Home » ກ່ຽວຫຍ້າມຸງເມືອງ

ກ່ຽວຫຍ້າມຸງເມືອງ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ໝາຍເຖິງການເຮັດສິ່ງໃດສິ່ງໜຶ່ງ ທີ່ບໍ່ເໝາະສົມ ຫຼື ບໍ່ສົມດຸນກັນ ເຊັ່ນ: ການໃຊ້ຈ່າຍເງິນຄຳ ລົງທຶນໄປໃນທາງທີ່ ບໍ່ມີປະໂຫຍດຫຍັງ ເພາະລົງທຶນເລັກໆນ້ອຍໆ ເພື່ອເຮັດວຽກໃຫຍ່ ເຊິ່ງຕ້ອງໃຊ້ເງິນຫຼາຍໆ ຍ່ອມບໍ່ອາດສຳເລັດໄດ້ງ່າຍ ຕ້ອງສູນເສຍເງິນໄປລ້າໆ ໂດຍບໍ່ເກີດປະໂຫຍດ. ນອກນັ້ນ, ຍັງປຽບເຖິງຄົນຜູ້ດຽວ ບໍ່ສາມາດເຮັດສິ່ງໃດໄດ້ໝົດ ເຊິ່ງມີກຳລັງໜ້ອຍກວ່າວຽກທີ່ຈະເຮັດ.

(ດວງຈັນ, 1991:34)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!