776
ອະນຸມູນອິດສະຫຼະແມ່ນຫຍັງ ເປັນຫຍັງຕ້ອງຕ້ານອະນຸມູນອິດສະຫຼະ ?
ອະນຸມູນອິດສະຫຼະ ( Free Radicle ) ຄືໂມເລກຸນ ຫຼື ອາຕອມ ທີ່ບໍ່ມີ ປະສິດທິພາບ ຍ້ອນຂາດ ໂມເລກຸນ ຫຼື ອີເລັກຕອນ (Electrons) ເຊິ່ງໂດຍປົກກະຕິ ໃນຮ່າງກາຍຂອງເຮົາ ມີໂມເລກຸນ ເປັນຈຳນວນຄູ່ ໃນກໍລະນີ ທີ່ຮ່າງກາຍ ມີການສູນເສຍ ໂມເລກຸນ ຈາກການຖືກ ອະນຸມູນອິດສະຫຼະຍາດຈັບ ຈະເຮັດໃຫ້ໂມເລກຸນ ຂອງເຊວໃນຮ່າງກາຍ ບໍ່ມີປະສິດທິພາບ ຂາດຄວາມສົມດຸນ ເຊິ່ງສົ່ງຜົນເຮັດໃຫ້ ເຊວຮ່າງກາຍເສຍຫາຍໄດ້.
ອະນຸມູນອິດສະຫຼະມາຈາກໃສ ?
ແຫຼ່ງພາຍນອກ ໄດ້ແກ່ ມົນລະພິດ ໃນອາກາດ ໂອໂຊນ (ozone), ນີໂຕຼ ອອກໄຊ (Nitrous oxide), ນີໂຕຣເຈນ ໄດອອກໄຊ (Nitrogen Dioxide), ຝຸ່ນ, ຄັວນຢາສູບ, ອາຫານທີ່ມີ ກົດໄຂມັນ ບໍ່ອີ່ມຕົວ ສະແດງ ຄວາມຮ້ອນ ຣັງສີແກມມ່າ ແລະ ແຫຼ່ງພາຍໃນ ໄດ້ແກ່ອະນຸມູນ ອິດສະຫຼະ ທີ່ຮ່າງກາຍສ້າງຂຶ້ນ.
ຕົວຢ່າງ: ຂອງອະນຸມູນອິດສະຫຼະ ໄດ້ແກ່:
O2- Superoxide anion ອະນຸມູນຊຸບເປີອ໋ອກໄຊ.
OH- Hydroxyl radical ອະນຸມູນໄຮດຣອກຊິນ.
ROO Peroxy radical ອະນຸມູນເປີອ໋ອກຊີ.
H2O2 Hydrogen Peroxide ຮີໂດເຈນເປີອ໋ອກໄຊ.
Lipid Peroxyl, LO2 ລິປິດເປີອອກຊີ.
ອະນຸມູນອິດສະຫຼະເຂົ້າໄປທຳລາຍເຊວໄດ້ແນວໃດ ?
ອະນຸມູນອິດສະຫຼະ ເຂົ້າໄປທຳລາຍ ເຊວ ເມື່ອຮ່າງກາຍ ບໍ່ສາມາດຜະລິດ ຫຼື ໄດ້ຮັບສານ ຕ້ານອະນຸມູນອິດສະຫຼະ ພຽງພໍ ທີ່ຈະໄປຢຸດຢັ້ງ ຫຼື ໄປຈັບອະນຸມູນ ອິດສະຫຼະ ໄດ້ພາຍໃນເຊວ ຂອງຮ່າງກາຍ ຜົນຄືເຮັດໃຫ້ ເຊວເກີດຄວາມ ເສຍຫາຍ ແລະ ນຳໄປສູ່ການ ເກີດພະຍາດຕ່າງໆ ເຊັ່ນ: ພະຍາດມະເຮັງຫົວໃຈ ແລະ ຫລອດເລືອດ ແກ່ກ່ອນໄວ, ຕາຕໍ້ ແລະ ໂລກອື່ນໆ ເຊັ່ນ: ອະນຸມູນອິດສະຫຼະ ໄປທຳລາຍ ຜະນັງ ຫຼອດເລືອດແດງ ແລະ ເມື່ອມີໄຂມັນ ໄປສະສົມຢູ່ ໃນບໍລິເວນ ຫຼອດເລືອດແດງ ທີ່ຖືກທຳລາຍ ຈະເຮັດໃຫ້ ເກີດພະຍາດ ຫົວໃຈ ແລະ ຫລອດເລືອດ ໃນທີ່ສຸດ ແຕ່ຖ້າເຮົາໄດ້ຮັບ ສານຕ້ານອະນຸມູນ ອິດສະຫຼະ ພຽງພໍ ສານຕ້ານອະນຸມູນ ອິດສະຫຼະ ເຂົ້າໄປປ້ອງກັນ ຫຼື ຍາດບ່ອນຈັບກັບ ອະນຸມູນ ອິດສະຫຼະ ແລະ ນຳອະນຸມູນ ອິດສະຫຼະ ເຫຼົ່ານັ້ນ ໄປຖິ້ມນອກເຊວ ເຮັດໃຫ້ເຊວ ບໍ່ຖືກທຳລາຍ.
ຮ່າງກາຍຈຶ່ງມີກົນໄກ ທີ່ຈະກຳຈັດສານ ອະນຸມູນ ອິດສະຫຼະ ໄດ້ 2 ວິທີຄື:
-
ການໃຊ້ເອນໄຊ ທີ່ຮ່າງກາຍສ້າງຂຶ້ນ ເພື່ອຈັບກັບ ອະນຸມູນ ອິດສະຫຼະ ເຊັ່ນ: ເອັນໄຊ superoxide dismutase (SOD), ເອັນໄຊ catalase glutathione peroxidase ແຕ່ຮ່າງກາຍ ມັກສ້າງ ບໍ່ພຽງພໍ ເຊວຈຶ່ງເກີດການ ບາດເຈັບຂຶ້ນ ແລະ ເມື່ອເຮົາມີ ອາຍຸຫຼາຍຂຶ້ນ ການສ້າງສານ ຕ້ານອະນຸມູນ ອິດສະຫຼະ ຍັງເທົ່າເກົ່າ ຜົນທີ່ຕາມມາຄື ເຮັດໃຫ້ເກີດ ພະຍາດຕ່າງໆ ຫຼາຍຢ່າງ.
-
ການໄດ້ຮັບສານ ຕ້ານອະນຸມູນ ອິດສະຫຼະ ຈາກອາຫານ ເຊັ່ນ: ວິຕາມິນອີ (vitamin E), ເບ້ຕາແຄໂຣທີນ (Beta carotene), ແອນໂທໄຊຢານິນ (Anthocyanin), ສານປະກອບໂຟລີຟິນອນ (Foley phenol) ຕ່າງໆ ເຊັ່ນ: ແທນນິນ(Tannin), ແຄຊີຊິນ(Cat ‘s Chin) ເປັນຕົ້ນ. ນອກຈາກນີ້ ຍັງລວມເຖິງ ໂຄເອນໄຊຄິວ ເທັນ (Coenzyme Q10) ຫຼື ໂຄຄິວເທັນ (Co Q10) ເຊິ່ງເປັນທີ່ຮູ້ຈັກກັນ ໃນຊື່ອື່ນໆ ເຊັ່ນ: ຢູບີຄິວໂນນ (Ubiquinone) ໂດຍຈັດເປັນສານ ຈຳພວກ ວິຕາມິນ ຫຼື ຄ້າຍຄື ວິຕາມິນ ແລະ ມີຢູ່ໃນທຸກເຊວ ຂອງຮ່າງກາຍ ເຮັດໜ້າທີ່ ເປັນໂຄເອນໄຊ (coenzyme) ທີ່ຈຳເປັນຕົວໜຶ່ງ ໃນການເລີ່ມ ປະຕິກິລິຍາ ເຄມີ ເພື່ອສ້າງ ພະລັງງານໃນຮ່າງກາຍ ຈຶ່ງມີ ຄວາມສຳຄັນ ຕໍ່ກ້າມຊີ້ນ ສ່ວນຕ່າງໆ ໂດຍສະເພາະ ກ້າມຊີ້ນຫົວໃຈ. ເພາະວ່າ, ຫົວໃຈຕ້ອງເຮັດວຽກ ຕະຫລອດເວລາ ສຳລັບບຸກຄົນທົ່ວໄປ ເຖິງວ່າ ຮ່າງກາຍຈະສ້າງ Co Q 10 ໄດ້ເອງ ແຕ່ຄວາມສາມາດນີ້ ຈະຫຼຸດລົງ ເມື່ອອາຍຸ 21 ປີຂຶ້ນໄປ ໃນຂະນະທີ່ ປະລິມານ ທີ່ຮ່າງກາຍ ຕ້ອງການ ກັບບໍ່ຫຼຸດລົງ.