Home » ພະຍາດເບົາຫວານ

ພະຍາດເບົາຫວານ

ໂດຍ ຄໍາສັບລາວ

ພະຍາດ​ເບົາຫວານ ​ແມ່ນ ​ນໍ້າ​ຍ່ຽວ​ຫວານ ຍ້ອນ​ຮ່າງກາຍ ​ມີ​ນໍ້າຕານ ​ຢູ່​ໃນ​ເລືອດ ​ແລະ​ ຖືກໝາກ​ໄຂ່​ຫຼັງ ​ຂັບ​ອອກ​ຈາກ ​ຮ່າງກາຍ ​ທາງ​ນໍ້າ​ຍ່ຽວ ​ເກີດ​ຈາກ​ ຫຼາຍ​ປັດໄຈ ​ເປັນ​ຕົ້ນ ແມ່ນ: ອາຫານ, ການ​ດຳລົງຊີວິດ, ການ​ອອກກຳລັງ​ກາຍ ແລະ ກຳມະພັນ.

          ຄົນ​ປົກກະຕິ ຕັບ​ອ່ອນ ​ຈະ​ເປັນ​ຜູ້​ຜະລິດ ​ຮໍ​ໂມນ ​ຊື່ວ່າ ອິນ​ຊູ​ລິນ ມີໜ້າ​ທີ່ນຳ ​ນໍ້າຕານ ຫຼື ລູ​ໂຄດ ອອກ​ຈາກ​ເລືອດ​ ໄປ​ລ້ຽງ​ເຊ​ວ ຕ່າງໆ ທົ່ວ​ຮ່າງກາຍ ​ເພື່ອ​ນຳ​ໄປ​ເປັນ ​ພະລັງງານ ​ເມື່ອ​ອິນ​ຊູ​ລິນ ​ເຮັດ​ວຽກ​ບໍ່​ມີ​ປະສິດທິພາບ ບໍ່​ສາມາດ​ນໍາ ​ນໍ້າຕານ​ໄປ​ ໃຫ້​ເຊ​ວຕ່າງໆ ໄດ້ປົກກະຕິ ໝາກ​ໄຂ່​ຫຼັງ​ຈະ ​ບໍ່​ສາມາດ ​ຕອງ​ເອົາ​ນໍ້າຕານ ​ກັບ​ເຂົ້າ​ໄປ ​ໃນ​​ເສັ້ນ​ເລືອດ​ໄດ້ ມັນຈຶ່ງ​ພະຍາຍາມ ​ດຶງ​ເອົານໍ້າ​ອອກ​ຈາກ ​​ເລືອດ​ ເພື່ອ​ທົດ​ແທນ ​ນໍ້າຕານ ເຮັດ​ໃຫ້​ກະ​ເພາະ​ ນໍ້າ​ຍ່ຽວ​ເຕັ​ມ ເປັນສາ​ເຫດ ​ເຮັດ​ໃຫ້ ຍ່ຽວ​ດຸ (ຍ່ຽວ​ຕະຫຼອດ) ​ແລະ ນໍ້າ​ຍ່ຽວ​ຫວານ.

ປະ​ເພດ​ຂອງ​ເບົາຫວານ

  1. ​ເບົາຫວານ​ປະ​ເພດ​ທີ 1 (Type 1 Diabetes) ຕັບ​ອ່ອນ​ ບໍ່​ສາມາດ​ສ້າງ ​ຮໍ​ໂມນ ອິນ​ຊູ​ລິນ ​ໃຫ້​ພຽງພໍ ເນື່ອງ​ຈາກ beta cells ຂອງ​ຕັບ​ອ່ອນ ​ຖືກ​ທຳລາຍ ​ດ້ວຍ​ລະບົບ ​ພູມ​ຄຸ້ມ​ກັນ ​ຂອງ​ຮ່າງກາຍ ຕ້ອງ​ສີດ​ອິນ​ຊູ​ລິນ.

  2. ​ເບົາຫວານ​ປະ​ເພດ​ 2 (Type 2 Diabetes) ຕັບ​ອ່ອນ ​ທີ່​ຍັງ​ສາມາດ ​ສ້າງ ອິນ​ຊູ​ລິນ​ໄດ້ ​ແຕ່​ບໍ່​ພຽງພໍ ​ຕໍ່​ຄວາມ​ຕ້ອງການ ​ຂອງ​ຮ່າງກາຍ ​ຫຼື ​ເກີດ​ພາວະ​​ຊູ​ລິນ ​ເຮັດ​ວຽກ​ບໍ່​ໄດຕໍ່ຕ້ານ ອິນຊູລິນ ຄົນເຈັບ ຕ້ອງມີການຄອບຄຸມ ອາຫານ ກິນຢາ ຫຼື ສີດຢາ ອິນຊູລິນ.

  3. ເບົາຫວານ ທີ່ເກີດໃນ ລະຫວ່າງ ການມີລູກ ແຕ່ຫຼັງເກີດ ລະດັບນໍ້າຕານ ໃນເລຶອດ ອາດຈະກັບເປັນປົກກະຕິ ຖ້າປ່ຽນພຶດຕິກຳ ການດຳລົງ ຊີວິດໃຫ້ດີ ແລະ ຖືກຕ້ອງ.

  4. ເບົາຫວານ ຈາກສາເຫດອື່ນໆ ເຊັ່ນ ພະຍາດ ຕັບອ່ອນ, ພະຍາດ ທາງກຳມະພັນ, ພະຍາດ ເນື້ອງອກ ຂອງຕ່ອມ ໝາກໄຂ່ຫຼັງ ທີ່ ຜະລິດ ຮໍໂມນ.

ອາການຂອງພະຍາດເບົາຫວານ

  1. ເຂົ້າຫ້ອງນໍ້າຕະຫຼອດ ຮູ້ສຶກເມື່ອຍອ່ອນເພຍ.

  2. ຮູ້ສຶກຫິວນໍ້າ ຈົນຕ້ອງດື່ມນໍ້າ ຫຼາຍກວ່າ ປົກກະຕິ ແລະ ຮູ້ສຶກດື່ມນໍ້າ ເທົ່າໃດ ກໍຍັງບໍ່ພຽງພໍ.

  3. ນໍ້າໜັກຫຼຸດເອງ ອາການຂອງ ເບົາຫວານ ຊະນິດທີ 1 ຕັບອ່ອນ ຢຸດຜະລິດ ອິນຊູລິນ ອາດເກີດມາຈາກ ເຊື້ອໄວຣັດ ໄປທຳລາຍ ເຊວຕັບອ່ອນ ຫຼື ເກີດຈາກ ພາວະພູມຄຸ້ມກັນ ທຳລາຍຕົນເອງ ເຮັດໃຫ້ຮ່າງກາຍ ໂຈມຕີເຊວ ທີ່ຜະລິດ ອິນຊູລິນ ຮ່າງກາຍ ພະຍາຍາມ ສະແຫວງຫາ ແຫຼ່ງພະລັງງານ ອື່ນໆ ເນື່ອງຈາກ ເຊວໃນຮ່າງກາຍ ບໍ່ໄດ້ຮັບ ກລູໂຄສ ຈົນເລີ່ມ ລະລາຍກ້າມຊີ້ນ ແລະ ເນື້ອເຍື່ອໄຂມັນ ເພື່ອນຳມາ ເປັນພະລັງງານ ໃນຂະນະທີ່ເບົາຫວານ ຊະນິດທີ 2 ອາການຈະເລີ່ມ ເປັນຫຼາຍຂຶ້ນ ເທື່ອລະໜ້ອຍ ເນື່ອງຈາກ ພາວະຂອງ ຮ່າງກາຍ ຕໍ່ຕ້ານ ອິນຊູລິນ ເຮັດໃຫ້ນໍ້າໜັກ ຫຼຸດລົງ ແບບບໍ່ຊັດເຈນ ປານໃດ.

  4. ອ່ອນ​ເພຍ ​ເມື່ອຍງ່າຍ ​ແລະ ຮ່າງກາຍ ​ຊຸດ​ໂຊມລົງ ​ເລື້ອຍໆ ​ເມື່ອ​ຮ່າງກາຍ ​ບໍ່​ມີ ​ອິນ​ຊູ​ລິນ ຫຼື ​ເຊ​ວຂອງ ​ຮ່າງ​ກາຍ​ ບໍ່​ຕອບ​ສະໜອງ ​ຕໍ່ອິນ​ຊູ​ລິນ​ ອີກ​ຕໍ່​ໄປ ກລູ​ໂຄສ ກໍ​ຈະ​ຢູ່​ໃນ​ ສາຍ​​ເລືອດ​ ນອກ​ເຊ​ວ.

  5. ​ເສັ້ນປະສາດ​ອັກ​ເສບ ມີ​ອາການ ​ຂາ​ຈັງ ຫຼື ຮູ້ສຶກ​ ຄື​ ເຂັມ​ປັກ-​ເຂັມ​ແທງ ບໍລິ​ເວນ​ມື, ຂາ ​ແລະ ຕີນ.

  6. ອາການ ​ແລະ ສັນຍານ​ເຕືອນອື່ນໆ ທີ່​ອາດ​ຈະ​ເຮັດ​ໃຫ້ ​ເກີດ​ຂຶ້ນ​ໄດ້ ​ເຊັ່ນ: ຕາມົວ, ຜິວໜັງ ​ແຫງ-​ຄັນ, ຕິດ​ເຊື້ອ​ຕະຫລອດ ​ຮັກສາບາດ​ແຜ​ ໃຊ້​ເວລາ​ ຍາວ​ນານ ​ຈົນ​ຜິດ​ປົກກະຕິ ​ຈຶ່ງ​ຈະ​ຫາຍ​ດີ.

ກຸ່ມ​ທີ່​ສຽງ​ຕໍ່​ການ​ເປັນ​ພະຍາດ​ເບົາຫວານ

  1. ມີ​ພີ່ນ້ອງ​ ທາງ​ສາຍ​ເລືອດ ​ເປັນ​ພະຍາດ​ ເບົາຫວານ.

  2. ຄົນ​ຕຸ້ຍ, ນໍ້າໜັກ​ຫຼາຍ​​ເກີນ​ໄປ ມີ​ໂອກາດ ​ເປັນ​ພະຍາດ​ ເບົາຫວານ 85 %.

  3. ຄົນ​ທີ່​ມີ​ລູກ ​ແລ້ວ ລຸ​ລູກ​ ຫຼື ​ແທ້ງ ຕະຫຼອດ.

  4. ຜູ້​ທີ່​ມີ​ບາດ​​ແຜ ​ແລ້ວ​ຕິດ​ເຊື້ອ ​ຕະຫລອດ ​ເຊັ່ນ: ບາດ​ຢູ່​ມື, ຕີນ, ທໍ່​ຍ່ຽວ​ອັກ​ເສບ, ບາດ​ແຜ​ຫາຍ​​ແລ້ວ ​ຍັງ​ຫາຍ​ຊ້າ ຫາຍຍາກ.

ວິທີ​ກວດ​ເບົາຫວານ​ດ້ວຍ​ຕົນ​ເອງ

ຄື​ການກວດ​ຫາ​ ຄ່າ​ນໍ້າຕານ​ ໃນ​ເລືອດ ​ດ້ວຍ​ເຄື່ອງ​ກວດ ​ເບົາຫວານ ພຽງ​ແຕ່​ເຈາະ​ເລືອດ ​ບໍລິ​ເວນ​ປາຍ​ນິ້ວ ເລືອດ​ຢອດ​ດຽວ​ ກໍ​ຮູ້​ຄ່າ ​ນໍ້າຕານ ​ໃນ​ເລືອດ​ ໄດ້​​ແລ້ວ ຄົນ​ປົກກະຕິ ກ່ອນ​ກິນ​ອາຫານ​ ຕ້ອງ​ມີ​ນໍ້າຕານ​ ໃນ​ເລືອດ ​ຕໍ່າ​ກວ່າ 100 ມີ​ລີກຼາມ/ເດ​ຊີ​ລິດ ຫຼັງອາຫານ ຕໍ່າກວ່າ 140 ມີລີກຼາມ/ເດຊີລິດ ຄົນທີ່ເປັນເບົາຫວານ ຄ່ານໍ້າຕານ ໃນເລືອດ ຈະຫຼາຍກວ່າ 126 ມີລິກຼາມ/ເດຊີລິດ ກ່ອນຮັບປະທານ ອາຫານ ແລະ ຫຼາຍກວ່າ 200 ມີລີກຼາມ/ເດຊີລິດ ຫຼັງຈາກ ຮັບປະທານ ອາຫານແລ້ວ. ເມື່ອກວດເບົາຫວານ ດ້ວຍຕົນເອງ ບໍ່ໄດ້ຄ່າປົກກະຕິ ຄວນໄປກວດ ຢູ່ໂຮງໝໍ ໂດຍການເຈາະເລືອດ ຈາກເສັ້ນເລືອດດຳ ກ່ອນການ ກວດເລືອດຕ້ອງ ອົດອາຫານ ປະມານ 6-8 ຊົ່ວໂມງ ໃນຕອນຄືນ ແລ້ວມາເຈາະເລືອດ ໃນຕອນເຊົ້າ ຫຼັງຈາກເຈາະເລືອດ ຄັ້ງທຳອິດ ແມ່ນຕ້ອງ ດື່ມນໍ້າຕານ ກລູໂຄ ທັນທີ 1 ຈອກ ໃຫ້ໝົດພາຍໃນ 5 ນາທີ ແລ້ວ ລໍຖ້າ 2 ຊົ່ວໂມງ ຈຶ່ງຈະໄດ້ ເຈາະເລືອດອີກຄັ້ງ ເພື່ອເບິ່ງ ຄວາມແຕກຕ່າງ ລະຫວ່າງ ກ່ອນ ແລະ ຫຼັງຈາກ ທີ່ຮ່າງກາຍ ໄດ້ຮັບນໍ້າຕານ ເບິ່ງວ່າ ຮໍໂມນ ອິນຊູລິນ ຈະຍັງມີ ຄຸນນະພາບ ສາມາດ ນຳ ນໍ້າຕານ ໄປໃຊ້ໄດ້ດີ ຄືນໃໝ່ ແລະ ມີເຫຼືອຕົກຄ້າງຫຼືບໍ່.

ການເບິ່ງແຍງ ແລະ ປິ່ນປົວເບົາຫວານ

          ພະຍາດເບົາຫວານ ຖືວ່າ ເປັນພະຍາດ ຊຳເຮື້ອ ທີ່ບໍ່ສາມາດ ປິ່ນປົວ ໃຫ້ຫາຍຂາດໄດ້ ຕ້ອງຮຽນຮູ້ ວິທີເບິ່ງແຍງ ແລະ ປິ່ນປົວ ຕົນເອງ ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເຮັດໄດ້ ການ​ຄວ​ບຄຸມ ລະດັບ​ນໍ້າຕານ ​ໃນ​ເລືອດ ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ ​ຂອງ​ການ​ເກີດ ​ພາວະ​ແຊກ​ຊ້ອນ ​ໄລຍະ​ຍາວ​ ຈາກ​ເບົາຫວານ ດ້ວຍ​ການ​ ອອກກຳລັງ​ກາຍ ການ​ໃຊ້​ຢາ ການ​ເລືອກ ​ຮັບ​ປະທານ ​ອາຫານ ​ແລະ ການກວດ​ລະດັບ ​ນໍ້າຕານ ​ໃນ​ເລືອດ ​ດ້ວຍ​ຕົນ​ເອງ.

          ຄົນ​ເຈັບ ​ເປັນ​ພະຍາດ ​ເບົ​າຫວານ​ຫຼາຍໆ ທ່ານ​ ອາດ​ບໍ່​ຈຳ​ເປັນ​ຕ້ອງ ຮັບ​ປະທານ ​ຢາ ​ເບົາຫວານ ຫຼື ສີດ ອິນ​ຊູ​ລິນ ຂຶ້ນ​ຢູ່​ກັບ​ ອາການ ​ແລະ ​ແນວທາງ ​ການ​ປິ່ນປົວ ຈາກ​ທີ​ມ​ແພດ​ ຂອງ​ຄົນ​ເຈັບ ​ແຕ່ລະຄົນ ​ແຕ່​ຖ້າ ​ໄດ້​ຮັບ​ການ​ກິນ ​ຢາ​ ຈາ​ກທີ​ມ​ແພດ ຜູ້​ເຈັບ ​ຕ້ອງ​ຈຳ​ເປັນ ​ປະຕິບັດ​ຕາມ​ ຄຳ​ແນະນຳ ຢາ​ປິ່ນປົວ​ ພະຍາດ ​ເບົາຫວານ ​ບໍ່​ວ່າ​ຈະ​ເປັນ ຊະນິດ ​ກິນ​ກ່ອນ, ກິນ​ພ້ອມ ​ແລະ ກິນ​ຫຼັງ​ອາຫານ ລ້ວນ​ແລ້ວ​ແຕ່​ ຊ່ວຍ​ຫຼຸດ​ລະດັບ​ ນໍ້າຕານ​ ໃນ​ເລືອດ ​ດ້ວຍ​ກົນ​ໄກ​ຕ່າງ​ກັນ ​ເພື່ອ​ຊ່ວຍ​ຄວ​ບຄຸມ ​ລະດັບ​ນໍ້າຕານ ​ໃນ​ເລືອດ ​ແລະ ຕ້ອງ​ໃຊ້​ພາຍ​ໃຕ້ ​ຄຳ​ສັ່ງ​ການ​ໃຊ້​ຢາ ​ຂອງ​ແພດ ​ເທົ່າ​ນັ້ນ ຜູ້​ເຈັບ​ພະຍາດ​ ເບົາຫວານ ​ຄວນ​ກິນ​ຢາ ​ເບົາຫວານ ​ເຫຼົ່າ​ນັ້ນ ​ໃຫ້​ຖືກ​ວິທີ ​ເພາະ​ຈະ​ຊ່ວຍ​ໃຫ້ ​ຢາ​ອອກ​ລິດ ​ຫລາຍ​ຂຶ້ນ ​ແຕ່​ທັ້ງນີ້​ທັ້ງນັ້ນ ການ​ຄວບຄຸມ ​ອາຫານ ​ກໍ​ເປັນ​ສິ່ງ​ສຳຄັນທີ່​ສຸດ ​ໃນ​ການ​ເບິ່ງ​ແຍງ ປິ່ນປົວ ການ​ວາງ​ແຜນ ການ​ບໍລິ​ໂພ​ກອາຫານ ​ເປັນ​ວິທີ​ຫຼັກ ​ໃນ​ການ​ຈັດການ​ກັບ ​ເບົາຫວານ ຫຼີກລ້ຽງ​ການ​ ກິນ​ນໍ້າຕານ​ ໃນ​ທຸກ​ຮູບ​ແບບ ຈາກ​ອາຫານ​ກຸ່ມ ຄາ​ໂບ​ໄຮ​ເຣດ ​ເຊັ່ນ: ​ເຂົ້າ, ຂະໜົມປັງ, ມັນຝຣັ່ງ, ກ້ວຍ​ຫອມ, ໝາກ​ໄມ້​ຫວານ ​ທຸກ​ຊະນິດ ​ແລະ ​ທັນ​ຍາ​ພຶດທີ່​ມີ ​ປະລິມານ ​ນໍ້າຕານ​ສູງ ມີ​ສະໝຸນ​ໄພ​ ຫຼາຍ​ຊະນິດ ທີ່​ມີ​ປະສິດ​ທິພາ​ບ ​ໃນ​ການ​ຮັກສາ​ ເບົາຫວານ ​ແລະ ຫຼຸດ​ລະດັບ​ນໍ້າຕານ​ ໃນ​ເລືອດ ​ເຊັ່ນ: ມະລະ, ມະຕູ​ມ, ຂີ້ໝິ້ນ, ຫົວ​ຫອມ, ກະ​ເດົາ, ກະທຽມ, ກະ​ຈຽບ ​ເຫຼົ່າ​ນີ້​ເປັນ​ຕົ້ນ ຄົນເຈັບຄວນມີການ ຈັດຕາຕະລາງ ອາຫານ ໃຫ້ສົມດຸນກັນ ຄວບຄູ່ໄປກັບການ ຄຳນວນ ຄາໂບໄຮເຣດ ແລະ ການກວດ ວັດລະດັບ ນໍ້າຕານ ໃນເລືອດ ດ້ວຍຕົນເອງ ຢ່າງສະໝໍ່າ ສະເໝີ ວິທີນີ້ ຈະຊ່ວຍໃຫ້ ຄົນເຈັບ ມີຄວາມຜ່ອນຄາຍ ໃນການເລືອກ ອາຫານໄດ້ ໃນແຕ່ລະມື້ ຄວນປຶກສາແພດ ເພື່ອຂໍຄຳແນະນຳ ໃນເລື່ອງການ ອອກກຳລັງກາຍ ໃນເວລາທີ່ ເໝາະສົມ ໂດຍສະເພາະ ຜູ້ທີ່ໄດ້ ຮັບຢາສີດ ອິນຊູລິນ ນອກຈາກນີ້ ຄວນຄຳນຶງເຖິງ ຂໍ້ຄວນລະວັງ ຕ່າງໆ ເຊັ່ນ: ການປ້ອງກັນການ ເປັນບາດແຜ ຢູ່ຕາມ ຕີນ-ມື ເພື່ອນໍາໄປສູ່ ສຸຂະພາບທີ່ດີ ແລະ ຢູ່ຮ່ວມກັບ ເບົາຫວານ ຢ່າງເປັນປົກກະຕິ.

ໂດຍ ແອລາຍ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!