Home » ນ້ຳເພິ່ງເຮືອ ເສືອເພິ່ງປ່າ

ນ້ຳເພິ່ງເຮືອ ເສືອເພິ່ງປ່າ

ໂດຍ ຄໍາສັບລາວ

ການມີເຮືອຫຼາຍລຳນ້ຳກໍເຢັນ ແລະ ກໍບໍ່ໄຫຼແຮງ ເຮືອຂາດນ້ຳກໍບໍ່ໄດ້ ເພາະເຮືອຫາກຈະຟູຢູ່ນ້ຳໄດ້ ຕ້ອງມີນ້ຳມາຊ່ວຍໜູນເຮືອ ແລະ ຫາກແມ່ນ້ຳບໍ່ມີເຮືອ ນ້ຳຈະໄຫຼລ່ວງເລີຍໄປ ບໍ່ມີບ່ອນຄ້າງຄາ ແລະ ກໍສະແດງວ່າ ແຫຼ່ງນ້ຳນັ້ນ ບໍ່ມີຄົນອາໄສຢູ່ຫຼາຍ ເຊິ່ງຫາກມີເຮືອຢູ່ຕາມລຳນ້ຳ ຄົນກໍອາໄສຢູ່ຕາມແຄມແມ່ນ້ຳນັ້ນຫຼາຍ ແຫຼ່ງນ້ຳກໍໄດ້ຮັບການຮັກສາ ໃຫ້ສະອາດຢູ່ສະເໝີ ຄື ເສືອກໍອາໄສຢູ່ນຳປ່າໄມ້ ປ່າກໍອາໄສເສືອ ບໍ່ໃຫ້ໃຜມາທຳລາຍ ປ່າໄມ້ໄດ້. ດັ່ງນັ້ນ, ຄຳໂຕງໂຕຍນີ້ ໝາຍເຖິງຄົນສອງຄົນ ຕ່າງກໍໄດ້ເພິ່ງພາອາໄສກັນ ໂດຍໄດ້ປະໂຫຍດຮ່ວມກັນ ຕ່າງຝ່າຍຕ່າງຊ່ວຍເຫຼືອ ເກື້ອກູນກັນ ຄືກັນກັບຄົນໃນສັງຄົມ ຖ້າຕ້ອງການໃຫ້ສັງຄົມ ມີຄວາມສະຫງົບສຸກ ກໍຕ້ອງໄດ້ເພິ່ງພາອາໄສກັນແລະກັນ.

(ທອງມີ, 2007:176)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!