Home » ກັ້ນຖ່າຍໜັກເປັນອັນຕະລາຍຕໍ່ສຸຂະພາບ

ກັ້ນຖ່າຍໜັກເປັນອັນຕະລາຍຕໍ່ສຸຂະພາບ

ໂດຍ ຄໍາສັບລາວ

ມີບາງກຸ່ມຄົນ ທີ່ມີພຶດຕິກໍາໃນການກັ້ນຍ່ຽວ ແລະ ຖ່າຍໜັກ ໂດຍສະເພາະ ຜູ້ທີ່ນັ່ງເຮັດວຽກຢູ່ ໜ້າຄອມພິວເຕີ, ເຮັດວຽກກ່ຽວກັບການບໍລິການ, ຜູ້ທີ່ຕ້ອງໄດ້ເດີນທາງຢູ່ຕະຫຼອດ ແລ້ວບໍ່ສະດວກເຂົ້າຫ້ອງນໍ້າ ເຮັດໃຫ້ມີພຶດຕິກໍາກັ້ນຍ່ຽວ, ກັ້ນຖ່າຍໜັກ ຊຶ່ງບໍ່ຕ່າງຈາກການຝຶກພຶດຕິກໍາ ທໍາຮ້າຍສຸຂະພາບຕົນເອງ. ໃຜທີ່ມັກກັ້ນຖ່າຍໜັກ ບໍ່ວ່າຈະດ້ວຍຄວາມຈໍາເປັນ ຫຼື ຄວາມເຄີຍຊິນ ລະວັງອາດຈະມີຄວາມສ່ຽງດັ່ງນີ້:

  • ຕິດນິດໄສຖ່າຍບໍ່ເປັນເວລາ: ເວລາຮູ້ສຶກປວດຖ່າຍ ແຕ່ບໍ່ຍອມໄປຖ່າຍ ກໍຄືເສຍໂອກາດໃນຕອນທີ່ລໍາໄສ້ ພ້ອມບີບຕົວຖ່າຍ ຂອງເສຍອອກມາ ຈົນໃນທີ່ສຸດອາດຈະບໍ່ໄດ້ຖ່າຍ ໃນມື້ນັ້ນ. ຖ້າເຮົາກັ້ນຖ່າຍປະຈໍາຮ່າງກາຍອາດຈະຮຽນຮູ້ວ່າ ບໍ່ຢາກຖ່າຍ ເຮັດໃຫ້ລະບົບຖ່າຍໜັກ ຖ່າຍບໍ່ເປັນເວລາ;

  • ຮ່າງກາຍສະສົມອາຈົມໄວ້ໃນຮ່າງກາຍ: ຖ້າບໍ່ຖ່າຍອອກມາ ຮ່າງກາຍຈະດູດເອົານໍ້າ ໃນອາຈົມກັບໄປ ໝູນໃຊ້ໃນຮ່າງກາຍ ຊຶ່ງເທົ່າກັບວ່າ ການກັ້ນຖ່າຍ ແມ່ນການເຮັດໃຫ້ ສານພິດຕົກຄ້າງ ຢູ່ໃນຮ່າງກາຍໄດ້ງ່າຍ ລວມທັງເຮັດໃຫ້ກ້ອນອາຈົມແຂງ ເວລາຖ່າຍອອກ ກໍຈະທໍລະມານ ເພາະຖ່າຍຍາກທີ່ສຸດ ຈົນຮ່າງກາຍ ບໍ່ສາມາດຖ່າຍອອກມາໄດ້ ສົ່ງຜົນເຮັດໃຫ້ມີອາການ ຖ່າຍແຂ້ນຊໍາເຮື້ອເປັນເວລາດົນ;

  • ອ່ອນເພຍ, ປຸ້ນທ້ອງ ບໍ່ເບີກບານ: ຖ້າຮ່າງກາຍດູດນໍ້າໃນອາຈົມ ກັບໄປນໍາໃຊ້ ສານພິດຕົກຄ້າງຕ່າງໆ ລວມທັງເຊື້ອພະຍາດ ອາດໄປເຮັດໃຫ້ຮ່າງກາຍ ຮູ້ສຶກເມື່ອຍ, ອ່ອນເພຍ ຈາກອາການອຶດອັດທ້ອງ ຍ້ອນບໍ່ໄດ້ຖ່າຍ;

  • ລິດສີດວງທະວານໜັກ: ອາຈົມແຂງຕົວ ຍ້ອນເຫຼືອນໍ້າໜ້ອຍ ເປັນສາເຫດເຮັດໃຫ້ ເກີດພະຍາດ ລິດສີດວງທະວານໜັກໄດ້ງ່າຍ ຖ້າຫາກມີອາການຖ່າຍຍາກ ຈົນເຮັດໃຫ້ຮູທະວານ ຈີກຕະຫຼອດ ອາດເຮັດໃຫ້ຊີ້ນ ທາງໃນທະວານໜັກ ເກີດບາດຈົນມີ ເລືອດອອກ ມາທາງນອກ.

ການກັ້ນຖ່າຍໜັກຈົນເປັນນິດໄສ ສົ່ງຜົນກະທົບຕໍ່ ສຸຂະພາບໄດ້ຫຼາຍຢ່າງ. ດັ່ງນັ້ນ ຖ້າຫາກປວດຖ່າຍໜັກຕອນໃດ ຢ່າກັ້ນໄວ້ດົນ ຮີບໄປຖ່າຍອອກ ໂດຍໄວ ເພື່ອໃຫ້ກົນໄກຕ່າງໆ ຂອງຮ່າງກາຍ ເຮັດວຽກໄດ້ຢ່າງມີ ປະສິດທິພາບ ຈະດີທີ່ສຸດ ໂດຍເລີ່ມຈາກການປັບ ພຶດຕິກໍາຕົນເອງກ່ອນ ດັ່ງນີ້:

  1. ຝຶກໃຫ້ຕົນເອງນັ່ງຖ່າຍເປັນເວລາເຊັ່ນ: ຕື່ນນອນມາ ຫຼື ກິນເຂົ້າເຊົ້າແລ້ວ ຄວນນັ່ງຖ່າຍກ່ອນ;

  2. ດື່ມນໍ້າຫຼາຍໆ ເພື່ອຊ່ວຍດັນຂອງເສດເຫຼືອເກົ່າໃຫ້ອອກມາງ່າຍຂຶ້ນ;

  3. ໝັ່ນອອກກໍາລັງກາຍ ເພື່ອເພີ່ມການເຄື່ອນຕົວຂອງລໍາໄສ້ ຊ່ວຍໃຫ້ຖ່າຍໄດ້ງ່າຍຂຶ້ນ;

  4. ປວດຖ່າຍເມື່ອໃດໃຫ້ຮີບໄປຖ່າຍໃຫ້ທັນການ ຢ່າກັ້ນຖ່າຍເດັດຂາດ.

ຂໍ້ມູນຈາກ: https://health.kapook.com/view252268.html
ຮຽບຮຽງໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!