ສະໄໝກ່ອນ ຖືວ່າຕື່ນແຕ່ເຊົ້າເຮັດວຽກ ເຮັດວຽກແລ້ວ ເກົ້າຢ່າງ ຄື: ແມ່ນການໄປຢາມມອງ ການໄປຢາມເບັດຄັນ (ສຽບໄວ້ນຳແຄມນ້ຳ) ການໄປຢາມສ້ອນ ການໄປຢາມໄຊ ການໄປຢາມຕ້ອນ ການໄປຢາມເບັດພຽກ (ນ້ຳເລິກຕ້ອງໄດ້ຂີ່ເຮືອເອົາ) ການຢາມລີ່ …
ຄຳໂຕງໂຕຍ
-
-
ຄຳໂຕງໂຕຍນີ້ ໝາຍເຖິງ ເຮັດວຽກໃຫ້ແຕ່ຄົນອື່ນ ໂດຍບໍ່ມີເວລາ ຫາສ້າງໃສ່ຄອບຄົວຕົນເອງເລີຍ, ຍາມໃດກໍເຮັດໃຫ້ແຕ່ເຈົ້ານາຍ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງໝາຍເຖິງ ຕົນເປັນຜູ້ກະທຳ ຜົນປະໂຫຍດໃຫ້ແຕ່ຄົນອື່ນ, ສ້າງຮັ່ງຄູນມີ ໃຫ້ແຕ່ຄົນອື່ນ; ສ່ວນວ່າຄອບຄົວຂອງຕົນເອງ …
-
ການເຮັດໄຮ່ 1-2 ປີ ໄດ້ຫຼາຍ, ແຕ່ຫຼາຍປີໄປ ກໍໄດ້ເຂົ້າໜ້ອຍ ເຊົາເຮັດປະໃຫ້ຫຍ້າເກີດ ເມື່ອກ່ຽວເຂົ້າຈາກໄຮ່ ແລ້ວກໍຂຸດເຮັດນາແປງຄັນຄູໄວ້ ນ້ຳອັ່ງແລ້ວກໍໄຖນາ ໄດ້ເຂົ້າງາມກວ່າເຮັດໄຮ່ ແລ້ວກໍໄດ້ເຮັດນາດີກວ່າ ປະໄຮ່ຖິ້ມລ້າ. ສ່ວນການລ້ຽງໄກ່ບໍ່ເສຍຮັງ …
-
ຄຳໂຕງໂຕຍນີ້ ໝາຍເຖິງການຜັດມື້ຜັດວັນ ຢູ່ຕະຫຼອດເວລາ, ຈະເຮັດຈະທຳສິ່ງໃດ ກໍບໍ່ເຮັດຈັກເທື່ອ, ປ່ຽນໄປເລື້ອຍໆ ແລ້ວກໍເຮັດບໍ່ໄດ້ ເຊິ່ງປຽບກັບຄົນຂີ້ຄ້ານ, ບໍ່ຢາກເຮັດຫຍັງ, ມີແຕ່ເວົ້າໂອ້ອວດຜູ້ອື່ນ ໄປພໍແລ້ວມື້ແລ້ວວັນ ພໍໃຫ້ເຂົາຄິດວ່າ ຕົນມີຫົວຄິດຢາກ ເຮັດວຽກເຮັດງານ …
-
ຄົນຫຼັກໝາຍເຖິງຜູ້ສະຫຼາດ ເບິ່ງກວ້າງເຫັນໄກ ໃນການຄ້າຂາຍຈະຢູ່ໃກ້ ຫຼື ຢູ່ໄກ ກໍບໍ່ມີບັນຫາຫຍັງ ຂໍພຽງແຕ່ໄດ້ກຳໄລຫຼາຍກໍພໍ, ສ່ວນຜູ້ບໍ່ສະຫຼາດ ກັບໄປຄ້າບ່ອນໄກ ພັດໄດ້ກຳໄລໜ້ອຍ. ດັ່ງນັ້ນ, ການຄ້າຂາຍຕ້ອງສະຫຼາດ ແລະ ເບິ່ງສະພາບເຫດການ …
-
ຫາບໝາຍເຖິງ ການໃຊ້ອຸປະກອນ ສອງອັນຄູ່ກັນ ຈະເຮັດໃຫ້ມີຄວາມໜັກເບົາ ສະເໝີກັນ, ສ່ວນຄອນ ແມ່ນໃຊ້ອຸປະກອນຂ້າງດຽວ ມັນກໍໜັກແຕ່ຂ້າງດຽວ ແລະ ນອນແມ່ນຈະໄດ້ພັກຜ່ອນ, ເຮັດໃຫ້ມີສຸຂະພາບດີ ຖ້າຫາກນອນໃຫ້ພໍດີກໍດີພໍງາມ, ສ່ວນນັ່ງຫຼາຍ ຈະເຮັດໃຫ້ເຈັບຫຼັງເຈັບແອວ. …
-
ການຂ້າມເໜຶອ ແມ່ນຕ້ອງມີການເພື່ອໄວ້ ຍ້ອນວ່ານ້ຳໄຫຼແຕ່ເໜືອເຖິງໃຕ້, ຖ້າຂ້າມໃນໄລຍະທາງ ທີ່ຊື່ເລີຍ ກໍຈະຕົກລົງໄປກາຍບ່ອນທີ່ຕ້ອງການ. ເພາະສະນັ້ນ ກ່ອນຈະຂ້າມ ຕ້ອງຂີ່ຂຶ້ນໄປທາງເໜືອອີກ ເພື່ອໃຫ້ມັນພໍດີ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈິ່ງປຽບວ່າ ການກະທຳສິ່ງໃດ …
-
ໃນສະໄໝກ່ອນ ເມື່ອມີເສິກສົງຄາມ ເພີ່ນຈະມັກເກນເອົາຊາຍສະກັນ, ເອົາຜູ້ທີ່ມີຄວາມແຂງແຮງ ຈິ່ງຈະສາມາດຂ້າສັດຕູໃຫ້ຕາຍ ແລະ ຈະໄດ້ຮັບໄຊຊະນະ, ຖ້າວ່າໄປຄ້າຂາຍ ພໍ່ຄ້າຕ້ອງມີເລຫຼ່ຽມ ຈິ່ງຈະເປັນພໍ່ຄ້າມີກຳໄລ ແລະ ຢູ່ໃນວົງການຄ້າໄດ້ ເຊັ່ນ: ຕ້ອງມີການໂຄສະນາຊວນເຊື່ອ …
-
ເຫົາແມ່ນເກີດຈາກຄົນທີ່ມີຜົມສົກກະປົກ, ມັນຈະກິນເລືອດນຳຫົວຂອງຄົນ ທີ່ມີຜົມດັ່ງກ່າວນີ້. ດັ່ງນັ້ນ, ຖ້າຫາເຫົາມາໃສ່ໃນຫົວ ກໍຈະເຮັດໃຫ້ ຕົນເອງບໍ່ມີຄວາມສຸກ ເພາະມັນຄັນ, ເກົາຢູ່ຕະຫຼອດເວລາ. ຄຳໂຕງໂຕຍນີ້ ໝາຍຄວາມວ່າ ຖ້າຜູ້ໃດ ມັກໄປຫາເລື່ອງ ມາໃສ່ຕົນເອງ …
-
ທ້ອງແມ່ນອະໄວຍະວະ ທີ່ຮອງຮັບອາຫານຕ່າງໆ ຂອງຄົນເຮົາ ເຊິ່ງເວລາກິນຫຍັງລົງໄປ ກໍຈະໄປຢູ່ໃນທ້ອງ ເພື່ອລໍຖ້າການຍ່ອຍ ໃຫ້ໄປລ້ຽງພາກສ່ວນຕ່າງໆ ຂອງຮ່າງກາຍ ໃຫ້ແຂງແຮງບໍ່ມີພະຍາດບຽດບຽນ ແຕ່ຫາກກິນຫຼາຍເກີນໄປ ກໍຈະເຮັດໃຫ້ຄັດອັ່ງທ້ອງ, ຢູ່ຍາກ ຫຼື ຖ້າກິນອາຫານ …

