Home » ກະໂຊ້ກົ້ນຮົ່ວ

ກະໂຊ້ກົ້ນຮົ່ວ

ໂດຍ ຄໍາສັບລາວ

ກະໂຊ້ແມ່ນເຄື່ອງໃຊ້ຂອງຊາວນາຊະນິດໜຶ່ງ ທີ່ສານດ້ວຍໄມ້ປ່ອງ ໃຊ້ສຳລັບສະນ້ຳໃນນາ. ຖ້າກົ້ນກະໂຊ້ຮົ່ວ ນ້ຳກໍຈະໄຫຼອອກໝົດ. ເຊິ່ງປຽບຄືກັບຄົນ ທີ່ໃຊ້ຈ່າຍຟຸ້ມເຟືອຍ, ບໍ່ຮູ້ຈັກເກັບຫອມຮອມຮິບ ກໍຈະບໍ່ມີເງິນພຽງພໍໃນການໃຊ້ຈ່າຍ, ເຫັນຫຍັງກໍຊື້ທັງໝົດ, ບໍ່ຄິດເຫັນອະນາຄົດພາຍໜ້າ ວ່າຕົນເອງຈະກິນຫຍັງ, ຖ້າຫາກໃຊ້ຈ່າຍໝົດ.

(ທອງມີ, 2007:161)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!