ເຊື່ອກັນວ່ານາກ ຫຼື ພະຍາຍາກ ເປັນສັດນ້ຳທີ່ໃຫຍ່ມີລິດເດດ ເປັນເຈົ້າແຫ່ງສັດນ້ຳທັງຫຼາຍ ເມື່ອປາ ເຊິ່ງເປັນບໍລິວານ ຖືກທຳຮ້າຍກໍຮອດເຖິງຫູພະຍານາກ ປຽບດັ່ງ ຄົນເຮົາທຸກໆຄົນ ໃຜໆກໍມີຍາດຕິພີ່ນ້ອງ, ບໍລິວານ, ເຈົ້ານາຍເພື່ອນຝູງ ຫາກຄົນໆນັ້ນຖືກທຳຮ້າຍ …
ຄຳໂຕງໂຕຍ
-
-
ປາສ່ວນຫຼາຍຈະໂຮມໂຕອາໄສຢູ່ ບ່ອນນ້ຳທີ່ເຢັນ ເພາະມີອາຫານຫຼາຍ ແລະ ປາຈະປອດໄພຈາກ ໄພອັນຕະລາຍ. ສ່ວນນ້ຳຮ້ອນ ປາຈະໜີ ເພາະມັນບໍ່ສາມາດທົນຢູ່ບໍ່ໄດ້ ຖ້າຝືນຢູ່ ຈະເຮັດໃຫ້ມັນເຖິງແກ່ຄວາມຕາຍໄດ້. ເຊັ່ນດຽວກັບຜູ້ໃດ ມີຈິດໃຈເມຕາກະລຸນາ ເທົ່າກັບມີນ້ຳເຢັນຄົນກໍຮັກ …
-
ໝາຍເຖິງການເວົ້າຂີ້ຕົວະເອົາຕົວລອດ ຫຼື ເພື່ອຫວັງຜົນຕອບແທນບາງຢ່າງ ຈາກຜູ້ໃຫຍ່ນາຍໂຕ ເໝືອນກັບຄົນຮັບໃຊ້ໃກ້ຊິດ ຫຼື ບໍລິວານ ທີ່ຄອຍຖ້າແຕ່ເອົາໃຈເຈົ້ານາຍ, ບໍ່ກ້າເວົ້າຄວາມຈິງ ນາຍເວົ້າແນວໃດກໍເວົ້າຕາມ ທັງໆທີ່ຂັດກັບຄວາມເປັນຈິງ. ສຸດທ້າຍກໍເຮັດໃຫ້ເກີດ ຄວາມເສຍຫາຍແກ່ຕົນ ແລະ …
-
-
ຕາແມ່ນອະໄວຍະວະທີ່ໄວ້ແນມເບິ່ງ ສ່ວນນ້ຳຂຸ່ນແມ່ນນ້ຳທີ່ມີຂີ້ຝຸ່ນ, ຂີ້ຕົມ ເຮົາບໍ່ສາມາດແນມເຫັນ ສິ່ງຢູ່ໃນນ້ຳທີ່ຂຸ່ນໄດ້. ຄຳໂຕງໂຕຍນີ້, ປຽບເໝືອນຄົນທີ່ບໍ່ມີຄວາມຮູ້ ຄວາມສາມາດ ແຕ່ຝືນຕົວເອງ ໄປເຮັດໃນສິ່ງທີ່ຕົນເຮັດບໍ່ໄດ້ ຫຼື ເວົ້າເຖິງຄົນທີ່ບໍ່ຮູ້ແຕ່ເຮັດ, ເຮັດດ້ວຍຄວາມບໍ່ຮູ້ ບໍ່ເຂົ້າໃຈ, …
-
ຄຳໂຕງໂຕຍນີ້ ແມ່ນສອນໃຫ້ວາງໂຕ ເປັນຄົນທີ່ບໍ່ຮູ້ບໍ່ເຫັນ ບໍ່ໄດ້ຍິນ ບໍ່ສົນໃຈ ເຮັດເປັນສົນໃຈ ນຳສິ່ງອື່ນ ທີ່ບໍ່ກ່ຽວກັບເຮົາ. ເພາະວ່າມັນ ບໍ່ມີຄວາມຈຳເປັນ ທີ່ເຮົາຈະໄປຈິງຈັງ ກັບເລື່ອງຂອງຄົນອື່ນ ເນື່ອງຈາກບາງຄັ້ງ ເຮົາຄິດວ່າ …
-
ຕາດີກໍໝາຍຄວາມວ່າ ສາຍຕາທີ່ເບິ່ງກວ້າງເຫັນໄກ ເຊິ່ງປຽບເຖິງຜູ້ທີ່ຕັ້ງໃຈໃສ່ວຽກງານ ຫຼື ເຫັນຊ່ອງທາງ ໃນການທຳມາຫາກິນ ຍ່ອມໄດ້ຜົນປະໂຫຍດຫຼາຍ, ສ່ວນຕາໃບ້ເສຍ ໝາຍເຖິງສາຍຕາ ທີ່ບໍ່ຮູ້ແຈ້ງເຫັນຈິງ ປຽບເຖິງຄົນ ຜູ້ທີ່ໂງ່ ຈະເຮັດວຽກ ຫຼື …
-
-
ຫູແມ່ນອະໄວຍະວະຮັບສຽງ ເພື່ອລາຍງານໃຫ້ມັນສະໝອງ ວ່າຮັບຮູ້ສິ່ງໄດ້ຍິນມານັ້ນແມ່ນຫຍັງ, ຖ້າວ່າຫູ ຮັບສຽງຈາກທາງເບື້ອງຊ້າຍ ແລ້ວປ່ອຍອອກທາງເບື້ອງຂວາ ກໍຈະເຮັດໃຫ້ ຄົນເຮົາບໍ່ໄດ້ຮັບປະໂຫຍດຫຍັງເລີຍ. ຄຳໂຕງໂຕຍນີ້, ປຽບກັບຄົນ ທີ່ບໍ່ມີຄວາມເອົາໃຈໃສ່ ໃນການສຶກສາຮໍ່າຮຽນ ຫຼື ບໍ່ໃສ່ໃຈ …
-
ຕີນແມ່ນອະໄວຍະວະໃຊ້ໄວ້ຍ່າງ, ມືແມ່ນອະໄວຍະວະໃຊ້ໄວ້ຈັບ, ຖືວັດຖຸສິ່ງຂອງ ຖ້າວ່າຕີນສັ້ນ ມືຍາວນັ້ນ ຈະເປັນສິ່ງທີ່ຜິດປົກກະຕິ. ດັ່ງນັ້ນ, ຄຳໂຕງໂຕຍນີ້ແມ່ນ ປຽບກັບຄົນທີ່ບໍ່ມີຄວາມຊື່ສັດ ມັກລັກຂະໂມຍຂອງຄົນອື່ນ ໃນເວລາທີ່ຄົນອື່ນບໍ່ເຫັນ, ຄົນທີ່ມີພຶດຕິກຳເຊັ່ນນີ້ ຈະເປັນຄົນບໍ່ດີ ແລະ …

