Home » ປະຫວັດບຸນເຂົ້າພັນສາ

ປະຫວັດບຸນເຂົ້າພັນສາ

ໂດຍ ຄໍາສັບລາວ

ປະຫວັດຄວາມເປັນມາ ຂອງວັນເຂົ້າພັນສາ ໃນທາງພຸດທະສາສະໜານັ້ນຄື: “ວັນເຂົ້າພັນສາ” ເປັນວັນທີ່ພະສົງ ເຖຣະວາດຈະອະທິຖານວ່າ ຈະພັກປະຈຳຢູ່ທີ່ໃດທີ່ໜຶ່ງ ຕະຫຼອດໄລຍະເວລາລະດູຝົນ ທີ່ມີກຳນົດເປັນໄລຍະເວລາ 3 ເດືອນ ຕາມທີ່ພະທໍາວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີ່ເອີ້ນຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະຫວັດວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ໝາຍເຖິງ ພະພິກຂຸສົງ ຕ້ອງຢູ່ປະຈຳໃນວັດໃດວັດໜຶ່ງ ລະຫວ່າງລະດູຝົນ​ ສາເຫດທີ່ໃຫ້ເກີດມີ ວັນເຂົ້າພັນສາ ຍ້ອນພະພິກຂຸໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງ ຈາຣິກໂປດສັດ ແລະ​ ເຜີຍແຜ່ພະທໍາຄໍາສັ່ງສອນ ແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕໍາໜິວ່າ ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງ.

ລະບຽບການຈຳພັນສາ ໃຫ້ພະພິກຂຸ ຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນ ວັນແຮມ 1 ຄ່ຳ ເດືອນແປດ ຫຼັງ ແລະ ອອກພັນສາ ໃນວັນຂຶ້ນ 15 ຄ່ຳ ເດືອນ 11 ເອີ້ນວ່າ “ປັດສິມພັນສາ” ເວັ້ນແຕ່ມີກິດທຸລະ ຄືເມື່ອເດີນທາງໄປແລ້ວ ບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ ຄາວໜຶ່ງບໍ່ເກີນ 7 ຄືນ ຮຽກວ່າ “ສັດຕາຫະ” ຫາກເກີນກຳນົດນີ້ ຖືວ່າບໍ່ໄດ້ຮັບປະໂຫຍດ ແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ຂໍ້ຍົກເວັ້ນ ໃຫ້ພິກຂຸຈຳພັນສາ ທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່:

  1. ການໄປຮັກສາພະຍາບານພິກສຸ ຫຼື ບິດາມານດາທີ່ເຈັບປ່ວຍ;

  2. ການໄປລະງັບພິກຂຸສາມະເນນທີ່ຢາກຈະສິກບໍ່ໃຫ້ສິກໄດ້;

  3. ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາປົວແປງກຸຕິທີ່ເປ່ເພ;

  4. ຫາກທາຍົກນິມົນຕໍ່ໄປທຳບຸນ ກໍໄປສະຫຼອງສັດທາ ໃນການບຳເພັນກຸສົນຂອງເຂົາໄດ້ ນອກຈາກນີ້ ຫາກລະຫວ່າງ ເດີນທາງ ກົງກັບວັນຢຸດເຂົ້າພັນສາພໍດີ ພະພິກຂຸສົງເຂົ້າມາທັນໃນໝູ່ບ້ານ ຫຼື ໃນເມືອງ ກໍພໍຈະຫາທີ່ພັກພິງໄດ້ ຕາມສົມຄວນ ແຕ່ຖ້າມາບໍ່ທັນ ກໍອາໄສເຫງົ້າໄມ້ໃຫຍ່ ເປັນທີ່ພັກແຮມ ຊາວບ້ານເຫັນພະ ໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບເພື່ອໃຫ້ທ່ານໄດ້ອາໄສພັກຝົນ ຮ່ວມກັນຫຼາຍໆອົງ ທີ່ພັກດັ່ງກ່າວນີ້ ເອີ້ນວ່າ: “ວິຫານ” ແປວ່າ ທີ່ຢູ່ຂອງສົງ​ເມື່ອໝົດແລ້ວ ພະສົງທ່ານອອກຈາຣິດຕາມກິດ ຂອງທ່ານ ຄັນຍາມເຖິງໜ້າຝົນໃໝ່ ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສດຖີ ທີ່ມີຈິດສັດທາເຫຼື້ອມໃສ ໃນພະພຸດທະສາສະໜາ ກໍເລືອກຫາສະຖານທີ່ ສະຫງົບງຽບ ບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ເອີ້ນວ່າ: “ອາຣາມ” ໃຫ້ເປັນທີ່ຢູ່ຂອງສົງ ດັ່ງເຊັ່ນປັດຈຸບັນນີ້.

ທັງນີ້ ໂດຍປົກກະຕິ ເຄື່ອງໃຊ້ສອຍຂອງພະ ຕາມພຸດທານຸຍາດ ໃຫ້ມີປະຈຳຕົວນັ້ນ ມີພຽງອັດຖະບໍລິຂານ ເຊັ່ນ: ຜ້າສະບົງ ຈີວອນ(ຜ້າຄຸມ) ສັງຄາຕິ (ຜ້າສັງຄາ) ເຂັມ ບາດ ສາຍປະຄົດ (ສາຍຮັດມັດແອວ) ໝໍ້ຕອງນ້ຳ ແລະ ມີດໂກນ​ ແລະ​ ກວ່າພະທ່ານ ຈະຫາທີ່ບ່ອນພັກແຮມໄດ້ ບາງທີກໍຖືກຝົນ ຕົ້ນລະດູຕົກຮຳປຽກມາ ຊາວບ້ານທີ່ໃຈບຸນ ຈຶ່ງຖວາຍຜ້າອາບນ້ຳຝົນ ສຳລັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນ ໃນການໃຊ້ກິດປະຈຳວັນ ຂອງທ່ານເປັນພິເສດ ໃນວັນເຂົ້າພັນສາ ນັບເປັນເຫດໃຫ້ ມີປະເພນີທໍາບຸນ ເນື່ອງໃນວັນນີ້ສືບມາ… ການເຂົ້າພັນສາ ຈະເປັນເລື່ອງຂອງພະພິກສຸ  ແຕ່ພຸດທະສາສະນິກຊົນ ກໍຖືເປັນໂອກາດດີ ທີ່ຈະໄດ້ທຳບຸນຮັກສາສິນ ແລະ ຊຳລະຈິດໃຈໃຫ້ຜ່ອງໃສ ກ່ອນວັນເຂົ້າພັນສາ ຊາວບ້ານກໍຈະໄປຊ່ວຍພະ ທຳຄວາມສະອາດເສນາສະນະ ສ້ອມແຊມກຸຕິວິຫານ ແລະ ອື່ນໆ ພໍເຖິງວັນເຂົ້າພັນສາ ກໍຈະໄປຮ່ວມທຳບຸນຕັກບາດ ຖວາຍເຄື່ອງສັກກາລະບູຊາ ດອກໄມ້ ທູບທຽນ ແລະ ເຄື່ອງໃຊ້ ເຊັ່ນ: ສະບູ ຢາຖູແຂ້ວ ເປັນຕົ້ນ ພ້ອມຟັງເທດ ຟັງທໍາ ແລະ ຮັກສາອຸໂປສົດສິນກັນຢູ່ທີ່ວັດ ບາງຄົນອາດຕັ້ງໃຈ ງົດເວັ້ນອະບາຍຍະມຸກຕ່າງໆ ເປັນກໍລະນີພິເສດ ເຊັ່ນ: ງົດເສບສຸລາ ງົດຂ້າສັດ ເປັນຕົ້ນ ອະນຶ່ງ ບິດາມານດາມັກຈະຈັດ ພິທີອຸປະສົມບົດ ໃຫ້ລູກຫຼານຂອງຕົນ ໂດຍຖືກັນວ່າການເຂົ້າ.

ບວດຮຽນ ແລະ ຢູ່ຈຳພັນສາໃນລະຫວ່າງນີ້ ຈະໄດ້ຮັບອານິສົງຢ່າງສູງ ວັນເຂົ້າພັນສາ ນອກຈາກນີ້ ຍັງມີປະເພນີສຳຄັນ ທີ່ຂາດບໍ່ໄດ້ເລີຍ ຄື: “ປະເພນີຫຼໍ່ທຽນເຂົ້າພັນສາ” ປະເພນີທີ່ກະທຳກັນ ເມື່ອໃກ້ເຖິງລະດູເຂົ້າພັນສາ ຊຶ່ງມີມາຕັ້ງແຕ່ບູຮານນະການ ການຫຼໍ່ທຽນເຂົ້າພັນສານີ້ ມີຢູ່ເປັນປະຈຳທຸກປີ ເພາະໃນໄລຍະເຂົ້າພັນສາ ພະພິກຂຸ ຈະຕ້ອງມີການໄຫວ້ພະສູດມົນ ທຳວັດທຸກເຊົ້າແລງ ແລະ​ ໃນການນີ້ຈະຕ້ອງມີທູບ-ທຽນ ຈູດບູຊາພ້ອມ ພຸດທະສາສະນິກະຊົນທັງຫຼາຍຈຶ່ງພ້ອມໃຈກັນ ຫຼໍ່ທຽນເຂົ້າພັນສາ ສຳລັບໃຫ້ພະພິກຂຸ ຈູດເປັນການກຸສົນທານຢ່າງໜຶ່ງ ເພາະເຊື່ອກັນວ່າ ໃນການໃຫ້ທານດ້ວຍແສງສະຫວ່າງ ຈະມີອານິສົງ ເພີ່ມພູນປັນຍາຫູຕາສະຫວ່າງສະໄຫວ ຕາມຊົນນະບົດນັ້ນ ການຫຼໍ່ທຽນເຂົ້າພັນສາ ເຮັດກັນຢ່າງເອີກກະເຫຼີກ ສະໜຸກມ່ວນຊື່ນ ເມື່ອຫຼໍ່ສຳເລັດແລ້ວ ກໍຈະມີການແຫ່ແຫນ ອ້ອມຮອບສິມ (ອຸໂປສົດ) 3 ຮອບ ແລ້ວນໍາໄປບູຊາພະ ຕະຫຼອດໄລຍະເວລາ 3 ເດືອນ ບາງແຫ່ງກໍມີ ການປະກວດການຕົກແຕ່ງ ມີການແຫ່ແຫນຮອບເມືອງ ດ້ວຍຂະບວນທີ່ສວຍງາມ ໂດຍຖືວ່າເປັນງານ ປະຈຳປີໄປພ້ອມເລີຍ ກິດຈະກໍາຕ່າງໆ ທີ່ຄວນປະຕິບັດ ໃນວັນເຂົ້າພັນສາ ຮ່ວມກິດຈະກໍາ ເຮັດທຽນຈຳນຳພັນສາ, ຮ່ວມກິດຈະກໍາ ຖວາຍຜ້າອາບນ້ຳຝົນ ແລະ ຈະຕຸປັດໄຈ ແກ່ ພຣະພິກຂຸສາມະເນນ, ຮ່ວມທຳບຸນ ຕັກບາດ ຟັງທໍາມະເທສະໜາ ຮັກສາອຸໂປສົດສິນ, ອະທິຖານ ງົດເວັ້ນອະບາຍຍະມຸກຕ່າງໆ.​

ສຳລັບຜູ້ໃຫ້ທານ ຮັກສາສິນ ໃນເທສະການເຂົ້າພັນສາ ຈະໄດ້ຜະຫຼາອານິສົງຫຼາຍ ຍ້ອນວ່າພະພິກຂຸ ຈໍາວັດປະຕິບັດທໍາ ຜູ້ໄດ້ອຸປະຖາກຮັກສາ ຈະປະສົບຜົນສຳເລັດ ຈະເປັນຜູ້ຈະເລີນໃນທາງທໍາ ແລະ ຈົ່ງເອົາຕົນເຂົ້າວັດປະຕິບັດ ເພື່ອເຮັດໃຫ້ຈິດໃຈ ໃຫ້ເປັນຜູ້ຮູ້ໃຫ້ອະໄພ ໃຫ້ຮູ້ເທົ່າທັນບັນຫາ ອາໄສຫຼັກທໍາ ເປັນແສງສະຫວ່າງເຍືອງທາງ ໃນການດຳເນີນຊີວິດ ເພື່ອຄວາມຜາສຸກໃນຊາດນີ້ ແລະ ພົບໜ້າ. ສໍາລັບໃນວັນເຂົ້າພັນສານີ້ ກໍມີຫຼາຍຄົນທີ່ ຖືໂອກາດຂອງມື້ນີ້ເປັນວັນທີ່ ລວມຕົວຂອງຄົນ ໃນຄອບຄົວຫຼາຍຄອບຄົວ ກໍຖືໂອກາດໄປເຮັດບຸນ ຢູ່ຕ່າງແຂວງຈຳນວນຫຼາຍ ອາດເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການເດີນທາງ ເພາະສະນັ້ນ, ຂໍໃຫ້ທຸກທ່ານ ຈົ່ງມີສະຕິ ແລະ​ ເດີນທາງ ດ້ວຍຄວາມສະຫວັດດີພາບ.

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!