Home » ນ້ຳບົກແຫ້ງມົດໄດ້ກິນປາ ນ້ຳມາກມາປາໄດ້ກິນມົດ

ນ້ຳບົກແຫ້ງມົດໄດ້ກິນປາ ນ້ຳມາກມາປາໄດ້ກິນມົດ

ໂດຍ ຄໍາສັບລາວ

ເວົ້າເຖິງລະດູແລ້ງມາເຖິງ ແຫຼ່ງນ້ຳ ຕາມຮ່ອງຫ້ວຍນ້ອຍ ຈະບົກແຫ້ງ ປາອາໄສຢູ່ນ້ຳ ບໍ່ມີທາງໄປ ກໍແຫ້ງຕາຍ ແລະ ຈະຖືກ ມົດກັດກິນ. ເມື່ອເຖິງ ລະດູຝົນມາຮອດ ນ້ຳໃນແຫຼ່ງຕ່າງໆ ກໍຖ້ວນເຕັມຫມົດ ມົດທີ່ເຄີຍ ອາໄສຢູ່ໃນ ດິນ ທີ່ແຫ້ງແລ້ງ ກໍຈະຈົມນ້ຳ ແລະ ຖືກປາກິນເຊັ່ນດຽວກັນ. ຄຳໂຕງໂຕຍນີ້ ໝາຍເຖິງ ເມື່ອມີໂອກາດ ທີ່ເໝາະສົມ ໃຫ້ແກ່ ການກະທຳ ຜູ້ນັ້ນ ກໍຈະໄດ້ປຽບ ກວ່າອີກຝ່າຍ ໂດຍທີ່ຜູ້ອື່ນໄດ້ ແຕ່ນັ່ງແນມເບິ່ງ, ແຕ່ເມື່ອເຖິງ ໂອກາດ ຂອງອີກຝ່າຍໜຶ່ງ  ຝ່າຍນັ້ນ ກໍຈະໄດ້ປຽບ ເຊັ່ນດຽວກັນ.

(ຫຸມພັນ, 2007:29)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!