Home » ການສະແດງ Folder ທີ່ຖືກເຊື່ອງ ແລະ ສະແດງ ຊື່ນາມສະກຸນ ຂອງໄຟຣ໌ເອກະສານຕ່າງໆ

ການສະແດງ Folder ທີ່ຖືກເຊື່ອງ ແລະ ສະແດງ ຊື່ນາມສະກຸນ ຂອງໄຟຣ໌ເອກະສານຕ່າງໆ

ໂດຍ ຄໍາສັບລາວ

ການສະແດງ folder ທີ່​ຖືກ​ເຊື່ອງ ​ແລະ ສະ​ແດງ​ ຊື່​ນາມສະກຸນ ​ຂອງ​ໄຟຣ໌​ເອກະສານ​ຕ່າງໆ ​ໃຊ້​ສຳລັບ​​ໃນ​ເວລາ​ທີ່​ເຮົາ​ຕ້ອງການ​ຢາກ​ຮູ້​ນາມສະກຸນ​ຂອງ​​ໄຟຣ໌ຕ່າງໆ ວ່າ​ເປັນ​ນາມສະກຸນ​ຫຍັງ

(.txt,.html….) ​ແລະ ສະ​ແດງ folder ທີ່​ຖືກ​ເຊື່ອງ​ໄວ້​ໂດຍ​ໄວຣັດ ຫຼື ບຸກຄົນ​ທີ່​ເຊື່ອງ folder ນັ້ນ​ໄວ້ ຫຼື ສະ​ແດງ folder ທີ່​ເຮົາ​ເຊື່ອງ​ໄວ້

ພວກ​ເຮົາ​ຈະ​ມາ​ແນະນຳ​ວິທີ​ປະຕິບັດ ​ເພື່ອ​ນຳ​ໄປ​ໃຊ້​ໃນ​ຄອມ​ພິວ​ເຕີ​ຂອງ​ທ່ານ ມີ​ວິທີ​ການ​ປະຕິບັດ​ດັ່ງ​ນີ້:

​ໃຫ້​ເຮົາດັບເບີ​ຄິກ​ໄປ​ທີ່ My Computer

ແລ້ວ​ຄິກທີ່ View ​ແລ້ວ​ເລືອກ​ຄິກທີ່ Options

ເຮົາ​ຈະ​ເຫັນ​ໜ້າ​ຕ່າງ​ເຄື່ອງມື ຫຼັງ​ຈາກ​ນັ້ນ​ຄິກ​ໃສ່​ແທັບ View

ໃຫ້​ຕິກ​ທີ່ Show hidden file, folder, and drives ​ເພື່ອ​ສະ​ແດງ folder ທີ່​ຖືກ​ເຊື່ອງ​ໄວ້

​ໃຫ້​ຕິກ​ຖືກ​ອອກ ທີ່ Hide extension for known file type ​ເພື່ອ​ສະ​ແດງ​ນາມສະກຸນ​ຂອງ​ໄຟຣ໌ວ່າ​ເປັນ . ຫຍັງ

ຈາກ​ນັ້ນ​ໃຫ້ ຄິກ ok

ວິທີ​ການ​ເຊື່ອງ folder

ການ​ເຊື່ອງ folder ​ແມ່ນ​ໃຊ້​ສຳລັບ ​ເຊື່ອງ folder ທີ່​ເປັນ​ຂໍ້​ມູນ​ທີ່​ສຳຄັນ​ຂອງ​ເຮົາ ​ເຮົາ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ເຫັນ

​ໃຫ້​ຄິກຂວາ​ໃສ່ folder ທີ່​ຕ້ອງການ​ເຊື່ອງ ​ແລ້ວ​ຄິກທີ່ Properties

​ໃຫ້​ຕກຖືກ ທີ່ Hidden ຈາກ​ນັ້ນ​ຄິກ ok

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!