Home » ຕື່ນແຕ່ເຊົ້າໄດ້ເກົ້າທາງຢາມ

ຕື່ນແຕ່ເຊົ້າໄດ້ເກົ້າທາງຢາມ

ໂດຍ ຄໍາສັບລາວ

ສະໄໝກ່ອນ ຖືວ່າຕື່ນແຕ່ເຊົ້າເຮັດວຽກ ເຮັດວຽກແລ້ວ ເກົ້າຢ່າງ ຄື:

  1. ແມ່ນການໄປຢາມມອງ

  2. ການໄປຢາມເບັດຄັນ (ສຽບໄວ້ນຳແຄມນ້ຳ)

  3. ການໄປຢາມສ້ອນ

  4. ການໄປຢາມໄຊ

  5. ການໄປຢາມຕ້ອນ

  6. ການໄປຢາມເບັດພຽກ (ນ້ຳເລິກຕ້ອງໄດ້ຂີ່ເຮືອເອົາ)

  7. ການຢາມລີ່

  8. ແມ່ນການຢາມລ້ອມ

  9. ແມ່ນການຢາມຈັ່ນ

ດັ່ງນັ້ນ ຄຳໂຕງໂຕຍນີ້ ໝາຍເຖິງຄວາມດຸໝັ່ນ ໃນການທຳມາຫາກິນ ຕື່ນເດິກລຸກແຕ່ເຊົ້າ ຈິ່ງເຮັດວຽກໄດ້ຫຼາຍ ຈຶ່ງຈະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.

(ຫຸມພັນ, 2007:23)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!