Home » ຂໍ້ຄິດດີໆສໍາລັບ ການໃຊ້ຊີວິດຄູ່ ໃຫ້ມີຄວາມສຸກ ແລະ ໝັ້ນຄົງ

ຂໍ້ຄິດດີໆສໍາລັບ ການໃຊ້ຊີວິດຄູ່ ໃຫ້ມີຄວາມສຸກ ແລະ ໝັ້ນຄົງ

ໂດຍ ຄໍາສັບລາວ

ການ​ໄດ້​ພົບ​ຄົນ​ຮັກ​ ດັ່ງ​ທີ່​ໃຈ​ປາ​ຖະ​ໜາ ກໍ​ເປັນ​ເໝືອນ ດັ່ງ​ສະຫວັນ​ມອບ ​ຂອງຂວັນ​ໃຫ້​ເຮົາ, ມີ​ຫຼາຍ​ຄູ່​ຊີວິດ ​ທີ່​ສາລະພາບ​ວ່າ ສິ່ງສໍາຄັນທີ່ ຈະຊ່ວຍໃຫ້ ຄົນສອງຄົນ ທີ່ມາຈາກຕ່າງຄອບຄົວ ຕ່າງສະພາບແວດລ້ອມ ສາມາດມີຊີວິດຄູ່ ແບບມີຄວາມສຸກ ໄດ້ຢ່າງໝັ້ນຄົງ ແມ່ນອາໄສ ຄວາມຮ່ວມມື ຈາກທັງສອງຝ່າຍ ທີ່ຈະຮຽນຮູ້ ແລະ ປັບຕົວເຂົ້າຫາກັນ ສິ່ງສໍາຄັນ ທີ່ເປັນຂໍ້ຄິດ ອີກສ່ວນໜຶ່ງ ທີ່ຈະຊ່ວຍຮັກສາ ຄວາມສຳພັນ ຂອງຊີວິດຄູ່ ໃຫ້ເຂັ້ມແຂງ ແລະ ໝັ້ນຄົງນັ້ນ ປະກອບມີ:

  1. ການຍອມຮັບກັນ ແລະ ກັນ ເປັນສິ່ງສໍາຄັນ ເບື້ອງຕົ້ນ ຂອງການໃຊ້ຊີວິດຄູ່ ຮ່ວມກັນ.

  2. ຢ່າຄາດຫວັງວ່າ ຄູ່ຄອງຂອງທ່ານ ຈະສົມບູນແບບ.

  3. ການມີເວລາໃຫ້ກັນ, ຈົ່ງໃຊ້ເວລາ ຢູ່ຮ່ວມກັນ ຢ່າງມີຄຸນຄ່າທີ່ສຸດ.

  4. ການສື່ສານ: ຄວນໂອ້ລົມ ແລະ ສົນທະນາ ແລກປ່ຽນ ປະສົບການຊີວິດ ໃນແຕ່ລະມື້ ຮ່ວມ​ກັນ.

  5. ການໃຫ້ອະໄພເຊິ່ງກັນ ແລະ ກັນ.

  6. ເພດສຳພັນໃນຊີວິດຄູ່: ຄູ່ຜົວເມຍ ຈໍາເປັນຕ້ອງຮຽນຮູ້ ຄວາມຕ້ອງການ ຂອງກັນ ແລະ ກັນ ຮູ້ວ່າ ຄູ່ຂອງເຮົາມັກ ຫຼື ບໍ່ມັກຫຍັງ ແລະ ແບບໃດ ທີ່ເຮັດໃຫ້ຄູ່ຮັກ ຂອງເຮົາມີຄວາມສຸກ.

  7. ຮູ້ຈັກໜ້າທີ່, ມີຄວາມຮັບຜິດຊອບ ໃນຄອບຄົວ ​ແລະ ຊ່ວຍເຫຼືອກັນ ບໍ່​ວ່າ​ຍາມ​ທຸກ ຫຼື ສຸກ​ ກໍ​ໃຫ້​ແບ່ງ​ເບົາ​ຊ່ວຍ​ກັນ.

  8. ຄວາມເຂົ້າໃຈ: ການລົມກັນ ແບບກົງໄປກົງມາ ຈະຊ່ວຍໃຫ້ ສະຖານະການ ດີຂຶ້ນ ເພາະຈະນໍາໄປສູ່ ການແກ້ໄຂ ​ແລະ ຕົກລົງ ບັນຫາຮ່ວມກັນ.

  9. ການດູແລເບິ່ງແຍງ ເອົາໃຈໃສ່ເຊິ່ງກັນ ແລະ ກັນ ສະແດງໃຫ້ເຫັນ ເຖິງຄຸນຄ່າ ຂອງຄົນຮັກ ຢ່າງ ສະໝໍ່າສະເໝີ ຖືເປັນເລື່ອງ ສໍາຄັນ ເພາະຈະເປັນສິ່ງ ຫຼໍ່ລ້ຽງຈິດໃຈ ຂອງທັງສອງຝ່າຍ.

  10.  ບໍລິຫານການເງິນ: ຕັ້ງເປົ້າໝາຍ ແລະ ລົງມືເຮັດ ໃຫ້ເປົ້າໝາຍຊີວິດ ເປັນຈິງ ຮ່ວມກັບຄົນຮັກ ຂອງທ່ານ.

  11.  ການໃຫ້ບຸລິມະສິດ: ເຮັດໃຫ້ຄົນຮັກ ຮູ້ສຶກວ່າລາວ ເປັນຄົນສໍາຄັນ ອັນດັບໜຶ່ງ ຂອງທ່ານ, ໃຫ້ຄວາມເຄົາລົບ, ປະຕິບັດຕໍ່ກັນ ແບບໃຫ້ກຽດ ແລະ ສະແດງຄວາມຊົມເຊີຍ ຕໍ່ຄວາມສໍາເລັດ ຂອງກັນ ແລະ ກັນ, ຮູ້ຈັກເວລາ ສ່ວນຕົວ ຂອງກັນ, ສໍານຶກ ໃນບຸນຄຸນ ຂ​ອງກັນ ​ແລະ ກັນ, ມີຄວາມເກງໃຈກັນ, ໃຫ້ອະໄພ ແລະ ປ່ອຍວາງ ໂດຍບໍ່ຕ້ອງ ເກັບກົດ ຫຼື ເກັບຄວາມຄຽດຂົມ ໄວ້ໃນໃຈ.

ໂດຍ ​ແອ​ລາຍ ຂໍ້​ມູນ​ຈາກ: https://www.sanook.com

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!