Home » ຜ້າຮ້າຍຫໍ່ຄຳແດງ

ຜ້າຮ້າຍຫໍ່ຄຳແດງ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງ ສິ່ງທີ່ຄິດວ່າ ບໍ່ມີຄ່າ ບໍ່ມີລາຄາ ພັດກັບກາຍເປັນ ສິ່ງທີ່ມີຄ່າທີ່ສຸດ ເຊິ່ງບາງເທື່ອ ສິ່ງເຫຼົ່ານີ້ ທຸກຄົນເບິ່ງຜ່ານໄປ ຢ່າງບໍ່ສົນໃຈເລີຍ ເມື່ອເຫັນວ່າ ມັນມີຄ່າ ພັດຢາກໄດ້ມາຄອບຄອງ ຄືກັບ ທິທານ ທີ່ວ່າ ແຕ່ກີ້ມີແມ່ເຖົ້າ  ມີຖານະຍາກຈົນຄົນໜຶ່ງ ຢູ່ມາມື້ໜຶ່ງ ມີເຈົ້າພະຍາມາຄົ້ນເຮືອນ ເພາະຊາວບ້ານ ໄດ້ໄປບອກວ່າ ເຮືອນຂອງແມ່ເຖົ້ານັ້ນ ເປີເປື້ອນ ແລະ ຮົກເຮື້ອຫຼາຍ, ພະຍາ ຈຶ່ງໃຊ້ໃຫ້ ຊາວບ້ານ ໄປຄົ້ນເຮືອນຂອງແມ່ເຖົ້າ ເພື່ອຈະໄດ້ນຳເອົາ ສິ່ງເປີເປື້ອນ ໄປເຜົາຖິ້ມໃຫ້ໝົດ. ຊາວບ້ານ ເມື່ອໄດ້ຄົ້ນ ກໍບໍ່ເຫັນຫຍັງ ເຫັນແຕ່ຜ້າເປື້ອນໆ ກອງໃຫຍ່ຢູ່ໃນເຮືອນ ຊາວບ້ານ ຈຶ່ງນຳເອົາໄປເຜົາ ແມ່ເຖົ້າທ້ວງ ຫ້າມບໍ່ໃຫ້ເຜົາ, ມັນແມ່ນສົມບັດ ຂອງຂ້ານ້ອຍ ແຕ່ຊາວບ້ານ ກໍບໍ່ຟັງ ເມື່ອນຳໄປເຜົາ ຈົນສຳເລັດ, ຊາວບ້ານ ແລະ ພະຍາ ກໍໄດ້ຮູ້ວ່າ ຜ້າສົກກະປົກ ທີ່ພວກເຂົາເຫັນນັ້ນ ກັບກາຍເປັນ ຜ້າຜືນດີ ທີ່ຫໍ່ຄຳ ຂອງແມ່ເຖົ້າໄວ້. ໃຊ້ປຽບເຖິງ ຄົນທີ່ເບິ່ງພາຍນອກ ຄື ຄົນທຳມະດາ, ບໍ່ຮັ່ງມີ ແຕ່ໃນຕົວຈິງ ກັບກາຍເປັນ ຄົນທີ່ຮັ່ງມີ ຫຼື ມີຄຸນຄ່າ ຕໍ່ສັງຄົມ ເຊິ່ງເປັນແບບຢ່າງທີ່ດີ ໃນການຮັກສາ ຊັບສິນສົມບັດ ຂອງຕົນເອງບໍ່ໃຫ້ ເສຍຫາຍ.

(ສີລາ, 2000:4)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!