ຊວນຫົວ ດື່ມຈົນເມົາຈະເສົ້າສັກສີ ໂດຍ ຄໍາສັບລາວ 18/09/2021 777 ພໍ່ກັບລູກຊາຍ ໄວຊອນບ່າວ ພາກັນນັ່ງຢູ່ ຮ້ານເບຍແຄມນ້ຳ. ຜູ້ເປັນພໍ່ ດື່ມເບຍ ທັງເຕືອນລູກຊາຍ ບໍ່ໃຫ້ຫຼົງໄຫຼ ໃນອະບາຍະມຸກ. “ ຢ່າດື່ມໂພດໄປເນີລູກເນີ. ສຸພາບບຸລຸດແທ້ ຕ້ອງຮູ້ວ່າດື່ມ ຂະໜາດໃດຄວນພໍ. ການດື່ມຈົນໃຫ້ເມົານັ້ນ ເປັນເລື່ອງອັບອາຍຂາຍໜ້າ. ” “ ລູກເຂົ້າໃຈແລ້ວພໍ່. ແຕ່ຊິຮູ້ໄດ້ແນວໃດວ່າ ເວລາໃດ ຕົນເອງດື່ມໃນລະດັບພໍດີ ຫຼື ດື່ມຈົນເມົາ ? ” ຊາຍອາຍຸສູງ ຍົກນິ້ວຂຶ້ນຊີ້ “ ລູກເຫັນບໍລະ ຊາຍສອງຄົນນັ່ງຢູ່ແຈຫັ້ນ ? ແຕ່ເມື່ອໃດ ລູກແນມເຫັນ ພວກເຂົາກາຍເປັນ ສີ່ຄົນ ແລ້ວ ລູກຈະຕ້ອງຮູ້ໂລດວ່າ ລູກເມົາແລ້ວ. ” “ ເຂົ້າໃຈ… ພໍ່. ແຕ່…ແຕ່… ນັ່ງຢູ່ແຈຫັ້ນ ມີຜູ້ຊາຍພຽງຄົນດຽວ ເທົ່ານັ້ນເອງ ! ”. ຫົວບໍ່ອັ້ນ ຕະຫຼົກ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ແຮໄວ້ຈ່າຍຍາມເຖົ້າ 17/07/2022 2 + 1 = 4 01/07/2022 ລ້ຽງດູຄອບຄົວ 17/06/2022 ນອນລືມຕື່ນ 03/05/2022 ຕາມຫຼັງດີກວ່າ 16/01/2022 ສັດຈະທຳ 23/12/2021 ເຮົາບໍ່ໂງ່ດອກ 20/11/2021 ບໍ່ຈຳເປັນປ່ຽນດອກ 07/11/2021 ເລືອກຮຽນພາສາ 31/10/2021 ບໍ່ຍາກບໍ່ຊາ 17/10/2021