Home » ຜົນໄດ້ຮັບຈາກການໄວ້ໃຈ

ຜົນໄດ້ຮັບຈາກການໄວ້ໃຈ

ໂດຍ ຄໍາສັບລາວ

ຄວາມຮັກ ຄືການລົງທຶນອີກແບບໜຶ່ງ ເມື່ອເຮົາຢາກໄດ້ຄວາມຮັກ ຈາກໃຜຄົນໜຶ່ງ ເຮົາກໍຕ້ອງຮັກ ຄົນຜູ້ນັ້ນ ເສຍກ່ອນ ແລ້ວຄົນຜູ້ນັ້ນ ກໍຈະຮັກເຮົາຕອບ ກໍຄືກັບເຮົາຢາກໄດ້ ຮອຍຍີ້ມຈາກໃຜ ເຮົາກໍຄວນຍີ້ມໃສ່ ຄົນຜູ້ນັ້ນ ນີ້ຖືວ່າກໍາໄລ ແຕ່ສໍາລັບ ບາງຄົນ ເຖິງວ່າເຮົາຈະຮັກເຂົາຫຼາຍ, ທຸ່ມເທຄວາມຮັກ ໃຫ້ຫຼາຍພຽງໃດ ໃຫ້ເຂົາໝົດທຸກສິ່ງຢ່າງ ແຕ່ສິ່ງທີ່ໄດ້ກັບຄືນມາ ຄືຄວາມເຈັບຊໍ້ານໍ້າໃຈ, ຄວາມບໍ່ຊື່ສັດ ບໍ່ມີຄວາມເຊື່ອໃຈເຊິ່ງກັນ ແລະ ກັນ ຈົນເຖິງຂັ້ນແຍກທາງ ນີ້ຖືວ່າຂາດທຶນຢ່າງໜັກໜ່ວງ. ດັ່ງນັ້ນ ເມື່ອຕັດສິນໃຈ ຮ່ວມຊີວິດນໍາກັນແລ້ວ ທັງສອງຄົນ ກໍຄວນມີຄວາມຊື່ືສັດ, ຮັກແທ້, ຮັກດ້ວຍໃຈໃຫ້ກຽດກັນ ແລະ ຄວນເຮັດທຸກຢ່າງ ໃຫ້ຖືກຕ້ອງຕາມຮີດຄອງ ປະເພນີ ແລະ ລະບຽບ, ກົດໝາຍ.

ຊຶ່ງຜູ້ຂຽນມີເຫດການໜຶ່ງ ມາເລົ່າສູ່ຜູ້ອ່ານຟັງ ເຫດການນີ້ແມ່ນເກີດຂຶ້ນກັບ ນ້ອງຮັກຂອງຜູ້ຂຽນເອງ ລາວມີຊື່ວ່າ ນ້ອຍ (ນາມສົມມຸດ) ອາໄສຢູ່ ນະຄອນຫຼວງວຽງຈັນ ຊຶ່ງມີຄົນຮັກຊື່ ພວງ (ນາມສົມມຸດ) ອາໄສຢູ່ ນະຄອນຫຼວງພະບາງ. ນ້ອຍ ໄດ້ໄປເຮັດວຽກຢູ່ ຫຼວງພະບາງ ເລີຍໄດ້ພົບຮັກກັບ ພວງ ແລະ ໄດ້ໃຊ້ຊີວິດຢູ່ຮ່ວມກັນ ໂດຍບໍ່ໄດ້ແຕ່ງດອງ ແລະ ບໍ່ໄດ້ຈົດທະບຽນ ເພາະໄລຍະນັ້ນ ທັງສອງຍັງບໍ່ມີເງິນ ໃນໄລຍະທີ່ໃຊ້ຊີວິດ ຢູ່ຮ່ວມກັນ ນ້ອຍ ແລະ ພວງ ກໍໄດ້ຊ່ວຍກັນ ທໍາມາຫາກິນ ສ້າງເສດຖະກິດ ຄອບຄົວ ຈົນສາມາດປຸກເຮືອນ 1 ຫຼັງ ແຕ່ປຸກໃສ່ດິນ ພວງ.

ສອງຄົນພ້ອມໃຈກັນ ສ້າງກິດຈະການ ໂຮງແຮມ, ຮ້ານອາຫານ ຊຶ່ງເງິນລົງທຶນແມ່ນ ນ້ອຍ ໄດ້ຕັດສິນໃຈຂາຍດິນມູນຂອງພໍ່ຢູ່ ນະຄອນຫຼວງວຽງຈັນ ເພື່ອມາປຸກສ້າງເຮືອນ ຢູ່ຫຼວງພະບາງ. ທຸລະກິດດໍາ ເນີນໄປໄດ້ດີ ພໍສົມຄວນ ຈຶ່ງໄດ້ຂະຫຍາຍ ສ້າງຫ້ອງເຊົ່າ, ໂຮງແຮມ ແລະ ຮ້ານອາຫານ ອອກຕື່ມ.

ນ້ອຍເປັນແມ່ຍິງ ທີ່ມີຄວາມຊື່ືສັດ ຮັກໃຜກໍຮັກແທ້ ແລະ ຮັກດ້ວຍໃຈ ຮ່ວມທຸກຮ່ວມສຸກ ພ້ອມທີ່ຈະຮ່ວມສ້າງຮ່ວມສາ, ທຸ່ມເທໃຫ້ກັບຄວາມຮັກ ແລະ ມີຈຸດມຸ່ງໝາຍ ທີ່ຈະພາຊີວິດ ຄອບຄົວ ກ້າວໜ້າສູ່ຄວາມສົມຫວັງ ແລະ ຮັ່ງມີຜາສຸກ ດ້ວຍຄວາມຕັ້ງໃຈ ຢາກພັດທະນາຄອບຄົວ ນ້ອຍ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນ ຄົນຮັກ ກໍຄື ຄອບຄົວ ເຖິງຂັ້ນຍອມ ຂາຍມູນມັງ ທີ່ພໍ່ແມ່ແບ່ງຫາໃຫ້ ເພື່ອມາສົມທົບ ໃນການຂະຫຍາຍ ທຸລະກິດ ທີ່ໄດ້ກໍ່ຕັ້ງມາໃຫ້ຈະເລີນເຕີບໃຫຍ່ ໂດຍບໍ່ໄດ້ມີ ຄວາມລະແວງສົງໄສ ເຖິງຜົນລົບທີ່ຈະຕາມມາ.

ຈາກຄວາມເຫັນແກ່ໂຕບໍ່ຈິງໃຈ ແລະ ອາໄສຊ່ອງວ່າງ ທາງດ້ານກົດໝາຍ, ພວງ ໄດ້ນອກກາຍ, ນອກໃຈ ນ້ອຍ ໂດຍການໄປມີຜູ້ຍິງຄົນອື່ນ ຊຶ່ງລາວໄດ້ ລັກຈົດທະບຽນ ແລະ ມີ ລູກຮ່ວມກັນ 1 ຄົນ. ອັນນີ້ກໍຍ້ອນ ຄວາມຮັກ, ສັດຊື່ ແລະ ຈິງໃຈຂອງ ນ້ອຍ ທີ່ມີຕໍ່ຄອບຄົວ ຈຶ່ງເຮັດໃຫ້ ນ້ອຍ ລືມຄິດເຖິງ ການປົກປ້ອງ ຜົນປະໂຫຍດ ຂອງຕົນເອງ ແຕ່ຫົວທີ ແລະ ໜ້າເສຍດາຍຄວາມສັດຊື່, ຄວາມຈິງໃຈ, ຄວາມບຸກບືນສູ້ຊົນທີ່ ນ້ອຍ ມີນັ້ນຜູ້ເປັນຜົວ ພັດບໍ່ໃຫ້ຄວາມສໍາຄັນ ຍິ່ງໄປກວ່ານັ້ນ ຍັງໃຊ້ຄໍາເວົ້າທີ່ມີ ລັກສະນະ ບໍ່ໃຫ້ກຽດເມຍ ໂດຍບໍ່ສົນໃຈ ຄວາມຮູ້ສຶກຂອງ ນ້ອຍ. ດັ່ງທີ່ໄດ້ກ່າວມາແລ້ວວ່າ: ນ້ອຍ ແລະ ພວງ ບໍ່ໄດ້ແຕ່ງດອງ, ບໍ່ໄດ້ຈົດທະບຽນ ແລະ ບໍ່ມີລູກຮ່ວມກັນ ທຸລະກິດທີ່ ນ້ອຍ ໄດ້ລົງທຶນໄປທັງໝົດ ແມ່ນໄດ້ປຸກສ້າງ ຢູ່ດິນມູນຂອງ ພວງ ຊຶ່ງໃບຕາດິນ ກໍຍັງເປັນຊື່ຂອງ ພໍ່-ແມ່ພວງ ແລະ ນ້ອຍ ຈະໄດ້ຫຍັງກັບການລົງທຶນຄັ້ງນີ້.

ເຫດການນີ້ ແມ່ນເກີດຂຶ້ນແທ້ ໃນສັງຄົມ  ໃນຍຸກແຫ່ງຂໍ້ມູນຂ່າວສານ ທີ່ທັນສະໄໝ ກໍຄືຍຸກແຫ່ງການພັດທະນາຄື ທຸກມື້ນີ້ ພວກເຮົາຄວນມີສະຕິ ລະວັງຕົວ ໃຫ້ຫຼາຍຂຶ້ນ ເພື່ອຄວາມປອດໄພ ໃນຊີວິດຄູ່ ກ່ອນຈະຮັກໃຜ ຫຼື ຈະໃຊ້ຊີວິດຮ່ວມກັນ ຄວນໃຈເຢັນ ສຶກສາ ເບິ່ງໃຈກັນໄປດົນໆ ເມື່ອຜິດພາດແລ້ວ ກໍຢ່າມົວແຕ່ຄິດຫາ ສິ່ງທີ່ຜິດພາດ ໃນອະດີດ ແຕ່ຈົ່ງຄິດເຖິງ ປັດຈຸບັນໃຫ້ຫຼາຍໆ ກ່ອນເຮັດຫຍັງລົງໄປ ຄວນຄິດເຖິງ ຜົນທີ່ຈະເກີດຂຶ້ນ ພາຍຫຼັງໃຫ້ຫຼາຍໆ ເມື່ອເວົ້າເຖິງເລື່ອງເງິນ, ຄໍາ ຫຼື ສິ່ງຂອງທີ່ມີຄ່າ ເວລາລົງທຶນຫຍັງ ກໍຄວນມີລາຍລັກອັນສອນ ກັບຜູ້ທີ່ລົງທຶນນັ້ນ ໃຫ້ຄັກແນ່ ເຖິງວ່າຄົນຜູ້ນັ້ນ ຈະເປັນໝູ່ເພື່ອນ, ພີ່ນ້ອງ, ພໍ່ແມ່ ແລະ ລູກ, ຜົວ ກໍຕາມ ເມື່ອໝັ້ນໃຈແລ້ວ ຈຶ່ງລົງທຶນ. ຄວາມຮັກກໍເຊັ່ນກັນ ເມື່ອຮູ້ວ່າ ຮັກກັນແລ້ວ ກໍຄວນປະຕິບັດ ໃຫ້ຖືກຕ້ອງຕາມ ຮີດຄອງປະເພນີ ແລະ ລະບຽບກົດໝາຍ ກ່ອນ ຫຼັງຈາກນັ້ນ, ຈຶ່ງໃຊ້ຊີວິດ ຮ່ວມທຸກຮ່ວມສຸກ ນໍາກັນ ຖ້າຫາກມີຫຍັງເກີດຂຶ້ນ ພາຍຫຼັງ ຈຶ່ງສາມາດຊອກຫາ ທາງອອກໄດ້.

ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!