ທຳບຸນແມ່ນໝາຍເຖິງ ການທຳຄວາມດີ, ການໃຫ້ທານ. ຕັກບາດໝາຍເຖິງ ການນຳເອົາວັດຖຸເຂົ້າຂອງ ໄປໃສ່ໃນບາດໃຫ້ພະສົງ, ການທຳບຸນຮ່ວມຊາດແມ່ນ ການທຳຄວາມດີ, ໃຫ້ທານຮ່ວມກັນຫຼາຍໆຄົນ. ການຕັກບາດຮ່ວມຂັນ ແມ່ນ ການຮ່ວມກັນໃຫ້ທານ ຫຼື ເອົາຂອງໄປໃສ່ໃນບາດ …
ຄຳໂຕງໂຕຍ
-
-
ສາກ ແມ່ນໄມ້ທີ່ເຫຼົາໃຫ້ນ້ອຍພໍດີກັບຄົກ ທີ່ໃຊ້ຕໍາແຈ່ວ ຫຼື ເຄື່ອງປຸງຕ່າງໆ ເພື່ອໃຊ້ແຕ່ງອາຫານ, ການທີ່ມືຖືສາກໝາຍເຖິງ ເຮົາເອົາມືຈັບສາກຖືໄວ້, ປາກຖືສິນໝາຍເຖິງ ຄົນທີ່ເວົ້າສຸພາບອ່ອນຫວານ, ເວົ້າໃກ້ຄົນອື່ນເຊື່ອຖືວ່າ ຕົນເອງມີສິນມີທໍາ. ຄໍາໂຕງໂຕຍນີ້ ປຽບກັບຄົນທີ່ເວົ້າດີເວົ້າມ່ວນ …
-
-
ຄຳໂຕງໂຕຍນີ້ ຄວາມໝາຍວ່າສິ່ງທີ່ກະທໍາ ຫຼື ເວົ້າໄປແລ້ວເອົາຄືນບໍ່ໄດ້. ເຊິ່ງຄົນລາວມີປະເພນີ ເຮັດສົບຄື ເມື່ອມີບຸກຄົນໃດບຸກຄົນໜຶ່ງ ໃນໝູ່ບ້ານຂອງຕົນເສຍຊີວິດລົງ ຈະຖືກນໍາໄປເຮັດ ພິທີທາງສາສະໜາຢູ່ປ່າຊ້າ ເພື່ອໃຫ້ຜູ້ຕາຍໄປສູ່ສຸຄະຕິ ເມື່ອເຮັດພິທີແລ້ວຈະເຜົາສົບ ຫຼື ຝັງສົບລົງໃນດິນ …
-
ຄຳໂຕງໂຕຍນີ້ ເວົ້າເຖິງການທີ່ ໄປຄົ້ນໄປປຸກຜີ ທີ່ຕາຍໄປແລ້ວໃຫ້ຄືນມາ ເຊິ່ງມີຄວາມໝາຍເຖິງ ການຫາເລື່ອງເດືອດຮ້ອນມາສູ່ຕົນເອງ ເຊັ່ນ: ພະຍາຍາມເຮັດໃຫ້ເກີດເລື່ອງ ທີ່ບໍ່ດີຂຶ້ນມາຂະຫຍາຍຄວາມໃຫ້ຜິດໃຈກັນ. ໃນໜຶ່ງກໍໝາຍເຖິງ ເລື່ອງລາວທີ່ຈົບລົງແລ້ວ ແຕ່ກັບໄປຄົ້ນ ຫຼື ເວົ້າຄືນຄວາມເກົ່າ …
-
ໃຈຮ້າຍ ໝາຍເຖິງຈິດໃຈທີ່ກຳລັງມີຄວາມໂກດແຄ້ນ, ໂມໂຫສາມາດທຳລາຍຄົນອື່ນໄດ້ທຸກເວລາ. ໃຈດີ ໝາຍເຖິງ ໃຈທີ່ມີຄວາມສະຫງົບ, ບໍ່ມີຄວາມອາຄາດຕໍ່ຄົນອື່ນ, ມີແຕ່ປາຖະໜາໃຫ້ຄົນອື່ນມີຄວາມສຸກ; ຄຳໂຕງໂຕຍນີ້ ປຽບກັບຄົນທີ່ມີຄວາມໂມໂຫ ສາມາດທຳລາຍຄົນອື່ນ ຫຼື ປຽບກັບເປັນຜີໄດ້. ສ່ວນຄົນທີ່ໃຈດີປຽບເໝືອນກັບພະ …
-
ໄວປາກເສຍສິນ ໝາຍເຖິງການເວົ້າຈາ ທີ່ບໍ່ໄດ້ຄົ້ນຄິດ ພິຈາລະນາເສຍກ່ອນ, ຄິດແນວໃດກໍເວົ້າແນວນັ້ນໂລດ ມັກຜິດພາດຄື: ການເວົ້າແບບບໍ່ສົນໃຈ ຄົນທີ່ຢູ່ອ້ອມຂ້າງ ວ່າມັນຈະກະທົບກັບເຂົາແນວໃດ ເຊິ່ງມັນສະແດງເຖິງ ຄຸນສົມບັດ, ກິລິຍາມາລະຍາດ ໃນການປາກເວົ້າທີ່ບໍ່ດີ; ຖ້າໃນທາງສາສະໜາພຸດ …
-
ຄຳໂຕງໂຕຍນີ້ ໝາຍເຖິງ ຍິງຊາຍຫາກຢູ່ໃກ້ຊິດກັນຫຼາຍ ກໍມີໂອກາດທີ່ຈະຮັກກັນ ແລະ ຍາກທີ່ຈະຫ້າມໃຈບໍ່ໃຫ້ຮັກກັນໄດ້. ປຽບກັບມົດ ເປັນສັດທີ່ມັກນ້ຳຕານ ຫາກມົດຢູ່ໃກ້ນ້ຳຕານແລ້ວ ກໍອົດບໍ່ໄດ້ທີ່ຈະເຂົ້າໃກ້ນ້ຳຕານ. ປະຈຸບັນນີ້ ຄຳໂຕງໂຕຍດັ່ງກ່າວ ມັກປຽບເຖິງຄູ່ຮັກທີ່ຫ່າງກັນ ແລະ …
-
-
ເຂົ້າຫຼາມ ແມ່ນອາຫານຊະນິດໜຶ່ງຂອງຄົນເຮົາ ເຊິ່ງນຳເອົາໄມ້ໄຜ່ທີ່ເປັນບັ້ງມາແລ້ວ ເອົາເຂົ້າໜຽວທີ່ໝ່າ ແລະ ນ້ຳ ບາງຄົນກໍເອົານ້ຳໝາກພ້າວ ຄັ້ນມາໃສ່ກັບເຂົ້ານັ້ນ ແລ້ວກໍເອົາໄປເຜົາໄຟ ເຊິ່ງຖ້າໃສ່ເຂົ້າຫຼາຍ ເວລາເອົາໄປເຜົາໄຟ ມັນຈະລົ້ນອອກມາ. ສະນັ້ນ, ມັນຈິ່ງໝາຍເຖິງ …

