ຄຳໂຕງໂຕຍ ຕີຫົວປາສະເນືອນຫົວນາກ ໂດຍ ຄໍາສັບລາວ 16/01/2023 297 ເຊື່ອກັນວ່ານາກ ຫຼື ພະຍາຍາກ ເປັນສັດນ້ຳທີ່ໃຫຍ່ມີລິດເດດ ເປັນເຈົ້າແຫ່ງສັດນ້ຳທັງຫຼາຍ ເມື່ອປາ ເຊິ່ງເປັນບໍລິວານ ຖືກທຳຮ້າຍກໍຮອດເຖິງຫູພະຍານາກ ປຽບດັ່ງ ຄົນເຮົາທຸກໆຄົນ ໃຜໆກໍມີຍາດຕິພີ່ນ້ອງ, ບໍລິວານ, ເຈົ້ານາຍເພື່ອນຝູງ ຫາກຄົນໆນັ້ນຖືກທຳຮ້າຍ ຫຼື ເຮັດໃຫ້ເຈັບຊ້ຳນ້ຳໃຈ ຍາດຕິພີ່ນ້ອງ ຈະຕ້ອງຊ່ວຍເຫຼືອເໝືອນໂຕງໂຕຍທີ່ວ່າ ໝາມີເຈົ້າຂອງ. ຄຳໂຕງໂຕຍນີ້, ຍັງມີຄວາມໝາຍປຽບໃສ່ຄົນຜູ້ໜຶ່ງ ທີ່ກະທຳຜິດ ແຕ່ເວົ້າໃຫ້ຜູ້ບໍ່ຜິດ ທີ່ຢູ່ໃກ້ຄຽງ ວ່າເປັນຜູ້ກະທຳຜິດ ແຕ່ໃນຕົວຈິງບໍ່ໄດ້ກະທຳຜິດ ຕ້ອງໄດ້ມາຮັບ ຄວາມເດືອດຮ້ອນແທນ ຫຼື ການເຮັດໃຫ້ຜູ້ໜຶ່ງແຕ່ມີຜົນສະທ້ອນໄປເຖິງອີກຜູ້ໜຶ່ງ. (ຫຸມພັນ, 2007:29) ຄຳໂຕງໂຕຍ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ເສືອເຖົ້າຈຳສິນ 01/08/2024 ເສືອສິງກະທິງແຮດ 28/03/2024 ເສືອເຊື່ອງເລັບ 23/02/2024 ເສືອນອນກິນ 20/02/2024 ຕີປ່າໃຫ້ເສືອຢ້ານ 05/12/2023 ໃຈດີສູ້ເສືອ 17/11/2023 ນ້ຳເພິ່ງເຮືອ ເສືອເພິ່ງປ່າ 06/11/2023 ໃຈບໍ່ກ້າ ບໍ່ໄດ້ຂີ່ຊ້າງງາ 25/09/2023 ຂີ້ຊ້າງລອດ ຂີ້ມອດຄ້າງ 19/09/2023 ຕີນຊ້າງຢຽບປາກນົກ 12/09/2023