Home » ຕົບຫົວແລ້ວລູບຫຼັງ

ຕົບຫົວແລ້ວລູບຫຼັງ

ໂດຍ ຄໍາສັບລາວ

ຫົວ ແມ່ນອະໄວຍະວະ ທີ່ສຳຄັນຂອງຮ່າງກາຍ ເຊິ່ງຖືເປັນສິ່ງ ທີ່ສູງຂອງຄົນເຮົາ ຖ້າຄົນອື່ນຕົບຫົວ ກໍເທົ່າກັບ ການດູຖູຢຽບຫຍາບ, ສ່ວນ ຫຼັງ ແມ່ນພາກສ່ວນໜຶ່ງຂອງ ຮ່າງກາຍ ເວລາເຮົາເສຍໃຈ ຈາກເຫດການອັນໃດອັນໜຶ່ງ ເມື່ອມີຄົນ ມາລູບ ກໍເທົ່າກັບມາປອບໃຈເຮົາ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ປຽບເໝືອນຄົນ ທີ່ດູຖູຢຽບຫຍາມ ເຮັດໃຫ້ເສຍໃຈທຳອິດ ແລ້ວກັບມາທຳເປັນ ປອບໂຍນ ຫຼື ມາເຮັດດີເວົ້າດີນຳ ເປັນການອອຍໃຈ ຕາມພາຍຫຼັງ ເຊິ່ງບໍ່ສາມາດໃຫ້ອະໄພໄດ້.

(ທອງມີ, 2007:172)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!