Home » ການຮັກສາໄລຍະຫ່າງທາງສັງຄົມ ຫຼຸດຄວາມສ່ຽງໃນການຕິດພະຍາດໂຄວິດ-19

ການຮັກສາໄລຍະຫ່າງທາງສັງຄົມ ຫຼຸດຄວາມສ່ຽງໃນການຕິດພະຍາດໂຄວິດ-19

ໂດຍ ຄໍາສັບລາວ

ເພື່ອຫຼຸດຄວາມສ່ຽງ ໃນການຕິດເຊື້ອ ພະຍາດ ໂຄວິດ-19  ແລະ ເປັນມາດຕະການ ໜຶ່ງທີ່ ຈະຊ່ວຍຢຸດການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນວົງກວ້າງ ໃຫ້ໜ້ອຍລົງ ຊຶ່ງການຮັກສາ ໄລຍະຫ່າງທາງຮ່າງກາຍ ກັບບຸກຄົນອື່ນ ເປັນໜຶ່ງ ໃນມາດຕະການ ຫຼຸດການແຜ່ລະບາດ ຂອງພະຍາດ ທີ່ຕິດຕໍ່ທາງລະອອງ ແລະ ການສໍາພັດ ໂດຍສະເພາະ ພະຍາດ ໂຄວິດ-19. ການຮັກສາ ໄລຍະຫ່າງ ທາງສັງຄົມ ແມ່ນການປະຕິບັດ ທາງສາທາລະນະສຸກ ເພື່ອປ້ອງກັນ ບໍ່ໃຫ້ຄົນເຈັບ ເຂົ້າໃກ້ຄົນ ທີ່ມີສຸຂະພາບດີ ເພື່ອຫຼຸດການຕິດຕໍ່ ຂອງເຊື້ອ ພະຍາດ ຊຶ່ງ ຄໍາສັບລາວ ຈະມາແນະນໍາ 9 ວິທີ ໃນການຮັກສາໄລຍະຫ່າງທາງສັງຄົມ ເພື່ອຫຼຸດຄວາມສ່ຽງໃນການຕິດພະຍາດໂຄວິດ-19 ມີດັ່ງນີ້:

  1. ຢືນ-ນັ່ງຫ່າງກັນ 1,5-2 ແມັດ.

  2. ງົດຈັດງານສັງສັນ ແລະ ກິດຈະກໍາຮ່ວມກັນຫຼາຍຄົນ ບໍ່ວ່າຈະຢູ່ເຮືອນ, ບ່ອນເຮັດວຽກ ແລະ ສະຖານທີ່ ບັນເທີງຕ່າງໆ.

  3. ເວລາກິນເຂົ້າ ໃຫ້ແຍກພາຊະນະ ເປັນຊຸດ ສໍາລັບຄົນດຽວ ຫຼີກຈາກການ ກິນເຂົ້າຮ່ວມ ກັນຫຼາຍຄົນ.

  4. ປ່ຽນລະບົບ ການເຮັດວຽກ ໂດຍໃຊ້ທາງອອນລາຍ ແລະ ຕິດຕໍ່ທາງ ໂທລະສັບເປັນຫຼັກ ຫຼື ສະຫຼັບ ເວລາການເຮັດວຽກ.

  5. ປ່ຽນມາຮຽນ, ສຶກສາທາງອອນລາຍ ແທນການຮຽນໃນຫ້ອງຮຽນ ຮ່ວມກັນຫຼາຍຄົນ ແລະ ຫຼີກເວັ້ນ ການຈັດປະຊຸມໃຫຍ່ ທີ່ມີຄົນຈໍານວນຫຼາຍ.

  6. ງົດການ ອ່ານໃນຫ້ອງສະໝຸດ ປ່ຽນມາອ່ານ ແບບເອເລັກໂຕຼນິກ.

  7. ຂຶ້ນລິບບໍ່ເກີນ 4 ຄົນ ຫຼື ປ່ຽນຈາກຂຶ້ນລິບ ມາເນັ້ນການຂຶ້ນຂັ້ນໄດແທນ.

  8. ລະວັງການໃຊ້ຫ້ອງນໍ້າສາທາລະນະ.

  9. ຄວນຢູ່ເຮືອນໃຫ້ຫຼາຍທີ່ສຸດ.

ນອກຈາກນີ້ ຢ່າລືມໃສ່ຜ້າປິດປາກ ທຸກຄັ້ງ ເມື່ອອອກຈາກເຮືອນ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມື ທີ່ມີສ່ວນປະສົມ ຂອງແອວກໍຮໍ ລວມທັງ ເວລາໄປຢູ່ ຈຸດໃດ ແມ່ນໃຫ້ເຂົ້າ App Lao KYC ເພື່ອແຈ້ງ ການເຄື່ອນໄຫວ ແລະ ຖືວ່າ ເປັນຄວາມຮັບຜິດຊອບ ຕໍ່ສັງຄົມ, ຕົນເອງ ແລະ ຜູ້ອື່ນໆ ເຮົາຕ້ອງຊ່ວຍກັນ ເພື່ອບໍ່ໃຫ້ເກີດການ ລະບາດໃນຄັ້ງ ຕໍ່ໆໄປ.

ໂດຍ: ພອຍໄພລິນ
ຂໍ້ມູນຈາກ: https://www.thansettakij.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!