Home » ກິນແລ້ວ ແສ່ວໜີ

ກິນແລ້ວ ແສ່ວໜີ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ ເພີ່ນມັກໃຊ້ ກັບສັດ ທີ່ມັກຂີ້ລັກ ກິນລູກໄກ່ນ້ອຍ ເປັນຕົ້ນແມ່ນແຫຼວ ແລະ ກາ, ເມື່ອມັນໄດ້ກິນແລ້ວ ກໍບິນແສ່ວໜີໄປ, ປະໃຫ້ແຕ່ເຈົ້າຂອງ ໄກ່ນ້ອຍ ຮ້ອງດ່າມັນນຳຫຼັງ, ປຽບໃສ່ກັບຄົນ ທີ່ມັກຫຼອກລວງ ຜູ້ສາວ ໂດຍໃຊ້ຄາລົມວ່າ ຮັກແນວນັ້ນແນວນີ້ ເພື່ອເຮັດໃຫ້ຜູ້ສາວ ຕາຍໃຈ, ແຕ່ພໍໄດ້ສົມໃຈແລ້ວ ກໍບໍ່ມາໃຫ້ເຫັນ ຮອດໜ້າ ເຊິ່ງເຂົາມັກໃຊ້ຄຳເວົ້າ ກັບຄົນພວກນີ້ວ່າ ຂາດຄວາມຮັບຜິດຊອບ ໃນສິ່ງທີ່ຕົນກະທຳ.

(ດວງຈັນ, 1991:34)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!