ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນ ທຳມະຊາດຂອງສັດຄື ງົວຄວາຍ ເຫັນຫຍ້າຂຽວບ່ອນໃດ ກໍໄປບ່ອນນັ້ນ ໂດຍບໍ່ຮູ້ວ່າບ່ອນນັ້ນເປັນບ່ອນຂອງໃຜ ແມ່ນບ່ອນສັດຕູ ຫຼື ມິດ, ໄດ້ກິນແມ່ນດີ ເໝືອນຄົນທີ່ມີໃຈເປັນທາດຂອງເງິນ ເຂົາໃຫ້ໃຊ້ໃຫ້ກິນ ກໍເລີຍເປັນທາດເຂົາ …
ຄຳໂຕງໂຕຍ
-
-
ຄວາຍຊົນຄວາຍແພ້ຫຍ້າແພດ ເພາະເວລາຄວາຍຊົນກັນ ມັນຈະໃຊ້ກຳລັງວັງຊາ ຕໍ່ສູ້ກັນຢ່າງເອົາເປັນເອົາຕາຍ ເຮັດໃຫ້ຕີນຂອງມັນ ຢຽບຢ່ຳຫຍ້າທີ່ຢູ່ໃນບໍລິເວນນັ້ນ, ເຮັດໃຫ້ຫຍ້າມຸ່ນທະລາຍຕາຍໄປກໍມີ. ຄຳໂຕງໂຕຍນີ້, ມີຄວາມໝາຍປຽບທຽບກັບຄົນທີ່ຜິດຖຽງກັນ ເຮັດໃຫ້ກະທົບກະເທືອນ ແກ່ຄົນອ້ອມຂ້າງໄປໝົດ, ຖ້າພໍ່ແມ່ຜິດຖຽງກັນ ມັນຈະສົ່ງຜົນສະທ້ອນແກ່ລູກຫຼານ, ລູກຫຼານກໍບໍ່ມີຄວາມສະບາຍໃຈ, …
-
ງົວຄວາຍແມ່ນສັດລ້ຽງໃນຄອບຄົວ ເພື່ອໃຊ້ເປັນແຮງງານລາກແກ່ ແລະ ໃຊ້ເປັນອາຫານ, ມັນກິນຫຍ້າເປັນອາຫານ ຕາມທຳມະຊາດຂອງມັນຢູ່ແລ້ວ ບໍ່ຈຳເປັນຕ້ອງໄປຂົ່ມເຂົາມັນກໍໄດ້ ຖ້າມັນຢາກຈະກິນເອງ ແຕ່ຖ້າມັນບໍ່ຢາກ ຊິຂົ່ມເທົ່າໃດມັນກໍບໍ່ກິນ ມີແຕ່ຈະເຂົາຫັກລ້າໆ ຄືກັບຄຳໂຕງໂຕຍໜຶ່ງອີກທີ່ວ່າ “ຄວາຍບໍ່ກິນຫຍ້າແສນຊິຂົ່ມກໍເຂົາຫັກ”. ຄຳໂຕງໂຕຍນີ້ …
-
ຄຳໂຕງໂຕຍນີ້ແມ່ນເວົ້າເຖິງຄວາມຜູກພັນຂອງຊາວລາວກັບອາຊີບເຮັດນາ. ໃນນັ້ນ, ຄວາຍກໍແມ່ນພາຫານະໜຶ່ງ ທີ່ຖືກນຳໃຊ້ເຂົ້າໃນການເຮັດນາ ແລະ ປີ່ກໍແມ່ນສິ່ງໜຶ່ງ ທີ່ໄດ້ມາຈາກເຟືອງ ໃນເວລາເກັບກ່ຽວເຂົ້າແລ້ວ ແຕ່ກ່ອນເພີ່ນມັກຈະເອົາເຟືອງ ທີ່ມີຂໍ້ມາສອຍໄປຫາຂໍ້ ແລ້ວນຳເອົາມາເປົ່າ, ເຮັດໃຫ້ມີສຽງດັງຄ້າຍຄືສຽງດົນຕີ, ແຕ່ເວລາເປົ່າໃສ່ຄວາຍ ມັນກໍບໍ່ມີຄວາມຮູ້ສຶກຫຍັງ. …
-
ທຳມະຊາດຂອງປາເມື່ອຍາມຝົນມາຮອດແລ້ວ, ໄດ້ນ້ຳໃໝ່ ຝົນໃໝ່ກໍມັກຈະພາກັນລອຍຫຼິ້ນ ຢ່າງເບີກບານ ຄືກັບຄົນເຮົາເວລາໃດ ໄດ້ສິ່ງໃໝ່ໆ ກໍຈະຈັບບໍ່ວາງ, ເອົາໃຈໃສ່ເບິ່ງແຍງຖະນຸຖະໜອມ ດີໃຈເມື່ອໄດ້ຮັບຂອງໃໝ່ ແຕ່ດົນແລ້ວກໍບໍ່ສົນໃຈ ຫຼື ເອົາໃຈໃສ່ປານໃດ ເຊັ່ນ: ການສ້າງຄອບຄົວໃໝ່ຂອງຄູ່ຜົວເມຍກໍຄືກັນ …
-
ອ່ຽນເປັນສັດຊະນິດໜຶ່ງ ທີ່ຈັດເຂົ້າໃນປະເພດປາ ຄົນລາວມັກເອົາອ່ຽນມາແກງຊົ້ວ, ປີ້ງ. ທຳມະຊາດຂອງອ່ຽນມັກອາໄສຢູ່ຕາມຂີ້ຕົ້ມ ເມື່ອນຳເອົາອ່ຽນລົງໃສ່ຕົມ ອ່ຽນກໍຈະມັກ ແລະ ໜີໄປຢູ່ນຳຂີ້ຕົມ ຍາກທີ່ຈະຈັບກັບຄືນມາໄດ້ໃໝ່. ຄຳໂຕງໂຕຍນີ້, ໝາຍເຖິງຄົນ ທີ່ມັກສະແຫວງຫາສິ່ງໃດສິ່ງໜຶ່ງ ເມື່ອເປີດໂອກາດໃຫ້ກະທຳສິ່ງນັ້ນ …
-
ຄຳໂຕງໂຕຍນີ້ ມີຄວາມໝາຍດຽວກັນກັບ “ຝົນສັ່ງຟ້າ ປາສັ່ງໜອງ” ເຊິ່ງຕາມທຳມະຊາດ ເມື່ອລະດູຝົນໃກ້ຈະໝົດໄລຍະເດືອນ 11-12 ລາວ. ສະພາບອາກາດຈະມີສຽງຟ້າຮ້ອງແຮງ, ມີທັງລົມທັງຝົນ ໃນໄລຍະເວລາກ່ອນຈະໝົດລະດູຝົນ ເພິ່ນມັກເອີ້ນເຫດການນີ້ວ່າ ຝົນສັ່ງຟ້າ ຫຼື …
-
ຄວາມໝາຍຕາມຄຳໂຕງໂຕຍນີ້ເວົ້າເຖິງ ການສົ່ງຍື່ນອາຫານການກິນຂອງຄົນລາວ ບໍ່ວ່າໃນເມື່ອກ່ອນ ກໍຄືປັດຈຸບັນ ເວລາໄດ້ຊີ້ນກໍມັກຈະເອົາໃຫ້ ຄົນບ້ານໃກ້ເຮືອນຄຽງເປັນທຳມະດາ ແລະ ຜູ້ທີ່ເຄີຍໄດ້ຮັບ ເມື່ອມີປາກໍເອົາມາໃຫ້ຄືນ ເພື່ອຕອບແທນເຊິ່ງກັນແລະກັນ. ດັ່ງນັ້ນ, ຄຳໂຕງໂຕຍນີ້ໝາຍເຖິງ ຄົນໃນສັງຄົມຕ້ອງເພິ່ງອາໄສເຊິ່ງກັນແລະກັນ, ຜູ້ໃດຜູ້ໜຶ່ງມີຫຍັງກໍຕ້ອງແບ່ງປັນກັນ …
-
ຄຳໂຕງໂຕຍນີ້ ເມື່ອອະທິບາຍແບບວິທະຍາສາດກໍຕ້ອງບອກວ່າ ເປັນວົງຈອນຊີວິດຂອງສັດທົ່ວໄປ ທີ່ປາຕົວໃຫຍ່ຕ້ອງກິນປາຕົວນ້ອຍ ເປັນອາຫານເພື່ອຄວາມຢູ່ລອດ ແຕ່ຖ້າມາເປັນຄຳໂຕງໂຕຍ ທີ່ປຽບກັບຄົນແລ້ວ ກັບກາຍເປັນການສະແດງຄວາມເອົາປຽບ, ໃຊ້ອຳນາດຂົ່ມເຫງ ຄົນທີ່ຕົວນ້ອຍກວ່າ ຫຼື ຜູ້ທີ່ມີຖານະຕ່ຳກວ່າ. ເວົ້າອີກຢ່າງໜຶ່ງ ຄຳໂຕງໂຕຍນີ້ …
-
ປາແດກໝາຍເຖິງປາຊະນິດໜຶ່ງທີ່ໝັກດ້ວຍເກືອມີກິ່ນເໝັນ ເຊິ່ງຄົນລາວນິຍົມ ເອົາມາປຸງແຕ່ງເປັນອາຫານ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງໝາຍເຖິງການເວົ້າບໍ່ມ່ວນ, ມັກເວົ້າໃຫ້ຄົນອື່ນ, ຄວາມເວົ້າສິ່ງທີ່ບໍ່ດີ, ມັກເວົ້າ ຫຼື ດ່າດ້ວຍຄຳຫຍາບຄາຍ. (ທອງມີ, 2007:180)

