Home » ນິ້ວໝາກໄຂ່ຫຼັງ ໄພງຽບທີ່ນໍາພະຍາດມາສູ່ທ່ານ

ນິ້ວໝາກໄຂ່ຫຼັງ ໄພງຽບທີ່ນໍາພະຍາດມາສູ່ທ່ານ

ໂດຍ ຄໍາສັບລາວ

ເຈັບທ້ອງເຈັບຫຼັງ ອາດເປັນສັນຍານບົ່ງບອກ ຂອງຫຼາຍພະຍາດ ໜຶ່ງໃນນັ້ນກໍຄື ພະຍາດ ນິ້ວໝາກໄຂ່ຫຼັງ ທີ່ຄົນເຈັບມັກມີອາການ ປວດຫຼັງບໍລິເວນບັ້ນແອວ ແລະ ປວດແຮງ ຈົນກິນຢາໃສ່ ກໍຍັງບໍ່ດີຂຶ້ນ ຫາກມີອາການແບບນີ້ ຄວນປຶກສາແພດໝໍທັນທີ.

ສາເຫດການເປັນນິ້ວໝາກໄຂ່ຫຼັງ ເກີດຈາກສານຕົກຄ້າງ ເຊັ່ນ: ອາຫານທີ່ເຮົາກິນເຂົ້າໄປ ແລ້ວຂັບອອກມາບໍ່ໝົດ ໂດຍສະເພາະແຄວຊຽມ ນອກນີ້ ຍັງມີປັດໄຈອື່ນອີກ ເຊັ່ນ: ການດື່ນນໍ້າໜ້ອຍ ຫຼື ດື່ມນໍ້າທີ່ມີຟູອໍລາຍຫຼາຍ, ຢູ່ໃນສະພາບທີ່ຮ້ອນ ການເສຍເຫື່ອເຮັດໃຫ້ຮ່າງກາຍຂາດນ້ຳ ເຮັດໃຫ້ຍ່ຽວເຂັ້ມ ເຮັດໃຫ້ກາຍກ້ອນນີ້ວໄດ້, ກິນວິຕາມິນຊີເສີມຫຼາຍເກີນໄປ ເພາະວິຕາມິນຊີ ເປັນຕົວເສີມສ້າງ ສານອອກຊາເລດ ເຮັດໃຫ້ມີໂອກາດເປັນ ນີ້ວ ແລະ ການອົດຍ່ຽວ.

ອາການຜູ້ທີ່ເປັນນິ້ວໝາກໄຂ່ຫຼັງ ຈະຮູ້ສຶກເຈັບແອວ ຫຼື ເຈັບຫຼັງ ຈະເຈັບສຽດ ຫຼື ເຈັບບິດ ຄ້າຍຄືເຈັບປະຈໍາ ເດືອນ, ອາດມີອາການປວດຮ້າກ ໃຈສັ່ນ, ຖ້າກ້ອນນີ້ວມີຂະໜາດນ້ອຍ ກໍຈະຕົກລົງ ໃນທໍ່ໝາກໄຂ່ຫຼັງເຮັດ ໃຫ້ເກີດການເຈັບທ້ອງຮຸນແຮງ.

ອາຫານທີ່ຄວນລະວັງຄື: ອາຫານທີ່ມີ ສານອອກຊາເລດຫຼາຍ ເຊັ່ນ: ຊ໊ອກໂກແລດ, ໂກໂກ້, ມັນ, ໜໍ່ໄມ້, ຜັກກະເດົາ, ກະລໍ່າ, ໜໍ່ໄມ້ຝຣັ່ງ, ໝາກເຫຼັ່ນ, ປະເພດຖົ່ວ, ໝາກເຂືອ, ແຄລອດ, ງາ ແລະ ໝາກເຟືອງ ນອກນັ້ນຍັງມີ ອາຫານທີ່ມີສານເຄັມ, ເຄື່ອງໃນສັດ, ເຄື່ອງດື່ມປະເພດນໍ້າຊາ, ນໍ້າອັດລົມ ແລະ ອື່ນໆ.

ອາຫານທີ່ຊ່ວຍປ້ອງກັນພະຍາດໝາກໄຂ່ຫຼັງໄດ້ ຄື: ຄວນດື່ມນໍ້າໃນປະລິມານຫຼາຍ, ດື່ມນໍ້າໝາກນາວມື້ລະຈອກ ແລະ ກິນອາຫານທີ່ມີກາກໃຍໃຫ້ຫຼາຍໆ

ເຮົາບໍ່ຄວນປ່ອຍໃຫ້ບັນຫາ ສຸຂະພາບຜ່ານໄປ ຄວນນໍາສິ່ງດີໆ ມາປະຕິບັດໃຫ້ເກີດປະໂຫຍດ ໂດຍເລີ່ມຈາກການປ່ຽນພຶດຕິກໍາ ຂອງຕົນເອງຄື: ບໍ່ຄວນອົດຍ່ຽວ, ຄວນຍ່ຽວອອກ 2,5 ລິດ/ມື້ ເພື່ອປ້ອງກັນ ການຕົກຕະກອນ ຂອງສານຕ່າງໆ ແລະ ໝັ່ນອອກກໍາລັງກາຍ ເປັນປະຈໍາ ການຍ່າງຈະຊ່ວຍໃຫ້ ນິ້ວກ້ອນນ້ອຍຫຼຸດອອກໄດ້.

https://health.kapook.com/view125610.html
ຄັດໂດຍ: ໄກ່ໂຕ້ງ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!