Home » ປະສົບການດຽວກັນ

ປະສົບການດຽວກັນ

ໂດຍ ຄໍາສັບລາວ

ມີເຫດທໍ່ນ້ຳປະປາແຕກ ຢູ່ເຮືອນທ່ານໝໍ. ທ່ານໝໍ ໂທເອົາຊ່າງແປງທໍ່ນ້ຳ. ພໍມາຮອດ, ນາຍຊ່າງ ກໍໄຂເອົາເຄື່ອງມື ຈາກຖົງ ແລ້ວລົງມືເຮັດ ວິຊາສະເພາະແປງທໍ່ ຂອງເຂົາເປັນເວລາສັ້ນໆ. ເຂົາຍື່ນ ໃບບິນຄ່າມື ເປັນເງິນ 600 ໂດລາ ໃຫ້ທ່ານໝໍ. ທ່ານໝໍ ຮ້ອງເຫລີ ອອກມາວ່າ: “ຢາກຫົວນໍ, ຂ້ອຍເອງ ເປັນດອກເຕີແທ້ໆ ແຕ່ກໍຍັງ ບໍ່ໄດ້ເງິນຫຼາຍປານນີ້ຊ້ຳ !”

ຊ່າງແປງທໍ່ ຕອບຄ່ອຍໆ ອອກມາວ່າ:

“ຕອນຂ້ອຍເປັນ ດອກເຕີ ຄືເຈົ້າ ຂ້ອຍກໍບໍ່ໄດ້ເງິນຫຼາຍ ປານນີ້ ຄືກັນຫັ້ນລະ”

ຫົວບໍ່ອັ້ນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!