Home » ໃຈຮ້າຍເປັນຜີ ໃຈດີເປັນພະເຈົ້າ

ໃຈຮ້າຍເປັນຜີ ໃຈດີເປັນພະເຈົ້າ

ໂດຍ ຄໍາສັບລາວ

ໃຈຮ້າຍ ໝາຍເຖິງຈິດໃຈທີ່ກຳລັງມີຄວາມໂກດແຄ້ນ, ໂມໂຫສາມາດທຳລາຍຄົນອື່ນໄດ້ທຸກເວລາ. ໃຈດີ ໝາຍເຖິງ ໃຈທີ່ມີຄວາມສະຫງົບ, ບໍ່ມີຄວາມອາຄາດຕໍ່ຄົນອື່ນ, ມີແຕ່ປາຖະໜາໃຫ້ຄົນອື່ນມີຄວາມສຸກ; ຄຳໂຕງໂຕຍນີ້ ປຽບກັບຄົນທີ່ມີຄວາມໂມໂຫ ສາມາດທຳລາຍຄົນອື່ນ ຫຼື ປຽບກັບເປັນຜີໄດ້. ສ່ວນຄົນທີ່ໃຈດີປຽບເໝືອນກັບພະ ທີ່ມີຄວາມເມດຕາປານີ ຊ່ວຍເຫຼືອຄົນອື່ນ ຢາກໃຫ້ຄົນອື່ນມີຄວາມສຸກຕະຫຼອດໄປ.

(ສີລາ, 2000:15)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!