Home » ການເບິ່ງແຍງລູກຊາຍດ້ວຍຄວາມເຂົ້າໃຈ

ການເບິ່ງແຍງລູກຊາຍດ້ວຍຄວາມເຂົ້າໃຈ

ໂດຍ ຄໍາສັບລາວ

ລູກຊາຍໃນໄວອາຍຸ 13-15 ປີ ເປັນໄວ ທີ່ກໍາລັງໃຫຍ່ ແລະ ກ້າວເຂົ້າສູ່ ໄວລຸ້ນ, ມີພັດທະນາການ ແລະ ມີສະຕິປັນຍາຫຼາຍຂຶ້ນ ສາມາດຊ່ວຍ ເຫຼືອໂຕເອງໄດ້, ບາງຄົົນອາດຈະໄວ ຫຼື ຊ້າ ຕາມສະພາບ ຂອງແຕ່ລະຄົນ. ເມື່ອຮອດໄວນີ້ ເດັກຊາຍ ມັກຈະມີຄວາມປ່ຽນແປງ ທາງດ້ານຮ່າງກາຍ; ເຮັດໃຫ້ເຂົາເຈົ້າ ມີການປ່ຽນແປງ ທາງດ້ານໂຄງສ້າງ ຖ້າໄດ້ຮັບອາຫານຄົບຖ້ວນ, ເມື່ອໄດ້ອອກກໍາລັງກາຍ ສະໝໍ່າສະເໝີ ລູກກໍຈະມ່ວນຊື່ນ ສະໜຸກສະໜານເປັນ ພິເສດ. ທາງດ້ານອາລົມຄວາມຮູ້ສຶກ: ຮໍໂມນໃນຮ່າງກາຍ ຈະກະຕຸ້ນໃຫ້ອາລົມ ແລະ ຄວາມຮູ້ສຶກ ເລີ່ມປ່ຽນແປງ ບາງຄັ້ງອາດຈະຫງຸດຫງິດງ່າຍ, ອາດຕັດສິນໃຈ ດ້ວຍອາລົມຫຼາຍຂຶ້ນ ແລະ ທາງດ້ານສັງຄົມ; ສິ່ງໃດທີ່ ເຮັດໃຫ້ມີຄວາມຮູ້ສຶກວ່າ ເປັນເດັກນ້ອຍ ພວກເຂົາກໍເລີ່ມ ຈະອອກຫ່າງ ຈາກໝູ່ເດັກນ້ອຍ ລຸ້ນດຽວກັນ ແລະ ເກີດມີຄວາມຕ້ອງການ ການຍອມຮັບຈາກ ໝູ່ຫຼາຍຂຶ້ນ. ມີບາງພຶດຕິກໍາ ທີ່ສະແດງອອກເຊັ່ນ: ມັກຄວາມເປັນສ່ວນຕົວ ບໍ່ຢາກເຂົ້າຮ່ວມ ກິດຈະກໍາຂອງຄອບຄົວ, ເຮັດຫຍັງກໍບໍ່ຖືກໃຈ, ມັກແຕ່ງໂຕ ແລະ ຮູບຮ່າງໜ້າຕາ, ບໍ່ມັກເຂົ້າຫາຜູ້ໃຫຍ່, ເຮັດຫຍັງກໍບໍ່ຖືກໃຈ ຜູ້ໃຫຍ່, ບໍ່ມີໃຜເຂົ້າໃຈ, ມັກປິດບັງ, ຕິດໝູ່ສະໜິດ ເລີ່ມສົນໃຈ ເພດກົງກັນຂ້າມ.

ນອກຈາກຮ່າງກາຍ ທີ່ປ່ຽນແປງແລ້ວ ສິ່ງທີ່ສໍາຄັນອີກຢ່າງໜຶ່ງ ທີ່ຈະຕ້ອງຮັບມືກໍຄື: ພັດທະນາການ ດ້ານອາລົມ ແລະ ຄວາມຮູ້ສຶກ ທີ່ຕ້ອງການ ຄວາມໝັ້ນໃຈ. ດັ່ງນັ້ນ ບາງຄົນມັກຈະ ແຕ່ງໂຕຮຽນແບບ ດາຣາ, ໃຊ້ສິນຄ້າທີ່ລໍ້ຕາ ເພາະຈະເຮັດໃຫ້ ມີຄວາມໝັ້ນໃຈ ບໍ່ຕົກຍຸກ, ຕ້ອງການ ການຍອມຮັບ ແລະ ຢາກຮູ້ຢາກລອງ. ລູກໃນໄວນີ້ ຈຶ່ງຕ້ອງການ ຄົນທີ່ເຂົ້າໃຈ ແລະ ຕ້ອງການຄໍາປຶກສາ ເພື່ອຊີ້ນໍາ ເພື່ອການປະຕິບັດໂຕ ໃຫ້ຖືກຕ້ອງ ແລະ ເໝາະສົມ.

ເມື່ອລູກຕິດໝູ່ ຫຼື ມ່ວນຊື່ນກັບໝູ່ ຂອງພວກເຂົາ ພໍ່-ແມ່ ຄວນຊອກໂອກາດ ໃຫ້ລູກພາໝູ່ ມາຫຼິ້ນຢູ່ເຮືອນ ແລ້ວຄ່ອຍສັງເກດພຶດຕິກໍາ ຂອງໝູ່ເຫຼົ່ານັ້ນວ່າ ໃຜມີບຸກຄະລິກ ນິດໄສໃຈຄໍແນວໃດ. ຖ້າເປັນຄົນນິດໄສດີ ກໍຍົກເອົາມາຍ້ອງ ໃຫ້ລູກຟັງ ລູກຈະຮູ້ສຶກເປີດໃຈ ແລະ ອາດຈະໃຫ້ຂໍ້ມູນ ກ່ຽວກັບ ໝູ່ຄົນນີ້ ໃນແງ່ມູມອື່ນ ທີ່ເຮົາອາດຍັງບໍ່ຮູ້ ບໍ່ວ່າຈະເປັນດ້ານບວກ ຫຼື ດ້ານລົບ. ຖ້າໄດ້ຂໍ້ມູນ ດ້ານລົບ ພໍ່-ແມ່ ກໍຄວນຖືໂອກາດແນະນໍາ, ຖ້າເປັນຂໍ້ມູນ ດ້ານບວກ ພໍ່-ແມ່ ກໍຕ້ອງຊ່ວຍ ສົ່ງເສີມ ໃຫ້ລູກເອົາແບບຢ່າງ ດ້ານບວກຂອງໝູ່, ແຕ່ຖ້າມີຄົນ ທີ່ເບິ່ງແລ້ວ ອາດຈະມີນິດໄສ ດ້ານລົບ ທີ່ລູກອາດຈະບໍ່ສັງເກດເຫັນໄດ້ ເຊັ່ນ: ເປັນຄົນມັກເອົາປຽບ ຄົນອື່ນ, ບໍ່ມີນໍ້າໃຈ ຢາກຊ່ວຍເຫຼືອ ຄົນອື່ນ ພໍ່-ແມ່ ກໍອາດຈະຍົກເອົາໝູ່ຜູ້ນີ້ ມາເປັນຫົວຂໍ້ ໃນການສົນທະນາ ໃຫ້ລູກເລົ່າເຖິງ ໝູ່ຜູ້ນີ້ ແລ້ວຈຶ່ງຄ່ອຍ ໃຫ້ຄໍາແນະນໍາ ທີ່ດີ ເປັນການເຮັດໜ້າທີ່ ໃນການກັ່ນຕອງ ຄົນດີໆ ໃຫ້ລູກຄົບຫາ.

ການດູແລລູກຊາຍໃນໄວນີ້ ຈຶ່ງຕ້ອງໄດ້ເອົາໃຈໃສ່ ຢ່າງໃກ້ຊິດ ແລະ ໃຫ້ຄວາມເຂົ້າໃຈ ພໍ່-ແມ່ ອາດຈະເປັນຝ່າຍ ນັ່ງຟັງຄວາມຄິດເຫັນ ຂອງລູກ, ໃຫ້ລູກໄວ້ວາງໃຈ ແລະ ຫາຈັງຫວະ ແນະນໍາສິ່ງທີ່ ເໝາະສົມ ຈາກບົດບາດ ພໍ່ແມ່ ທີ່ຄອຍແນະນໍາ ອາດຈະຕ້ອງເປັນຕົ້ນແບບ ໃຫ້ລູກເຫັນ, ເປັນຜູ້ນໍາພາ ປະຕິບັດ ໃຫ້ທຸກຄົນ ໃນຄອບຄົວ ຢ່າງຍຸຕິທໍາ ແລະ ເທົ່າທຽມດ້ວຍ ຄວາມຮັກ, ຄວາມຮັບຜິດຊອບ ໃນໜ້າທີ່ ຕໍ່ຄອບຄົວເປັນຢ່າງດີ ເຮັດໃຫ້ລູກ ຮູ້ສຶກເກງໃຈ ແລະ ເຊື່ອຟັງຜູ້ໃຫຍ່.

ຄອບຄົວທີ່ເວົ້າມ່ວນ ມີເຫດຜົນ ຮູ້ຈັກລະງັບອາລົມ ຈະເຮັດໃຫ້ລູກ ກ້າທີ່ຈະເຂົ້າມາລົມນໍາ, ເປັນການຝຶກນິດໄສດີໆ ໃຫ້ກັບລູກ. ນິດໄສທີ່ເສຍສະຫຼະ, ເອື້ອເຟື້ອເພື່ອແຜ່, ມີຄວາມເມດຕາ ມີນໍ້າໃຈ ເປັນການຫຼໍ່ຫຼອມ ປູກຝັງໃຫ້ລູກເຕີບໃຫຍ່ ເປັນສຸພາບບຸລຸດ. ນອກນັ້ນ ຍັງຊ່ວຍເສີມສ້າງ ສະເໜ່ ໃຫ້ລູກທາງອ້ອມ ເພາະຄົນທີ່ມີນໍ້າໃຈ ໃຜໆກໍຮັກ, ຄອບຄົວໃດ ທີ່ມີພໍ່-ແມ່ ເປັນແບບຢ່າງທີ່ດີ ຄວາມສໍາເລັດ ໃນການລ້ຽງລູກຊາຍ ໃຫ້ເປັນຄົນດີ ກໍຈະເປັນເລື່ອງ ທີ່ບໍ່ຍາກເກີນໄປ.

ໂດຍ: ໄກ່ໂຕ້ງ
ຂໍ້ມູນຈາກ: ຄູ່ມືຮຽນຮູ້ເລື່ອງເພດ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!