ຄຳໂຕງໂຕຍ ໄວປາກເສຍສິນ ໄວຕີນຕົກກົກໄມ້ ໂດຍ ຄໍາສັບລາວ 24/01/2022 966 ໄວປາກເສຍສິນ ໝາຍເຖິງການເວົ້າຈາ ທີ່ບໍ່ໄດ້ຄົ້ນຄິດ ພິຈາລະນາເສຍກ່ອນ, ຄິດແນວໃດກໍເວົ້າແນວນັ້ນໂລດ ມັກຜິດພາດຄື: ການເວົ້າແບບບໍ່ສົນໃຈ ຄົນທີ່ຢູ່ອ້ອມຂ້າງ ວ່າມັນຈະກະທົບກັບເຂົາແນວໃດ ເຊິ່ງມັນສະແດງເຖິງ ຄຸນສົມບັດ, ກິລິຍາມາລະຍາດ ໃນການປາກເວົ້າທີ່ບໍ່ດີ; ຖ້າໃນທາງສາສະໜາພຸດ ແມ່ນຈະເວົ້າວ່າ ຄົນທີ່ບໍ່ສັງລວມ ໃນການປາກເວົ້າ ແມ່ນຈະເສຍສິນ. ໄວຕີນຕົກກົກໄມ້ ແມ່ນໝາຍເຖິງ ການຂຶ້ນຕົ້ນໄມ້ໄວຫຼາຍມັກຕົກ ເຊິ່ງປຽບໃສ່ຄົນ ທີ່ມີຄວາມດື້ດ້ານ, ບໍ່ຢ້ານກົວຕໍ່ຄວາມເຈັບປວດ ມັກກະທຳໃນສິ່ງທີ່ເປັນ ອັນຕະລາຍ, ບໍ່ຢູ່ເປັນບ່ອນເປັນທີ່ ເຮັດໃຫ້ຊີວິດຕົນເອງ ເປັນອັນຕະລາຍ. (ທອງມີ, 2007:185) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023