ຕາບອດ ແມ່ນຕາທີ່ບໍ່ສາມາດແນບເຫັນສິ່ງໃດໄດ້, ຄົນຕາບອດຈະຊ່ວຍຕົວເອງບໍ່ໄດ້, ຈະງົມໆທາວໆໄປ; ປ່ອງແມ່ນ ຊ່ອງຫວ່າງຂອງແປ້ນ ຫຼື ຟາກປູເຮືອນຂອງຄົນສະໄໝກ່ອນ. ດັ່ງນັ້ນ, ຄໍາໂຕງໂຕຍນີ້ ແມ່ນປ່ຽບກັບຄົນ ທີ່ບໍ່ຮູ້ເລື່ອງ ແຕ່ບັງເອີນ ແກ້ບັນຫາໄດ້, …
ຄຳໂຕງໂຕຍ
-
-
ເຈົ້າ ໝາຍເຖິງ ສິງສັກສິດ, ຜູ້ຮັກສາ ເປັນເຈົ້າທີ່, ທີ່ຄົນເຮົານົບໄຫວ້ບູຊາ ແລະ ສ້າງຫໍບູຊາໄວ້ ເພື່ອເປັນບ່ອນເພິ່ງຕາມຄວາມເຊື່ອຖື; ສົມພານ ໝາຍເຖິງ ພະສົງທີ່ບວດໃນສາສະໜາພຸດ, ທີ່ມີວັດເປັນທີ່ພັກພາອາໄສ. ຄຳໂຕງໂຕຍນີ້ …
-
ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບສະພາບເຫດການ ໃນການປະພຶດປະຕິບັດ ໃນສາສະໜາ, ຖ້າເຄັ່ງຫຼາຍເກີນໄປ ກໍຈະເຮັດໃຫ້ ຮ່າງກາຍຮັບບໍ່ໄຫວ ບາງທີອາດເຈັບປ່ວຍໄຂ້ກໍເປັນໄດ້, ແຕ່ຖ້າຍານເກີນໄປ ກໍຈະບໍ່ປະສົບຜົນສຳເລັດ; ຖ້າເປັນລະບຽບວິໄນ ຫຼື ຫຼັກການໃນການເຮັດວຽກ ເຄັ່ງເກີນໄປກໍຈະເປັນການບີບບັງຄັບກັນ, …
-
ຄໍາໂຕງໂຕຍນີ້ ມີຄວາມໝາຍວ່າ ຄວາມເວົ້າກັບແນວຄິດບໍ່ກົງກັນ ເວົ້າຢ່າງໜຶ່ງເຮັດຢ່າງໜຶ່ງ, ອະທິບາຍ ປາກເປັນທໍາໝາຍເຖິງ ການເວົ້າສະແດງຕົນວ່າ ເປັນຄົນມີສິນທໍາ, ຄົນດີ, ມີຄວາມເມດຕາ, ເວົ້າດ້ວຍຄວາມສັດຊື່ ແຕ່ຈິດໃຈກັບມີແນວຄິດໂຫດຮ້າຍ, ຫວັງທໍາລາຍຄົນອື່ນ ຄື …
-
ຜູ້ມີບຸນໄດ້ສະບາຍ ຜູ້ມີບາບແລ້ວເຮັດອັນໃດກໍຍາກ (ບຸນຫຼາຍກວ່າບາບ). ຄຳໂຕງໂຕຍນີ້ ມີຄວາມໝາຍຂັດກັນລະຫວ່າງ ບຸນ ກັບ ບາບ ແລະ ການຫາບກັບຄອນ, ຄົນເຮົາມີຄວາມເຊື່ອກັນວ່າ ຜູ້ມີບຸນຈະເປັນຄົນດີ ເຮັດວຽກງານສິ່ງໃດກໍສະບາຍ ມີຜູ້ຊ່ວຍເຫຼືອ …
-
-
ຄຳໂຕງໂຕຍນີ້ ເພີ່ນມັກໃຊ້ກັບຄົນດີ ມີເມດຕາ ມັກຊ່ວຍເຫຼືອຄົນອື່ນ ເຖິງຈະຕົກຢູ່ໃນສະຖານະການ ເຊັ່ນໃດກໍໄດ້ຮັບການຊ່ວຍເຫຼືອ ເພາະເຊື່ອກັນວ່າ ເປັນຄົນດີ ຜີເຫັນກໍບໍ່ຂ້າ ເຖິງມ້າຊິຢຽບ ກໍບໍ່ຢຽບ ຍ້ອນເຫັນວ່າເປັນຄົນດີ. ອີກຢ່າງ ໝູ່ຄູ່ຍາດພີ່ນ້ອງ …
-
ຄຳໂຕງໂຕຍນີ້ ໝາຍເຖິງຄົນໃນບ້ານບໍ່ດີ, ເປັນໃຈຊ່ວຍໃຫ້ຄົນນອກບ້ານ ເຂົ້າມາທຳຄວາມເສຍຫາຍໃນບ້ານໄດ້, ຄົນໃນບ້ານບໍ່ດີ ເຮັດໃຫ້ຄົນທີ່ມາອາໄສຢູ່ນຳ ບໍ່ດີໄປນຳດ້ວຍ ຫຼື ໝາຍເຖິງຄົນພາຍໃນ ຜິດຖຽງກັນ ບໍ່ເຂົ້າໃຈກັນ ກໍເຮັດໃຫ້ຄົນອື່ນ ມາແຊກແຊງໄດ້. (ສີລາ, …
-
ຄຳໂຕງໂຕຍນີ້ ໝາຍເຖິງຕົກຢູ່ໃນທີ່ຄັບຂັນແນວໃດກໍບໍ່ເປັນອັນຕະລາຍ, ສ່ວນຫຼາຍຈະກ່າວເຖິງ ຄົນດີ, ຄົນທີ່ມີຄວາມກະຕັນຍູ ຮູ້ບຸນຄຸນ, ຄົນທີ່ມີຈິດໃຈເມຕາ, ຄົນໃຈບຸນ ບໍ່ວ່າຈະຕ້ອງພົບກັບ ຄວາມເດືອດຮ້ອນແນວໃດ ກໍຈະສາມາດຜ່ານພົ້ນ ສິ່ງເຫຼົ່ານັ້ນໄປໄດ້ ຫຼື ອາດຈະມີຄົນຄ່ອຍຊ່ວຍເຫຼືອຢູ່ສະເໝີ. …
-
ຄວາມຕາຍ ແມ່ນສິ່ງທີ່ທຸກຄົນຫຼີກລ້ຽງບໍ່ໄດ້, ທຸກຄົນເກີດຂຶ້ນມາຕ້ອງຕາຍ, ຊຶ່ງມັນເປັນຄວາມຈິງ ຫຼື ກົດເກນຂອງສັບພະສະສັດ ທັງຫຼາຍ, ທີ່ເກີດແກ່ເຈັບຕາຍ ເປັນເລື່ອງທຳມະດາ, ບໍ່ວ່າເດັກນ້ອຍຜູ້ເຖົ້າ ກໍຕາຍໝົດ ບໍ່ໄດ້ເລືອກຊັ້ນວັນນະ ເຮົາບໍ່ຮູ້ວ່າຄວາມຕາຍ ຈະມາມື້ໃດບໍ່ຮູ້ເມື່ອ …

