເພື່ອມາປະຕິວັດ ການຜະລິດ ໂປຣຕິນ ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ, ບໍລິສັດດັ່ງກ່າວ ມີຊື່ວ່າ “Flying Spark”, ບໍລິສັດດັ່ງກ່າວ ໄດ້ເປັນຜູ້ບຸກເບີກ ດ້ານການຜະລິດ ໂປຣຕິນທາງເລືອກ ໂດຍການນຳໃຊ້ ແມງໄມ້ ແລະ ເຕັກໂນໂລຊີທີ່ເປັນ ນະວັດຕະກຳໃໝ່ ມາປ່ຽນແປງ ການຜະລິດໂປຣຕິນ ໂດຍການນຳສະເໜີວິທີ ທີ່ຍືນຍົງ ແລະ ມີປະສິດທິພາບ ສຳລັບ ຄວາມຕ້ອງການ ທາງໂຄສະນາການ ຂອງປະຊາກອນໂລກ ທີ່ເພີ່ມຂຶ້ນ.

ຫົວໃຈສຳຄັນ ຂອງແນວທາງ ການຜະລິດ ທີ່ລ້ຳໜ້າຂອງ Flying Spark ແມ່ນການນໍາໃຊ້ ແມງວັນ ໂດຍສະເພາະ ແມງວັນໝາກໄມ້ (Mediterranean fruit fly (Ceratitis capitata)). ແມງວັນດັ່ງກ່າວ ເປັນແຫຼ່ງໂປຣຕິນ ທີ່ມີຄຸນຄ່າ ທາງອາຫານ ທີ່ໂດດເດັ່ນ ມີໂປຣຕິນສູງ, ມີກົດອະມິໂນທີ່ຈຳເປັນ ແລະ ກົດໄຂມັນ ທີ່ເປັນປະໂຫຍດ ນອກຈາກນີ້ ການລ້ຽງແມງວັນ ກໍໃຊ້ ຊັບພະຍາກອນໜ້ອຍ ເຮັດໃຫ້ເປັນທາງເລືອກ ທີ່ເປັນມິດ ກັບສິ່ງແວດລ້ອມ ເມື່ອທຽບກັບ ການລ້ຽງສັດ ປະເພດອື່ນໆ.

ສິ່ງທີ່ເຮັດໃຫ້ Flying Spark ແຕກຕ່າງ ກໍຄື ເຕັກໂນໂລຊີທີ່ເປັນ ນະວັດຕະກຳໃໝ່ຂອງ ບໍລິສັດ ເຊິ່ງຊ່ວຍໃນການ ປັບຂະບວນ ການລ້ຽງ ແລະ ເກັບກ່ຽວແມງວັນ ໃຫ້ເໝາະສົມ ໂດຍການໃຊ້ປະໂຫຍດ ຈາກລະບົບອັດຕະໂນມັດ. ບໍລິສັດໄດ້ມີລະບົບທີ່ມີ ປະສິດທິພາບ, ປັບຂະໜາດໄດ້ ໃຫ້ສອດຄ່ອງໃນທຸກດ້ານ ຂອງວົງຈອນການຜະລິດ ແລະ ຄວບຄຸມປັດໄຈ ສະພາບແວດລ້ອມ ຢ່າງຖືກຕ້ອງເຊັ່ນ: ອຸນຫະພູມ, ຄວາມຊຸ່ມ, ແສງ ແລະ ການສ້າງ ສະພາບແວດລ້ອມທີ່ເໝາະສົມທີ່ສຸດ ສຳລັບການຈະເລີນເຕີບໂຕ ແລະ ການສືບພັນຂອງແມງວັນ.

ວົງຈອນຊີວິດ ຂອງແມງວັນໝາກໄມ້ ເລີ່ມຕົ້ນຈາກ ສະຖານທີ່ ເພາະພັນ ທີ່ມີການຄວບຄຸມ, ແມງວັນໂຕແມ່ ຈະວາງໄຂ່ ໃສ່ຂີ້ເຫຍື້ອອິນຊີ ທີ່ເຮັດຂື້ນມາເປັນພິເສດ ເຊັ່ນ: ເສດຜັກ ແລະ ໝາກໄມ້ ເມື່ອໄຂ່ຝັກເປັນໂຕ, ຕົວອ່ອນຂອງແມງວັນ ຈະກິນຂີ້ເຫຍື້ອ ອິນຊີ ເຮັດໃຫ້ຈະເລີນເຕີບໃຫຍ່ໄວ ແລະ ມີປະສິດທິພາບ ເພື່ອໃຫ້ ຕົວອ່ອນຂອງແມງວັນ ເຕັມໄປດ້ວຍໂປຣຕິນ, ລະບົບອັດຕະໂນມັດ ຈະກວດສອບ ການຈະເລີນເຕີບໃຫຍ່ ຂອງຕົວອ່ອນ ເພື່ອໃຫ້ໝັ່ນໃຈວ່າມີ ສະພາບແວດລ້ອມ ທີ່ເໝາະສົມທີ່ສຸດ ສຳລັບ ພັດທະນາການຂອງພວກມັນ.

ເມື່ອຕົວອ່ອນເຕີບໃຫຍ່ແລ້ວ ພວກມັນຜ່ານຂະບວນການທີ່ເອີ້ນວ່າ “ດັກແດ້” ໃນໄລຍະນີ້ ຕົວອ່ອນຈະປ່ຽນເປັນ ດັກແດ້ ຊື່ງເຮັດໜ້າທີ່ ເປັນແຫຼ່ງໂປຣຕິນ, ເຕັກໂນໂລຊີຂອງ Flying Spark ຊ່ວຍໃຫ້ສາມາດລວບລວມ ດັກແດ້ ໄດ້ຢ່າງງ່າຍດາຍ ບໍ່ໃຫ້ເກີດຄວາມຄຽດ ແລະ ເປັນອັນຕະລາຍຕໍ່ແມງວັນ ໃຫ້ໜ້ອຍທີ່ສຸດ ຈາກນັ້ນ ດັກແດ້ແມງວັນ ທີ່ເກັບກ່ຽວໄດ້ ຈະເອົາໄປແປຮູບ ເປັນຜະລິດຕະພັນ ທີ່ອຸດົມໄປດ້ວຍໂປຣຕິນຫຼາຍຊະນິດ ຕັ້ງແຕ່ເຮັດເປັນ ໂປຣຕິນຜົງ ແລະ ນ້ຳມັນ ໄປຈົນເຖິງ ສ່ວນປະສົມຂອງອາຫານ.

ຜະລິດຕະພັນໂປຣຕິນຂອງ ບໍລິສັດ Flying Spark ມີປະໂຫຍດຫຼາຍຕໍ່ສັງຄົມ ນອກຈາກການຜະລິດທີ່ຍືນຍົງ, ມີຄຸນຄ່າທາງໂຄສະນາການສູງ, ເປັນແຫຼ່ງໂປຣຕິນທີ່ດີເລີດ ສຳລັບ ການບໍລິໂພກຂອງມະນຸດ, ຜົງໂປຣຕິນ ແລະ ນ້ຳມັນ ຍັງສາມາດລວມເຂົ້າກັບ ຜະລິດຕະພັນອາຫານຕ່າງໆໄດ້ ລວມທັງ ອາຫານທົດແທນເນື້ອສັດ, ຂະໜົມ, ເຄື່ອງດື່ມ ແລະ ອາຫານເສີມ ຍິ່ງໄປກວ່ານັ້ນ ໂປຣຕິນທີ່ໄດ້ຈາກ ແມງວັນເຫຼົ່ານີ້ ມີຜົນກະທົບຕໍ່ສິ່ງແວດລ້ອມຕ່ຳ ແລະ ມີສ່ວນຊ່ວຍໃນການ ຫຼຸດຜ່ອນການປ່ອຍກ໊າດພິດເຮືອນແກ້ວ, ການໃຊ້ນ້ຳ ແລະ ຄວາມຕ້ອງການເນື້ອທີ່ດິນ ເມື່ອປຽບທຽບກັບ ແຫຼ່ງໂປຣຕິນ ຈາກສັດ ແບບດັ້ງເດີມ.

ດ້ວຍວິທີການດັ່ງກ່າວ ການຜະລິດໂປຣຕິນຈາກ ແມງວັນ ຈຶ່ງເປັນທາງເລືອກໜຶ່ງ ເພື່ອຕອບສະໜອງ ຄວາມຕ້ອງການໂປຣຕິນຂອງໂລກ, ເປັນແຫຼ່ງອາຫານທີ່ຍືນຍົງ ແລະ ຊ່ວຍໃຫ້ໂລກ ມີສຸຂະພາບທີ່ດີຂື້ນ ສຳລັບຄົນລຸ້ນຕໍ່ໆໄປ.

https://www.flyingspark.com/

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!