Home » ໝາເຂົ້າບ້ານດ່ອມຫາງ

ໝາເຂົ້າບ້ານດ່ອມຫາງ

ໂດຍ ຄໍາສັບລາວ

ໝາເວລາອອກຈາກເຮືອນຊານ ຫຼື ຂອບເຂດຖິ່ນຖານຕົວເອງ ໄປສູ່ບ້ານອື່ນ ເຮົາຈະສັງເກດເຫັນມັນດ່ອມຫາງ ສະແດງອາການຢ້ານກົວ ຫຼື ສະແດງຄວາມອ່ອນຍອມໄວ້ ບໍ່ໃຫ້ໝາໃນຖິ່ນນັ້ນມາຂົບມັນ.

ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບຄົນທີ່ມີຄວາມສະຫຼາດ, ມີຄວາມອ່ອນນ້ອມຖ່ອມຕົນ, ເວລາໄປບ້ານອື່ນ ຈະບໍ່ໂອ້ອວດ ສະແດງຄວາມຮູ້ຄວາມສາມາດຫຼາຍເກີນໄປ ເພາະມັນຈະເຮັດໃຫ້ຄົນໃນບ້ານນັ້ນ ອິດສາ ແລະ ຫາທາງທຳລາຍໄດ້.

(ສີລາ, 2000:2)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!